ໜີ້ສິນມະຫາສານຂອງ ສປປລ

ອະວາຣີ
2015.06.04
F-China-train ຕົວຢ່າງຣົດໄຟ ຄວາມສູງຂອງຈີນ ທີ່ທາງການລາວ ຈະຢືມມາສ້າງ
investvine

ຣັຖບານ ສປປ ລາວ ເປັນໜີ້ ຕ່າງ ປະເທດ ຫລາຍ ເກີນໄປ, ປີນີ້ ຈະມີ ໜີ້ ເພິ້ມຂຶ້ນ ເປັນ 6.1 ຕື້ ດອນລ່າ ສະຫະຣັຖ. ໜີ້ ຫລາຍ ເທົ່ານີ້ ຣັຖບານ ກໍ ບໍ່ ສາມາດ ຈະ ໃຊ້ຄືນ ໄດ້ ຢູ່ແລ້ວ; ເຖິງປານ ນັ້ນ ຣັຖບານ ລາວ ກໍຍັງ ຈະຢືມເງິນ ຈາກ ຈີນ ຕື່ມອີກ 7.2 ຕື້ ດອນລ່າ ເພື່ອ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຊຶ່ງ ຈະເຮັດ ໃຫ້ ໜີ້ ເພິ້ມຂຶ້ນ ເປັນ ຢ່າງໜ້ອຍ 13.3 ຕື້ ດອນລ່າ ຊຶ່ງ ເປັນເງິນ ອັນ ມະຫາສານ.

ທຸກ ທ່ານ ອາຈຢາກ ຖາມວ່າ ຣັຖບານ ລາວ ຈະ ໃຊ້ໜີ້ ຄືນ ແນວໃດ, ໂດຍ ສະເພາະ ໜີ້ ທີ່ ຢືມມາ ສ້າງ ທາງ ຣົດໄຟ ຄວາມໄວສູງ ນັ້ນ, ຣັຖບານ ລາວ ກໍຈະ ຕອບ ຄຳຖາມ ນັ້ນວ່າ, ຈະ ໃຊ້ໜີ້ ຄືນ ດ້ວຍ ວິທີ ອະນຸຍາດ ໃຫ້ ຈີນ ເຂົ້າ ມາ ຂຸດຄົ້ນ ເອົາ ແຮ່ທາດ ເຊັ່ນ: ຄຳ, ເງິນ, ທອງ, ແລະ Bauxite. ວິທີ ນີ້ ຣັຖບານ ລາວ ໄດ້ໃຊ້ ມາແລ້ວ ຫລາຍ ຄັ້ງ; ຕົວຢ່າງ ເວລາ ສ້າງ ສນາມ ກິລາ ແຫ່ງຊາດ ໃໝ່, ກໍໃຫ້ ສັມປະທານ ທີ່ ດິນ ບຶງ ທາດຫລວງ ໃຫ້ ແກ່ຈີນ.

ຖ້າ ຈະ ອາສັຍ ໄມ້ ໄມ້ ກໍໝົດ ແລ້ວ; ຖ້າຈະ ອາສັຍ ການ ໃຊ້ໜີ້ ຄືນ ດ້ວຍ ເງິນສົດ ແບບ ປະເທດ ອື່ນ, ສປປລາວ ກໍຄົງ ຈະບໍ່ມີ ເງິນ ພຽງພໍ ແມ້ແຕ່ ງົປມານ ຈ່າຍ ເງິນ ເດືອນ ພະນັກງານ ຣັຖກອນ ຂອງ ຣັດ, ຣັຖບານ ກໍຍັງ ບໍ່ມີ ຈ່າຍໃຫ້ ຢ່າງ ທົ່ວເຖິງ ແລະ ທັນ ເວລາ.

ບັດນີ້ ພວກເຮົາ ມາ ສຶກສາ ເບິ່ງ ວິທີ ຈ່າຍ ດ້ວຍ ແຮ່ທາດ ບັນຫາ ໃຫຍ່ ກໍຄື ປະເທດ ລາວ ຍັງມີ ແຮ່ທາດ ຫລື ບໍ່ແຮ່ ຫລາຍ ພໍຈະໃຊ້ ໜີ້ ຄືນ ໄດ້ ຫລືບໍ່. ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ໃຫ້ ຄຳຄິດ ຄຳເຫັນ ຕອບ ຄຳຖາມ ນັ້ນວ່າ:

