ຣາຄາຢາງພາລາຢູ່ ລາວ ຕົກຕໍ່າ

ໄຊຍາ
2018.11.15
ສວນຢາງພາລາ ແຂວງອັດຕະປື
RFA/file photo

ຣາຄາຢາງພາລາໃນລາວຕົກຕໍ່າ ມາໄດ້ຫຼາຍປີແລ້ວ ຊາວສວນຢາງຈຳນວນຫຼາຍກໍພາກັນເຊົາກີດຢາງ ຫລື ຕັດຕົ້ນຢາງຖິ້ມຫັນໄປປູກພືດ ອື່ນແທນ. ປັດຈຸບັນຣາຄາຂາຍ 3 ພັນກີບຕໍ່ກິໂລ ຈາກເມື່ອກ່ອນຂາຍໄດ້ 13 ພັນກີບຕໍ່ກິໂລ, ດັ່ງເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ, ຣາຄາຢາງແຂວງຫຼວງນໍ້າທາ ດຽວນີ້ຂາຍຢູ່ປະມານ 3 ພັນກີບ ຕໍ່ກິໂລ ເຊິ່ງເປັນຣາຄາຕໍ່າທີ່ສຸດ ຕັ້ງແຕ່ເລີ້ມຂາຍຢາງພາລາໃນລາວ.

"ຕົວນີ້ມັນເວົ້າບໍ່ໄດ້ເນາະ ເຣື່ອງເສຖກິສນີ້ມັນ ຈະມີອັນຂຶ້ນ ແລະລົງເນາະ ແຕ່ວ່າອີງໃສ່ ໃນຣະຍະທີ່ຜ່ານມານີ້ ມັນຮອດເວລາຂຶ້ນແລ້ວ ປັດຈຸບັນນີ້ ມັນລົງໆມາຮອດ 3 ພັນ ແລ້ວມັນລົງມາໄດ້ 5 - 6 ປີ ແລ້ວ."

ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນປະຊາຊົນເຊົາກີດຢາງແລ້ວ ເນື່ອງຈາກຣາຄາຢາງ ຕໍ່າຫລາຍ ຊາວສວນແບກຫາບການຂາດທຶນ ຖ້າຣາຄາ ຢາງ ຢູ່ໃນຣະຫວ່າງປະມານ 6 ພັນກີບ ຊາວສວນຢາງກໍສາມາດຢູ່ໄດ້.

"ປັດຈຸບັນນີ້ຂະເຈົ້າເຊົາກີດຢາງແລ້ວ ເຊົາປາດແລ້ວບໍ່ເຮັດຫຍັງແລ້ວ ຢາງກໍບໍ່ເປັນຣາຄາປານໃດ ທຽບໃສ່ຢູ່ນີ້ 26 ບາດ ຄິດເປັນເງິນໄທ ເພິ່ນເຮັດເປັນຢາງສຳເຣັດຮູບແລ້ວ ເພິ່ນສິສົ່ງໄປຈີນ."

ບັນຫາຣາຄາຢາງຕົກຕໍ່າ ທີ່ຜ່ານມາຊາວສວນຢາງ ແຂວງຫຼວງນໍ້າທາໄດ້ ສເນີບັນຫາໄປຍັງຣັຖບານ ໃຫ້ຊ່ອຍຄວບຄຸມ ຣາຄາຢາງພາລາ ເພື່ອບໍ່ໃຫ້ພໍ່ຄ້າຄົນຈີນ ຜູກຂາດຣາຄາ ຫລື ກົດດັນຢາງພາລາ ໃຫ້ຕົກຕໍ່າໄປກ່ວານີ້ ແຕ່ບໍ່ມີພາກສ່ວນໃດ ອອກມາແກ້ໄຂ.

ສະຖາບັນຄົ້ນຄວ້າເສຖກິສ ແຫ່ງຊາດ ປະເມີນວ່າຄ່າທາງເສຖກິສ ກ່ຽວກັບການນໍາໃຊ້ດິນ ເພື່ອການກະສິກັມຣະບຸວ່າ ການປູກຢາງພາລາ ໃນລາວ ເລີ້ມເຂົ້າຊູ່ພາວະທົດຖອຍ ຖ້າປະເມີນຈາກຣາຄາຂາຍ ໃນປັດຈຸບັນ, ຕ່າງຈາກໃນໄລຍະ 5-10 ປີທຳອິິດ ທີ່ ປະເທດລາວ ເລີ້ມ ປູກຢາງພາລາ ຈະເຫັນວ່າຣາຄາຢາງສູງເຖິງ 12-13 ພັນກີບຕໍ່ກິໂລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.