ລາວພິຈາຣະນາຂຶ້ນແຮງງານ ຂັ້ນຕ່ຳ

ສິດນີ
2014.07.03
F-workers ຄົນງານລາວ ທີ່ແຂວງບໍ່ແກ້ວ
RFA

 

ທາງການ ລາວ ກຳລັງ ພິຈາຣະນາ ຂຶ້ນ ຄ່າຈ້າງ ແຮງງານ ຂັ້ນ ຕ່ຳ ຂໍ້ດີ ຂໍ້ເສັຍ ຄືຫຍັງ ແດ່ ນັກ ວິຊາການ ເວົ້າວ່າ ເພື່ອ ແກ້ໄຂ ບັນຫາ ການຂາດ ແຮງງານ ໃນລາວ.

ຫນັງສືພິມ ວຽງຈັນ ທາມ ຣາຍງານ ໃນວັນຈັນ ຜ່ານມາວ່າ ໃນ ອາທິດນີ້ ພາກສ່ວນ ທີ່ກ່ຽວຂ້ອງ ໃນລາວ ໄດ້ຈັດ ກອງປະຊຸມ ປຶກສາ ຫາຣືກັນ ຂຶ້ນທີ່ ນະຄອນ ຫລວງ ວຽງຈັນ ກ່ຽວກັບ ການຂຶ້ນ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ຂອງ ກຳມະກອນ ຜູ້ທີ່ ທຸກຍາກ ໃນລາວ.

ໂຕແທນ ຈາກ ສະຫາພັນ ແຮງງານ ລາວ ຫລື ກຳມະບານ, ຫໍການຄ້າ ແລະ ອຸດສາຫະກັມ ແຫ່ງຊາດ ລາວ ແລະ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ເປັນ ເຈົ້າພາບ ປະກອບ ດ້ວຍ ພາກສ່ວນ ທຸຣະກິດ ການຄ້າ ຕ່າງໆ ໃນລາວ. ໃນ ກອງປະຊຸມ ໄດ້ມີການ ໂຕ້ວາທີ ກັນ ໃນ ບັນຫາ ດັ່ງກ່າວ ການຂຶ້ນ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ໃນລາວ ເທື່ອນີ້ ເປັນ ເທື່ອທີ 6 ແລ້ວ ຫລັງຈາກ ປີ 1991 ເປັນຕົ້ນ ມາ.

ການ ພິຈາຣະນາ ຂຶ້ນ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ໃນລາວ ກໍເພື່ອຊ່ອຍ ການເປັນຢູ່ ຂອງ ກຸ່ມ ແຮງງານ ໃຫ້ ດີຂຶ້ນ ແລະ ໃນເວລາ ດຽວກັນ ກໍເພື່ອ ແກ້ໄຂບັນຫາ ການ ຂາດເຂີນ ແຮງງານ ໃນລາວ.

ໃນປີ 2011 ຄ່າຈ້າງ ແຮງງານ ຂັ້ນຕ່ຳ ໃນລາວ ຕົກຢູ່ ປະມານ 6 ແສນ 2 ຫມື່ນ 6 ພັນ ກີບ ຫລື ປະມານ 77.93 ໂດລາ ຕໍ່ເດືອນ ຫລັງຈາກ ໄດ້ສຳຣວດ ຄ່າຄອງຊີບ ແລະ ຣາຄາ ສິນຄ້າ ໃນ ທ້ອງຕລາດ ໃນເຂດ ນະຄອນ ຫລວງ ວຽງຈັນ ແລະ ໃນ 3 ແຂວງ ໃຫຍ່ໆ ຂອງລາວ. ສະຫາພັນ ແຮງງານ ຈື່ງສເນີ ໃຫ້ຂຶ້ນ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ອີກໃຫ້ ເປັນ ເດືອນລະ 8 ແສນ ກີບ ຫລື ປະມານ 99.95 ໂດລາ ສະຫະຣັດ.

ຫນັງສືພີມ ວຽງຈັນ ທາມສ໌ ຣາຍງານ ອີກວ່າ ຫໍການຄ້າ ແລະ ອຸດສາຫະກັມ ແຫ່ງຊາດ ລາວ ເປັນຫວ່ງ ກ່ຽວກັບ ຜົລກະທົບ ຕໍ່ກຸ່ມ ການຄ້າ ແລະ ການລົງທືນ ຖ້າຂໍ້ສເນີ ດັ່ງກ່າວ ບໍ່ຖືກສຶກສາ ຢ່າງ ຮອບຄອບ ຫລື ຖ້າບໍ່ ປຶກສາ ຫາລື ກັບກຸ່ມ ການຄ້າ ຕ່າງໆກ່ອນ.