“ຂ້າພະເຈົ້າ ຕີ ຣາຄາ ວ່າ ບໍ່ແຮ່ ຢູ່ລາວ ນີ້ມັນ ບໍ່ມີ ຫລາຍ ແລ້ວ ບໍ່ຄຳ ເຊໂປນ ມັນ ກໍໝົດ ໄປແລ້ວ ແມ່ນບໍ່, ມັນ ບໍ່ມີ ຫຍັງ ຫລວງ ຫລາຍ ມາເບິ່ງ ແລ້ວ ເນື້ອ ທີ່ດິນ ຂອງ ປະເທດ ລາວ ມັນ ກໍບໍ່ໄດ້ ກວ້າງໃຫຍ່ ໄພສານ, ໃນເມື່ອ ຂຸດ ອອກໄປ ຂາຍ ຕິກໆ ມັນ ຈະບໍ່ມີ ຫຍັງ ເຫລືອ ໃນ ອະນາຄົດ ໃຫ້ ແກ່ ລູກຫລານ ລາວ ໃນການ ພັທນາ ສ້າງສາ ປະເທດ ຊາດ, ມັນ ບໍ່ມີ ຄວາມ ຈຳເປັນ ຕ້ອງມາ ຟ້າວຟັ່ງ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ທີ່ ເປັນການ ຕິດໜີ້ ຢ່າງໃຫຍ່ ຫລວງ. ປັດຈຸບັນ ນີ້ ປະເທດ ລາວ ເປັນໜີ້ ຫລາຍ ທີ່ສຸດ ໃນ ບັນດາ ປະເທດ ທີ່ ດ້ອຍ ພັທນາ. ທາງການ ຂອງ ສປປລາວ, ບໍ່ ຄຳນຶງ ເຖິງ ອະນາຄົດ ຂອງ ປະເທດ ຊາດ ບ້ານເມືອງ, ເຫັນແກ່ ຜົນປໂຍດ ສ່ວນຕົວ ໃນການ ສໍ້ໂກງ ເພື່ອ ຈະແບ່ງປັນ ເງິນ ຈຳນວນ 7 ຕື້ ນີ້ມາ ເຂົ້າຖົງ ແຕ່ລະ ທ່ານ ຜູ້ນຳ ຫລື ກຳ ອຳນາດ.”

ແຮ່ທາດ ເປັນ ຊັພຍາກອນ ທັມມະຊາດ ທີ່ ມີ ປະຣິມານ ຈຳກັດ ຕົວຢ່າງ ຄຳ, ບໍ່ຄຳ ເຊໂປນ ແຂວງ ສວັນນະເຂດ ກໍ່ໝົດ ຄຳ ແລ້ວ ແຕ່ ສອງສາມ ປີ ກ່ອນ ປັດຈຸບັນ ຍັງເຫລືອ ແຕ່ ທອງ. ໄລ່ ສະເລັ່ຽ ແລ້ວ ບໍ່ຄຳ ແຫ່ງນຶ່ງ ຈະມີ ອາຍຸ ພຽງແຕ່ ສິບປີ. ບໍ່ ພູຄຳ ທີ່ ແຂວງ ໄຊສົມບູນ ກໍ ຈະ ຄືກັນ ຖືກ ຂຸດຄົ້ນ ມາຫ້າ ປີ ກວ່າ ແລ້ວ ອີກ ຫ້າ ປີ ກໍ ຈະໝົດ.

ອີກ ແຮ່ທາດ ນຶ່ງ ທີ່ ປະເທດ ລາວ ອາດມີ ກໍຄື ທາດ Bauxite. ເມື່ອ ເກືອບ ສິບ ປີ ກ່ອນ ນັກ ສຳຣວດ ແຮ່ທາດ ຄົ້ນພົບ ບໍ່ Bauxite ຢູ່ ພາກໃຕ້ ຂອງລາວ, ແລະ ຣາຍງານ ວ່າ ເປັນ ບໍ່ໃຫຍ່ ທີ່ສຸດ ແຫ່ງນຶ່ງ ໃນ ໂລກ ສາມາດ ຜລິດ Aluminum ຊຶ່ງ ເປັນ ໂລຫະ ຊນິດ ນຶ່ງ ທີ່ ມີ ຣາຄາ ແພງ, ແລະ ໂລກ ຕ້ອງການ ທີ່ສຸດ ໄດ້ ຫລາຍ ລ້ານ ຕັນ. ໃນ ເວລາ ນັ້ນ ຈີນ ກໍສົນໃຈ ຢາກ ລົງທຶນ ຂຸດຄົ້ນ, ແຕ່ ຈົນເຖິງ ປັດຈຸບັນ ກໍຍັງ ມິດ ງຽບ ຢູ່. ຄຳຖາມ ກໍຄື ຈະ ເປັນໄປໄດ້ ບໍ່ ທີ່ ຣັຖບານ ລາວ ຈະໃຊ້ ແຮ່ທາດ Bauxite ເພື່ອ ໃຊ້ ໜີ້ ຄືນ ໃຫ້ແກ່ ຈີນ.

