ລາວ ສເນີຂາຍໄຟຟ້າ ໃຫ້ໄທຍ ເພີ່ມອີກ

ສຸພັດຕາ
2021.08.18
ລາວ ສເນີຂາຍໄຟຟ້າ ໃຫ້ໄທຍ ເພີ່ມອີກ ທາງການລາວ ສເນີຂາຍໄຟຟ້າ ໃຫ້ໄທຍ ເພີ່ມອີກ 1,200 ເມກາວັດ ໃນສັນຍາເດີມແມ່ນ 9,000 ເມກາວັດ ໃຫ້ເພີ່ມເປັນ 10,200 ເມກາວັດ
ພາບຈາກ: ວີດີໂອ ຣັດວິສາຫະກິດ ໄຟຟ້າລາວ

ເມື່ອຕົ້ນເດືອນສິງຫາ ທີ່ຜ່ານມານີ້ ທາງການລາວ ໄດ້ສເນີຂາຍໄຟຟ້າໃຫ້ໄທຍ ເພີ່ມອີກ 1,200 ເມກາວັດ ຈາກກໍານົດສັນຍາເດີມ 9,000 ເມກາວັດ ໃຫ້ກາຍເປັນ 10,200 ເມກາວັດ ເຊິ່ງປັດຈຸບັນ ແຜນການດັ່ງກ່າວ ຢູ່ຣະຫວ່າງການຄົ້ນຄວ້າ ພິຈາຣະນາໃນ ຣາຍລະອຽດຮ່ວມກັນ ທັງ 2 ຝ່າຍ ແຕ່ຍັງບໍ່ໄດ້ມີຂໍ້ສລຸບເທື່ອ, ດັ່ງເຈົ້າໜ້າທີ່ ກະຊວງພະລັງການ ແລະບໍ່ແຮ່ ທ່ານນຶ່ງຜູ້ບໍ່ປະສົງ ອອກ ຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ສິງຫາ ນີ້ວ່າ:

“ໂຕນີ້ ມັນກະຢູ່ໃນຂັ້ນຕອນການສຶກສາ ການຄົ້ນຄວ້າພິຈາຣະນາ ເຮົາກະຍັງບໍ່ທັນມີຂໍ້ມູນທີ່ແນ່ນອນຫັ້ນນ່າ ວ່າມັນຊິຈັ່ງໃດຫັ້ນນ່າ ແຕ່ວ່າ ມີການສເນີ ມີການປຶກສາຫາລືຮ່ວມກັນ ຫັ້ນນ່າ ໝາຍເຖິງວ່າ ເຂື່ອນນີ້ເຮົາມີຢູ່ແລ້ວເນາະ ມັນກະຢູ່ຕາມແຜນຂອງພວກເຮົາ ຢູ່ແລ້ວ ແຕ່ວ່າເຮົາກະກໍາລັງເບິ່ງຕລາດອ້ອມຂ້າງຫັ້ນນ່າ ເພື່ອທີ່ຈະສາມາດສົ່ງພະລັງງານ ໄປໄດ້ຫັ້ນນ່າ.”

ເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມວ່າ ສາເຫດທີ່ທາງການລາວ ໄດ້ສເນີຂາຍໄຟຟ້າ ໃຫ້ໄທຍເພີ່ມນັ້ນ ເພາະຕ້ອງການໃຫ້ປະເທດໄທຍ ມີ ພະລັງງານໄຟຟ້າໃຊ້ຢ່າງພຽງພໍ ແລະໝັ້ນຄົງ ເພາະປັດຈຸບັນ ປະເທດລາວມີແຫຼ່ງພະລັງງານໄຟຟ້າ ຈໍານວນ 78 ແຫ່ງ ທົ່ວປະເທດ ແລະມີກໍາລັງການຜລິດໄຟຟ້າແລ້ວ 9,972 ເມກາວັດ. ໃນນັ້ນ 3,352 ເມກາວັດ ແມ່ນນໍາໃຊ້ ໃນປະເທດ ແລະ 6,620 ເມກາວັດ ແມ່ນສົ່ງຂາຍໃຫ້ປະເທດເພື່ອນບ້ານ.