ອິງຕາມ ບົດຣາຍງານ ຂອງ ຫນັງສືພິມ ວຽງຈັນທາມ ພາກສ່ວນ ຕ່າງໆທີ່ມາ ຮ່ວມປະຊຸມ ໃນມື້ນັ້ນ ສ່ວນໃຫຍ່ ເຫັນພ້ອມ ໃນການຂື້ນ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ແຕ່ຕ້ອງໄດ້ ຄວບຄຸມ ສະພາບ ເງີນເຟີ້ ເພາະ ຄ່າຄອງຊີບ ຈະຖີບ ຕົວສຸງຂື້ນ ແລະ ກຸ່ມດັ່ງກ່າວ ກໍກຳລັງ ຊອກຊ່ອງທາງ ເພື່ອ ຫລີກລຽງ ຜົລກະທົບ ທາງລົບ ຕໍ່ ຣັຖບານ ແລະ ທຸຣະກິດ ພາກ ເອກຊົນ.

ຣາຍງານວ່າ ໃນ ປັດຈຸບັນ ອຸດສາຫະກັມ ໃຫ່ຍໆ ໃນລາວ ດັ່ງ ຣັຖວິສາຫະກິດ ໄຟຟ້າ ລາວ ການກໍ່ສ້າງ ແລະ ບໍຣິສັດ ສ້າງເຂື່ອນ ຂຸດຄົ້ນ ແຮ່ທາດ ໃນລາວ ກໍໄດ້ຈ່າຍ ຄ່າຈ້າງ ໃຫ້ແກ່ ກຳມະກອນ ຂອງຕົນ ສູງກວ່າ ຈຳນວນ ທີ່ ທາງການລາວ ສເນີຂື້ນ ໃນເວລານີ້ 8 ແສນ ກີບ ຢູ່ແລ້ວ.

ເຖິງຢ່າງໃດ ກໍຕາມ ບັນຫາ ເຣື້ອງການ ຂຶ້ນຄ່າຈ້າງ ແຮງງານ ຂັ້ນຕ່ຳ ໃນ ປັດຈຸບັນ ນີ້ ບໍ່ວ່າ ປະເທດໃດ ເຂົາກໍຂື້ນ ເກືອບ ຫມົດແລ້ວ ດັ່ງ ສະຫະຣັດ ອະເມຣິກາ ຈີນ ກຳພູຊາ ແລະ ປະເທດໄທ ຍ້ອນຄ່າ ຄອງຊີບ ຖີບຕົວ ສູງຂຶ້ນ ໃນແຕ່ລະມື້ ແຮງງານ ຂັ້ນຕ່ຳ ໃນຫລາຍ ປະເທດ ກໍຍັງ ລຳບາກ ຫລາຍຢູ່ ແລະ ຄົນກຸ່ມນີ້ ເປັນແຮງດັນ ໃນການ ຊຸກຍູ້ ເສຖກິດ ຂອງປະເທດ.

ສຳລັບ ສປປລາວ ແລ້ວ ນັກຊ່ຽວຊານ ຫລາຍຄົນ ກໍເວົ້າ ເປັນສຽງດຽວ ກັນວ່າ ທາງການ ລາວ ຄວນຂື້ນ ຄ່າຈ້າງ ແຮງງານ ຂັ້ນຕ່ຳ ຍ້ອນ ເຫດຜົລ ທາງບວກ ຄື:

