ໂຮງແຮມ,ບ້ານພັກ ມ.ວັງວຽງ ຂຶ້ນ ລາຄາ

ອຸ່ນແກ້ວ ສຸກສະຫວັນ
2017.12.22
1-Vangvieng ສະຖານທີ່ທ່ອງທ່ຽວ ໃນເມືອງວັງວຽງ
FB friend's page

ໂຮງແຮມແລະບ້ານພັກ ຢູ່ເມືອງວັງວຽງ ແຂວງວຽງຈັນ ສວຍໂອກາດຂຶ້ນລາຄາ ໃນເວລາຈັດງານ ເທສການດົນຕຼີ ແລະເທສການ ເປີດ ຕະຫລາດກາງຄືນ ໃນວັນທີ 15-16 ທັນວາ ທີ່ຜ່ານມາ. ກ່ຽວກັບເລື້ອງນີ້ ກໍເຮັດໃຫ້ ປະຊາຊົນ ທີ່ໄປໃຊ້ ບໍຣິການ ບໍ່ພໍໃຈ ຍ້ອນວ່າ ຜູ້ປະກອບການ ຂຶ້ນລາຄາເທົ່າຕົວ ໂດຍບໍ່ມີເຈົ້າໜ້າທີ່ກ່ຽວຂ້ອງ ມາຄວບຄຸມ, ດັ່ງປະຊາຊົນ ທ່ານນຶ່ງ ໄດ້ເວົ້າຜ່ານເຟສບຸກວ່າ:

"ຈາກປົກກະຕິລາຄາພຽງແຕ່ ຄືນລະ 50 ຫາ 60 ພັນກີບເນາະ ຄືນລະແສນ ແສນຫ້າ ບ່ອນທີ່ມັນຫລູໆໜ່ອຍ ກໍຄືລະ 2 ແສນຫ້າ ແຕ່ວ່າ ມື້ນັ້ນ ລາຄາຫ້ອງທຳມະດາເນາະ ຄືນລະສອງແສນຫ້າ ສາມແສນຫ້າ ຄືນລະຫ້າແສນກໍມີເນາະ ຝາກເຖິງ ກະຊວງຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ເນາະເພາະວ່າປີ 2018 ນີ້ ເປັນປີທ່ອງທ່ຽວລາວ ເພິ່ນປະກາດອອກມາເນາະ ແຕ່ວ່າ ເປັນຫຍັງຄວບຄຸມລາຄາ ບ້ານພັກ ແລະ ລາຄາອາຫານ ບໍ່ໄດ້ເລີຍ."

ປັດຈຸບັນກໍເປັນຊ້ວງເວລາ ທີ່ນັກທ່ອງທ່ຽວເຂົ້າມາຫລາຍ ຫຼືເອີ້ນກັນວ່າ High Season ເຮັດໃຫ້ຜູ້ປະກອບການ ສວຍໂອກາດຂຶ້ນລາຄາ ຕາມໃຈໄດ້ໃນຊ້ວງນີ້ ແລະມັນກໍກາຍເປັນເລື້ອງຍາກ ທີ່ຈະຄວບຄຸມລາຄາ. ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງວຽງຈັນ ໄດ້ກ່າວວ່າ:

"ແຕ່ວ່າການຊິປັບບາດດຽວ ຄືຮູ້ຫັ້ນລະ ມັນຕ້ອງຄ່ອຍໆເວົ້າ ຕ້ອງຄ່ອຍໆ ປູກຄວາມຕິດໃຈສຳນຶກ ຂອງບັນດາຫົວໜ່ວຍທຸຣະກິດ ໃຫ້ມັນ ຮ່ວມໃຈກັນ ມາປະຕິບັດເນາະ ທຸກໆຄົນເຫັນບັນຫາປັບ ບາງຄົນຢາກປັບເລີຍ ມັນບໍ່ໄດ້ ມັນຕ້ອງຄ່ອຍໆ ອະທິບາຍ ເຂົາຫັ້ນນ່າ."

ອີງຕາມຂໍ້ມູນຈາກທາງການລາວໃນປີ 2014, ອັດຕາເພີ້ມຂຶ້ນ ຂອງນັກທ່ອງທ່ຽວ ໃນເມືອງວັງວຽງ ອາດຈະເກີນຈຳນວນເຖິງ 100,000 ຄົນຕໍ່ປີ ແລະ ມີລາຍໄດ້ໝູນວຽນ ປະມານ 1 ຕື້ກີບຕໍ່ໄປີ, ແຕ່ການເພີ້ມຂຶ້ນ ຂອງນັກທ່ອງທ່ຽວ ສົ່ງຜົນໃຫ້ມີການລົງທຶນ ຂອງເອກກະຊົນ ເພື່ອພັທນາທຸຣະກິດ ດ້ານການບໍຣິການ ຫລາຍຂຶ້ນ ໂດຍສະເພາະຮ້ານຄ້າ, ຮ້ານອາຫານ, ສະຖານທີ່ບັນເທີງ ແລະ ບໍຣິສັດທ່ອງທ່ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.