ເຊິ່ງຕາມແຜນພະລັງງານ ຂອງປະເທດລາວ ຈົນເຖິງປີ 2030 ໄດ້ກໍານົດວ່າ ຫາກແຫຼ່ງພະລັງງານຖືກສ້າງໝົດທຸກບ່ອນ ຈະມີພະລັງ ງານໄຟຟ້າ ສູງເຖິງ 28,000 ເມກາວັດ ເພື່ອເສີມຂຍາຍ ຄວາມໝັ້ນຄົງ ທາງດ້ານພະລັງງານ ໃນພາກພື້ນອາຊ້ຽນ ຕາມແນວທາງ ຂອງ ASEAN Power Grid ປີ 2020.

ຂນະທີ່ ຍານາງ ຈິຣາພອນ ສິຣິຄໍາ ຮອງຜູ້ວ່າການ ຍຸທສາດການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ເປີດເຜີຍຕໍ່ສໍານັກງານຂ່າວ ກຸງເທບທຸຣະກິຈ ໃນມື້ວັນທີ 9 ສິງຫາ 2021 ທີ່ຜ່ານມາວ່າ ໃນຂນະນີ້ ທາງການໄທຍ ແລະ ທາງການລາວ ຢູ່ຣະຫວ່າງການຫາລື ຮ່ວມກັນ ເຖິງຄວາມເປັນໄປໄດ້ ທີ່ຈະຂຍາຍປະຣິມານການຮັບຊື້ໄຟຟ້າ ຕາມຂໍ້ສເນີຂອງທາງການລາວ.

ໃນຂນະທີ່ ທ່ານວິທູນ ເພີ່ມພົງສາຈະເຣີນ ຜູ້ອໍານວຍເຄືອຂ່າຍພະລັງງານນິເວດວິທຍາແມ່ນໍ້າຂອງ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ມີ 2 ປັດຈັຍສໍາຄັນ ທີ່ທາງການລາວ ຂໍໃຫ້ປະເທດໄທຍຊື້ໄຟຟ້າເພີ່ມຕື່ມ ຈາກກໍານົດສັນຍາເດີມ 9,000 ເມກາວັດ ທັ້ງໆທີ່ໃນປັດຈຸບັນ ປະເທດໄທຍ ກໍມີໄຟຟ້າສໍາຮອງທີ່ຂ້ອນຂ້າງສູງແລ້ວ.

ປັດຈັຍທີ່ 1 ຄື: ເຣື່ອງຂອງຜົນປໂຍດທາງທຸຣະກິຈ ຣະຫວ່າງພາກຣັຖ ກັບຜູ້ລົງທຶນ ເພາະມີຫຼາຍບໍຣິສັດ ໃນປະເທດໄທຍ ທີ່ຕ້ອງ ການຈະເຂົ້າໄປລົງທຶນ ສ້າງແຫຼ່ງພະລັງງານໄຟຟ້າ ໃນປະເທດລາວເປັນຈໍານວນຫຼາຍ ທັງໃນຮູບແບບ ພາກເອກຊົນລົງທຶນ 100% ແລະ ຮ່ວມທຶນກັບຣັຖບານລາວ, ແຕ່ແນວໃດກໍຕາມ ພະລັງງານໄຟຟ້າທີ່ຜລິດໄດ້ ກໍຈໍາເປັນຕ້ອງໄດ້ສົ່ງຂາຍໃຫ້ປະເທດອ້ອມຂ້າງ ບໍ່ດັ່ງນັ້ນແລ້ວ ພະລັງງານໄຟຟ້າ ກໍຈະສູນເສັຽໄປລ້າໆ ເພາະປະເທດລາວ ມີໄຟຟ້າທີ່ນໍາໃຊ້ພຽງພໍຢູ່ແລ້ວ.