1-ເປັນການ ຍົກຣະດັບ ການເປັນຢູ່ ຂອງ ແຮງງານລາວ ຜູ້ທີ່ຂາດ ສີມື ທີ່ຍັງ ທຸກຍາກຢູ່ ບໍ່ມີຄວາມ ກ້າວຫນ້າ ທັ້ງໆ ທີ່ ຂະເຈົ້າ ເປັນແຮງດັນ ຕໍ່ການ ເຕີບໂຕ ຂອງ ເສຖກິດ. ແຮງງານລາວ ໃນ ອຸດສາຫະກັມ ຕັດຫຍິບ, ການກໍ່ສ້າງ ຕຶກອາຄານ ແລະ ຖນົນ ຫົນທາງ ຫລື ພະນັກງານ ຊັ້ນຜູ້ນ້ອຍ ຍັງບໍ່ກຸ້ມຢູ່ ກຸ້ມກິນ ເຮັດໃຫ້ ຄຸນພາບ ແຮງງານ ຕົກຕ່ຳ ຈື່ງພາກັນ ໂຕນຫນີ ໄປໄທ ແລະ ກໍຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ໃນໄທ. ດັ່ງ ພະນັກງານ ຣັຖ ຊັ້ນຜູ້ນ້ອຍ ເວົ້າວ່າ:  ---ສຽງ---

2-ເປັນການ ແກ້ໄຂ ບັນຫາ ຂາດເຂີນ ແຮງງານ ໃນລາວ ຊື່ງ ປັດຈຸບັນ ບໍຣິສັດ ຕ່າງໆ ທີ່ລົງທຶນ ໃນລາວ ໄດ້ນຳເຂົ້າ ແຮງງານ ຈາກ ຕ່າງປະເທດ ດັ່ງ ວຽດນາມ ຈີນ ຫລື ພະມ້າ ຍ້ອນ ບໍ່ມີແຮງງານ ຖ້າປ່ອຍໄປ ໃນສະພາບ ນີ້ ນັກລົງທຶນ ອາດຈະບໍ່ ມາລົງທຶນ ໃນລາວ ອີກ.

3- ເປັນການ ສົ່ງເສີມ ເສຖກິດ ໃນລາວ ຍ້ອນວ່າ ຖ້າກຸ່ມ ແຮງງານ ມີກຳລັງ ຊື້ສູງ ທຸຣະກິດ ທຸກຢ່າງ ໃນລາວ ກໍຈະເຕີບໂຕ ແລະ ຈະເປັນການ ດຶງດູດ ນັກລົງທຶນ. ປັດຈຸບັນ ນັກລົງທຶນ ຍັງລັ່ງເລໃຈ ທີ່ ຈະມາລົງທຶນ ໃນລາວ ຍ້ອນກຳລັງ ຊື້ ຍັງຕ່ຳຢູ່ ຖ້າ ກຳມະກອນ ລາວ ມີຣາຍໄດ້ ທີ່ດີ ການຈັບຈ່າຍ ກໍຈະເພີ້ມ ຂຶ້ນ ທີ່ເອີ້ນວ່າ SUPPLY SIDE ECONOMIC ນັ້ນເອງ.

4- ສຸດທ້າຍ ແຮງງານ ລາວ ກໍຈະບໍ່ໄປ ເຮັດວຽກ ໃນໄທ ແລະ ແມ່ຍິງລາວ ກໍຈະບໍ່ຕົກ ເປັນເຫຍຶ່ອ ຂອງກຸ່ມ ຄ້າມະນຸດ ແຮງງານ ຜູ້ຊາຍ ກໍຈະບໍ່ຕົກ ເປັນເຫຍື່ອ ຂອງ ແຮງງານ ນາຣົກ ໃນໄທ. ປັດຈຸບັນ ແຮງງານ ລາວ ຫນີໄປໄທ ຍ້ອນ ຄ່າຈ້າງ ໃນລາວ ຕ່ຳ ບໍ່ພໍກີນ ພໍໃຊ້.

ແຕ່ບັນຫາ ມີຢູ່ວ່າ ຜົລກະທົບ ທາງລົບ ກໍຈະຕາມມາ ເຫມືອນດັ່ງ ປະເທດໄທ ແລະ ຈີນ ໃນ ປັດຈຸບັນ ຫລັງຈາກ ຂື້ນຄ່າ ຈ້າງແຮງງານ ຂັ້ນຕ່ຳ ຫລາຍ ບໍຣີສັດ ກໍຍ້າຍ ຖານຜລິດ ໄປປະເທດອື່ນ ບ່ອນທີ່ ຄ່າຈ້າງ ແຮງງານ ຕ່ຳກວ່າ ດັ່ງທີ່ໄທ ກໍຈະຍ້າຍໄປ ວຽດນາມ ແລະ ກຳພູຊາ ບາງຣາຍ ກໍມາລາວ ຈີນ ກໍຍ້າຍໄປ ບັງຄຣາເທດ ວຽດນາມ ກຳພູຊາ ແລະ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.