ຣັຖບານລາວ ອາດຈະ ບໍ່ສາມາດໃຊ້ໜີ້ ຕ່າງປະເທດ ໄດ້ຕາມກຳນົດ

0:00 / 0:00

ປະ​ເທດ​ລາວ ປະ​ສົບ​ບັນ​ຫາ​ຂາດ​ແຄນ​ນ້ຳ​ມັນ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຍ້ອນ​ວ່າ ສະ​ພາບເງິນ​ເຟີ້​ ແລະ ບໍ່​ມີ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ ຢູ່​ໃນ​ຄັງ​ສະ​ສົມ ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ ສູງ​ຂຶ້ນ​ເປັນ​ປ​ວັດ​ການ.

ບັນ​ຫາ​ທີ່ປະ​ເທດ​ລາວ ຈະ​ປະ​ສົບ​ໃນ​ຕໍ່​ໜ້າ​ ກໍ​ຄື ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ປະ​ເທດ​ລາວ ຈະ​ບໍ່​ສາ​ມາດ​ໃຊ້​ໜີ້​ເຈົ່າ​ໜີ້​ຕ່າງ​ປະ​ເທດ ໄດ້​ຕາມ​ກຳ​ນົດ​ເວ​ລາ.

ສຳ​ນັກ​ຂ່າວ Bloomberg ຂອງ​ເຢ​ຣະ​ມັນ ໄດ້​ຣາຍ​ງານ ໃນ​ວັນ​ທີ 14 ມິ​ຖຸ​ນາ ທີ່​ຜ່ານ​ມາ ໂດຍ ອ້າງ​ຄຳ​ໃຫ້​ສັມພາດ​ຂອງ ທ່ານ Anushka Shah ຮອງ​ປະ​ທານ ຜ​ແນກການ​ລົງ​ທຶນ ຂອງ​ສະ​ຖານ Moody ທິ່​ເປັນ​ສະ​ຖານ​ບັນ​ ຈັດ​ອັນ​ດັບຄວາມ​ໜ້າ​ເຊື່ອ​ຖື ຂອງ​ການ​ຈ່າຍ​ໜີ້.

ທ່ານ Anushka Shah ໄດ້​ກ່າວ​ຕໍ່​ສຳ​ນັກ​ຂ່າວ Bloomberg ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່ປະ​ເທດ​ລາວ​ຈະ​ບໍ່​ສາ​ມາດ​ໃຊ້​ໜີ້ ​ຕ່າງ​ປະ​ເທດໄດ້​ຕາມ​ກຳ​ນົດ​ເວ​ລາ.

ສະ​ຖານ​ບັນ​ Moody ໄດ້​ຈັດ​ອັນ​ດັບ ​ຄວາມ​ສາ​ມາດ​ ຂອງ​ປະ​ເທດ​ລາວ ໃນ​ກາ​ນ​ຊຳ​ລະ​ໜີ້ຕ່າງ​ປະ​ເທດ ຢູ່ຂັ້ນ Caa3 ເຊິ່ງ​ເປັນ​ອັນ​ດັບ​ທີ່ ມີ​ຄວາມ​ສ່ຽງ​ສູງ ​ທີ່ປະ​ເທດ​ລາວ​ ຈະ​ບໍ່​ສາ​ມາດ​ຈ່າຍ​ໜີ້​ໄດ້ ຍ້ອນ​ວ່າ ການ​ບໍ​ຣິ​ຫານ​ງານ​ອ່ອນ​ແອ, ຈຳ​ນວນ​ໜີ້​ສິນ​ສູງຫຼາຍ, ແລະ ບໍ່​ມີ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ ຢູ່​​ໃນຄັງ​ສະ​ສົມ ທີ່ຈະ​ໃຊ້​ໜີ້​ຕ່າງ​ປະ​ເທດ​ໄດ້ ອີງ​ຕາມ​ການ​ຣາຍ​ງານ ​ຂອງ​ສຳ​ນັກ​ຂ່າວ Bloomberg.