ປັດຈັຍທີ 2 ຄື: ທາງການລາວ ປະເຊີນກັບບັນຫາໜີ້ສິນ ໂດຍສະເພາະ ເຣື່ອງການຜິດນັດຊໍາລະໜີ້ ກັບປະເທດຈີນ ເມື່ອປີ 2020 ທີ່ຜ່ານມາ ເຊິ່ງອາຈສົ່ງຜົນໃຫ້ທາງການລາວ ພະຍາຍາມທີ່ຈະເຮັດທຸກວິທີທາງ ເພື່ອໃຫ້ໄດ້ເງິນມາຊໍາລະໜີ້ສິນ ທີ່ນັບມື້ນັບຈະເພີ່ມ ທະວີຂຶ້ນ ເຊິ່ງ 1 ວິທີນັ້ນກໍຄື ການຂາຍໄຟຟ້າໃຫ້ກັບປະເທດໄທຍ:

 “ເນື່ຶຶອງຈາກວ່າເຂື່ອນໃນລາວທັງໝົດ ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຫຼື ກຝຜ ມີປໂຍດໂດຍຕົງ ເພາະສະນັ້ນ ກໍເລີຍເຮັດ ໃຫ້ໂຄງການເຂື່ອນໃນລາວ ກຝຜ ຊື້ຫຼາຍ ເຮົາກະຮູ້ວ່າ ໄລຍະທີ່ຜ່ານມານີ້ ລາວມີບັນຫາເຣື່ອງໜີ້ກັບຈີນ ລາວຈະມີທາງອອກ ຂອງ ການຫຼຸດພົ້ນ ຫຼືແກ້ບັນຫາໜີ້ຢ່າງດຽວ ກໍຄືຕ້ອງຫັນມາເພິ່ງ ການຂາຍໄຟຟ້າ ໃຫ້ປະເທດໄທຍ.”

ສໍານັກຂ່າວ ກຸງເທບທຸຣະກິຈ ຂອງໄທຍ ໄດ້ຣາຍງານໃນມື້ວັນທີ 9 ສິງຫາ 2021 ທີ່ຜ່ານມານີ້ວ່າ ທາງການລາວ ໄດ້ສເນີຂໍຂາຍ ໄຟຟ້າພະລັງງານນໍ້າ ຫຼື ໄຟຟ້າຈາກເຂື່ອນ ຈໍານວນຫຼາຍໂຄງການ ໂດຍກະຊວງພະລັງງານຂອງໄທຍ ຢູ່ຣະຫວ່າງການພິຈາຣະນາ ເຊິ່ງການຊື້-ຂາຍໄຟຟ້າແຕ່ລະໂຄງການນັ້ນ ກໍຈະມີໄລຍະເວລາ ຕຽມການລ່ວງໜ້າປະມານ 5-7 ປີ. ສະນັ້ນແລ້ວ ແຜນການຮັບຊື້ ໄຟຟ້າຈາກປະເທດລາວເພີ່ມຕື່ມ ຄາດວ່າຈະໄດ້ຂໍ້ສລຸບ ພາຍໃນປີ 2021 ນີ້.

ອີງຕາມການຣາຍງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບສັນຍາຊື້-ຂາຍໄຟຟ້າ ຣະຫວ່າງປະເທດລາວ ກັບປະເທດ ອ້ອມຂ້າງ ປະກອບມີ ສັນຍາຣະຫວ່າງລາວ-ໄທຍ ຈໍານວນ 9,000 ເມກາວັດ, ສັນຍາ ຣະຫວ່າງລາວ-ກັມພູຊາ 6,000 ເມກາວັດ, ສັນຍາ ຣະຫວ່າງລາວ-ວຽດນາມ 5,000 ເມກາວັດ, ສັນຍາຣະຫວ່າງລາວ-ມາເລເຊັຽ 300 ເມກາວັດ ແລະ ສັນຍາຣະຫວ່າງ ລາວ-ພະມ້າ 100 ເມກາວັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.