ປະ​ເທ​ດ​ລາວ​ຕິດ​ໜີ້ ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນເປັນ​ລຳ​ດັບ ໂດຍ​ສະ​ເພາະນັບ​ແຕ່​ປີ 2010-2016 ເຊິ່ງ​ເປັນ​ປີ​ທີ່​ຣັ​ຖ​ບານ ມີ​ການ​ຢືມ​ຕ່າງ​ປະ​ເທດ​ຫຼາຍ.

ທ່ານ ບຸນ​ໂຈມ​ ອຸ​ບົນ​ປະ​ເສີດ ​ຣົ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ເງິນ ໄດ້ກ່າວ​ ຢູ່​ໃນ​ກອງ​ປະ​ຊຸມສ​ມັຍ​ສາ​ມັນ​ເທື່ອ​ທີ 3 ຂອງ​​ສະ​ແຫ່ງ​ຊາດ ຊຸດ​ທີ 9 ຫຼື ກອງ​ປະ​ຊຸມ​ສະ​ພາ ໃນ​ວັນ​ທີ 20 ມິ​ຖຸ​ນາ 2022 ຕອນ​ນຶ່ງ​ວ່າ:

“ໃນ​ປີ 2010 ເຮົາ​ໃຊ້​ໜີ້​ຕ່າງ​ປະ​ເທດ ບໍ່​ເກີນ 160 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ປົກ​ຕິ ລາຍ​ຮັບ​ພາຍ​ໃນ​ເຮົາ​ກະ​ສາ​ມາດ​ປະ​ຄັບ​ປະ​ຄອງ​ໄດ້ ແຕ່​ພວກ​ເຮົາ​ກະ​ທົບ​ແຮງ​ເຣີ່ມ​ແຕ່​ປີ 2019 ຂຶ້ນ​ມານີ້ ແມ່ນ 1,200 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ຕໍ່​ປີ ມາ​ຮອດ​ປີ 2022 ນີ້​ລະ​ແມ່ນ 1,400 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ​ຕໍ່​ປີ ສະ​ເພາະ​ໃຊ້​ໜີ້​ສິນ​ຕ່າງ​ປະ​ເທດ.”

ທ່ານ ບຸນ​ໂຈມ ອຸ​ບົນປະ​ເສີດ ໄດ້​ກ່າວ ຢູ່​ໃນ​ກອງ​ປະ​ຊຸມ​ສະ​ພາ ໃນ​ວັນ​ທີ 20 ມິ​ຖຸ​ນາ ຕອນ​ນຶ່ງວ່າ:

“ເຈົ້າ​ໜີ້​ຕ່າງໆ​ນີ້ ບໍ່​ວ່າ​ແຕ່​ຝ່າຍ​ໃດ ແມ່ນ​ຖາມ​ເຮົາ​ນີ້​ວ່າ ເຈົ້າ​ຈະ​ເອົາ​ຫຍັງ​ມາ​ຊຳ​ລະ ໃນ​ກໍ​ລະ​ນີ​ເລື່ອນ​ຊຳ​ລະ​ໃຫ້ ກະ​ປີ​ນັ້ນ​ຈະ​ເອົາ​ຫຍັງ​ມາ​ຊຳ​ລະ ອັນ​ນັ້ນ​ແມ່ນ​ຄຳ​ເຈາະ​ຈີ້ມ​ທີ່​ເຂົາ​ເຈົ້າ ​ຢາກ​ໄດ້​ນຳ​ເຮົາ​ທີ່​ສຸດ ສຳ​ລັບ​ໜີ້​ສິນ​ຕ່າງ​ປະ​ເທດນີ້ ລະ​ກະ​ແຫຼ່ງ​ລາຍ​ຮັບ​ທີ່​ພວກ​ເຮົາ ​ຈະ​ຊອກ​ຄົ້ນ​ນີ້ ແມ່​ນ​ສ່​ວນ​ໃຫຍ່​ຈາກ​ແຮ່​ທາຕນີ້​ແຫຼະ​ເປັນ​ພື້ນ​ຖານ.”

ທາງ​ອອກ​ຂອງ​ຣັ​ຖ​ບານລາວ ກໍ​ຄື ມີ​ການ​ປັບ​ປ່ຽນ​ຕຳ​ແໜ່ງ​ຜູ້​ວ່າ ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ​ ລາວ ແລະ ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ອຸ​ດ​ສາ​ຫະ​ກັມ ແລະ ການ​ຄ້າ.

ຣັ​ຖ​ບານ ໄດ້​ຍ້າຍ ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ​ການ​ທະ​ນາ​ຄານຄົນ​ເກົ່າ ໄປ​ຮັບ​ໜ້າ​ໃໝ່​ເປັນ​ຣັ​ຖ​ມົນ​ຕ​ຣີ ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ແລ້ວເອົາ ທ່ານ ບຸນ​ເຫຼືອ ສິນ​ໄຊວໍ​ລະ​ວົງ ອາ​ດີດຮອງ​ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ການ​ເງິນ ມາ​ເປັນຜູ້​ວ່າ​ການ ​ທະ​ນາ​ຄານ​ແຫ່ງ​ ສ​ປ​ປ ​ລາວ ຄົນ​ໃໝ່, ແລະ ຍ້າຍ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ໄປ​ສຳ​ນັກ​ງານ​ຍົກ​ຣັ​ຖ​ມົນ​ຕ​ຣີ ແລ້ວເອົາ ທ່ານ ມະ​ໄລ​ທອງ​ ກົມ​ມະ​ສິດ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ຣັ​ຖ ມາ​ເປັນຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ​ອຸດ​ສາ​ຫະ​ກັໃ ແລະ ການ​ຄ້າ​ແທນ.

ການ​ປັບ​ປ່ຽນ​ ໃນ​ສາຍ​ຕາ​ຂອງ​ນັກ​ວິ​ຊາ​ການ ​ຈາກ​ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ຊົນ​ຄົມ​ແລ້ວ ກໍ​ຍັງ​ຄື​ເກົ່າ ບໍ່​ສາ​ມາ​ດ​ປ່ຽນ​ແປງ​ຫຍັງ​ໄດ້​ຫຼາຍ.

ເຈົ້າ​ໜ້າ​ທີ່​ ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

“ຈາກ​ການ​ຕັ້ງ​ຂໍ້​ສັງ​ເກດ​ ສ່ວ​ນ​ໂຕ​ລະ ຄຶດ​ວ່າ​ປ່ຽນ ປ່ຽນ​ຍັງ​ບໍ່​ໄດ້​ດອກ ຫຼື ອາ​ຈ​ໄດ້​ຢູ່ ໄດ້​ຢູ່​ເລັກ​ໜ້ອຍ ເຫດ​ຜົ​ລ​ທີ່​ວ່າ ​ປ່ຽນ​ບໍ່​ໄດ້​ກະ​ຄື​ວ່າ ເສ​ຖ​ກິ​ຈ​ຂອງ ສ​ປ​ປ​ ລາວ ມັນ​ມາ​ເຖິງ​ຂັ້ນ​ວິ​ກິຕ​ແລ້ວ ເພາະ​ວ່າ ມັນ​ເຣີ່ມ​ເປັນ​ມາ​ຕັ້ງ​ແຕ່ 4-5 ປີ ກ່ອນ​ລະ​ແຫຼະ ເວົ້າ​ເຣື່ອງ​ໂດຍ​ສະ​ເພາະ​ ໜີ້​ສາ​ທາ​ຣະ​ນະ ແຕ່​ລະ​ຣັ​ຖ​ບານ​ແຕ່​ລະ​ຍຸກ ກະ​ສະ​ສົມ​ໜີ້​ ສະ​ສົມ​ສິນ.”

​ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ​ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ:

“ໃນ​ຂະ​ນະ​ດຽວ​ກັນ ​ຜ​ລິດ​ຕະ​ພັນ​ພາຍ​ໃນ​ເຈົ້າ​ກະ​ບໍ່​ມີ ຄັນ​ເວົ້າ​ເຣື່ອງວ່າ ພ​ລັງ​ບໍ່​ແຮ່, ພ​ລັງ​ງານ​ໄຟ​ຟ້າ ກໍ​ລ້ວນ​ແລ້ວ​ແຕ່​ເປັນ​ຂອງ​ຕ່າງ​ປະ​ເທດ ສະ​ນັ້ນ​ແຫຼະ ເສ​ຖ​ກິ​ຈສົ່ງ​ອອກ​ຂອງ​ເຈົ້າ​ບໍ່​ມີ​ຫຍັງ​ເລີຍ ມັນ​ຍາກ​ຫຼາຍ​ທີ່​ຈະ​ເຮັດ​ໃຫ້​ເສ​ຖ​ກິ​ຈ​ຂອງ​ ສ​ປ​ປ​ ລາວ ດີ​ຂຶ້ນ.”

ແຕ່​ວ່າ ມັນກໍເປັນ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ ໃຫ້​ນັກ​ທຸ​ຣະ​ກິຈ​ໃນ​ລະ​ດັບ​ນຶ່ງ. ນັກ​ທຸ​ຣະ​ກິຈ​ລາວ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

“ກໍ​ໝັ້ນ​ໃຈ​ວ່າ ການ​ແກ້​ໄຂ​ບັນ​ຫາ​ ເສ​ຖ​ກິ​ຈ​ຊິ​ດີ​ຂຶ້ນ ແຕ່ ດີ​ຂຶ້ນ​ຂ​ນາດ​ໃດ​ນັ້ນ ກໍ​ຕ້ອງ​ລໍ​ຖ້າ​ເບິ່ງຕໍ່​ໄປ.”

ອັດ​ຕ​ຣາ​ເງິນ​ເຟີ້ໃນ​ເດືອນ​ມົກ​ກະ​ຣາ ຫາ ເດືອນ​ພຶ​ສ​ພາ ປີ 2022 ສະ​ເລັ່ຽ ແລ້ວ ເກືອບ 9 ເປີ​ເຊັນ ຕໍ່​ເດືອນ ອີງ​ຕາມຂໍ້​ມູນ​ຈາກ ຈາກທນາ​ຄານ​ແຫ່ງ ສ​ປ​ປ​ ລາວ. ຂໍ້​ມູ​ນ​ຈາກ​ທ​ນາ​ຄານ​ແຫ່ງ ສ​ປ​ປ ​ລາວ ໄດ້​ລະ​ບຸ​ ອັດ​ຕ​ຣາ​ເງິນ​ເຟີ້ ຄື:

  1. ເດືອນ​ມົກ​ກະ​ຣາ ອັດ​ຕຣາ​ເງິນ​ເຟີ້ ຢູ່​ທີ່ 25%
  2. ເດືອນ​ກຸມ​ພາ ອັດ​ຕ​ຣາ​ເງິນ​ເຟີ້ 31%
  3. ເດືອນ​ມີ​ນາ 54%
  4. ເດືອນ​ເມ​ສາ86%
  5. ເດືອນ​ພຶ​ສ​ພາ 81%

ຂໍ້​ມູນ​ທນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022 ໄດ້​ລະ​ບຸວ່າ ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ ​ຂອງ​ລາວກວມ​ເອົາ 68% ຂອງລວມຍອດ ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ ສ່ວນ​ວ່າ ປີ 2021 ໜີ້​ສິ​ນ​ສາ​ທາ​ຣະ​ນະ​ ຂອງ​ລາວ ກວມ​ເອົາ 88% ຂອງ GDP ເທົ່າ​ກັບ 14.5 ຕື້​ໂດ​ລ້າຣ໌.

ນັກ​ຄຳ​ນວນ​ດ້ານ​ຄະ​ນິ​ຕສ​າ​ຕ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

“ມັນ​ກະ​ບໍ່​ລອດຫັ້ນແຫຼວ ເປັນ​ໜີ້​ເຂົາ 88 ເປີ​ເຊັນ [ຂອງ GDP] ສົມ​ມຸດ​ວ່າ ມີ​ເງິນ​1,000,000 ລ້ານ ຕ້ອງ​ໄປ​ໃຊ້​ໜີ້​ເຂົ້າ 880,000​ ເຫຼືອພຽງ​ແຕ່ 120,000 ຫຼື 12 ເປີ​ເຊັນ ແລະ ຖ້າຫາກ​ທຽບ​ໃສ່​ລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ມັນ​ກະ​ບໍ່​ລອດ​ຫັ້ນ​ແຫຼ.”

ນັກ​ຄຳ​ນວນ​ຄະ​ນິຕ​ສາ​ຕ ທ່ານນີ້ ກ່າວ​ຕື່ມ​ວ່າ:

“ຂັ້ນ​ໜີ້ 60-70 ເປີ​ເຊັນ ສ່ວນ​ທີ່​ເຫຼືອ 30-40 ເປີ​ເຊັນ ມັນ​ກະ​ຊິ​ພໍ​ຖູ​ໄຖໄປ ແຕ່ ຖ້າ​ໜີ້ 88 ເປີ​ເຊັນ ຫັນ​ໃຈ​ຝຶດ.”

ໃນ​ຈຳ​ນວນ​ໜີ້​ສິນ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021 ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30% ອີງ​ຕາມຂໍ້​ມູນ​ຈາກ​ທ​ນາ​ຄານ​ໂລກ.

ຢູ່​ໃນ​ກອ​ງ​ປະ​ຊຸມຄັ້ງ​ທີ 27 ທີ່​ມີ​ຫົວ​ຂໍ້​ວ່າ "ອະ​ນາ​ຄົດ​ຂອງເອ​ເຊັຽ" ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫລວງ​ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ໂດຍ​ຜ່ານ​ລະ​ບົບ​ວີ​ດີ​ໂອທາງໄກ, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ໄດ້​ກ່າວ ຕອນ​ນຶ່ງວ່າ:"ພວກ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ຈ່າຍ​ໜີ້ ຕາມ​ຄວາມ​ສາ​ມາດ ແລະ ຕາມລະ​ບົບ ແລະ ຕາມຄວ​າມ​ຈຳ​ເປັນ​ຂອງ​ສະ​ພາບ​ການ​ປັ​ຈຸ​ບັນ ຂ້າພະ​ເຈົ້າ​ [ທ່ານ ທອງ​ລຸນ] ຈະ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ໄດ້​ຕິດ​ກັບ​ດັກ​ໜີ້ ໃນ​ຕອນນີ້."

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: “ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ. ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທນາຄານແຫ່ງ ສປປ ລາວ ຢືມ ມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ: “ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັພສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້.”​

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການ ລະບົບສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ ອີ​ງ​ຕາມ​ການ​ຣາຍ​ງານ ຂອງສຳ​ນັກ​ຂ່າວ Reuters ຂອງ​ອັງ​ກິດ. ສ່ວນ​ວ່າ ທາງ​ການ​ລາວ ກໍ​ອອກ​ມາ​ປະ​ຕິ​ເສດ​ເຣື່ອງນີ້ ໂດຍທາງ​ການ​ລາວ ໄດ້​ຊີ້​ແຈງວ່າ ຈີນບໍ່​ໄດ້​ເຂົ້າ​ມາ​ຄວບ​ຄຸມ.