ນັກ ທໍຣະນີສາດ ຕ່າງ ປະເທດ ຣາຍງານ ຜົນ ຂອງ ການ ສຶກສາ ສຳຣວດ ທາງ ອິນເຕີແນັດ ເມື່ອ ປີ 2007 ວ່າ, ພູພຽງ ບໍຣິເວນ ໃນ ພາກໃຕ້ ຂອງລາວ ມີ Bauxite ທີ່ ຈະມີ ມູນຄ່າ ທັງໝົດ ພຽງແຕ່ 3.2 ຕື້ ດອນລ່າ, ເຄິ່ງນຶ່ງ ຂອງ ໜີ້ ທາງ ຣົດ ໄຟ ບໍ່ພໍ ບໍ່ພໍ ໃຊ້ ໜີ້. ທະນາຄານ ໂລກ ກໍເຄີຍ ເຕືອນ ຣັຖບານ ລາວ ແລ້ວວ່າ ຈະ ສ້າງ ເສຖກິດ ເປັນຕົ້ນ ຈະ ສ້າງ ທາງ ຣົດໄຟ, ຣັຖບານ ລາວ ບໍ່ຄວນ ອາສັຍ ແຕ່ ຊັພຍາກອນ ທັມມະຊາດ ຢ່າງດຽວ ຄວນມີ ຂແນງການ ອື່ນໆ ນຳ. ຖ້າ ອາໄສ ແຮ່ທາດ ບໍ່ໄດ້ ຣັຖບານ ລາວ ກໍຕ້ອງ ໃຊ້ ເງິນສົດ, ວິທີ ນີ້ ນັກ ຊ່ຽວຊານ ຕ່າງ ປະເທດ ກໍ ເຫັນວ່າ, ເປັນໄປ ບໍ່ໄດ້ ທີ່ ຣັຖບານ ລາວ ຈະ ໃຊ້ໜີ້ ອັນ ມະຫາສານ ນັ້ນ ດ້ວຍ ເງິນສົດ, ເພາະ ເສຖກິດ ລາວ ນ້ອຍ ປະຊາຊົນ ບໍ່ມີ ຣາຍຮັບ ແລະ ຣັຖບານ ກໍ ຈະຂາດ ເຂີນ ງົບປະມານ ຢ່າງໜັກ ຕລອດ ເວລາ.

ຕາມ ທັມມະດາ ຣັຖບານ ກໍຕ້ອງ ອາໄສ ເກັບ ພາສີ ອາກອນ ຈາກ ປະຊາຊົນ, ເພື່ອ ໃຊ້ໜີ້ ຕ່າງ ປະເທດ; ແຕ່ ປະຊາຊົນ ລາວ ສ່ວນຫລາຍ ຍັງ ທຸກຍາກ ຂາດເຂີນ. ເບິ່ງ ຄືວ່າ ຣັຖບານ ເປັນ ຜູ້ຢືມ ແລະ ຣັຖບານ ກໍເປັນ ຜູ້ຕິດໜີ້, ແຕ່ ຕາມ ຫລັກ ວິຊາການ ຫລື ຕາມ ຄວາມ ເປັນຈິງ ແລ້ວ, ແມ່ນ ປະຊາຊົນ ເປັນ ຜູ້ ຕິດໜີ້ ແລະ ກໍເປັນຜູ້ ໃຊ້ໜີ້. ສະນັ້ນ ໃນ ກໍຣະນີ ປະເທດ ລາວ ໜີ້ ທີ່ ຣັຖບານ ລາວ ຢືມມາ ນັ້ນ, ຈະ ຕົກທອດ ລົງໄປ ສູ່ ປະຊາຊົນ ລຸ້ນລູກ ລຸ້ນຫລານ. ດັ່ງ ຄົນລາວ ຜູ້ນຶ່ງ ໄດ້ ສະແດງ ຄວາມ ວິຕົກ ກັງວົນ ເມື່ອ ບໍ່ດົນ ຜ່ານມາ ວ່າ:

“ກ່ຽວກັບ ວ່າ ຣັຖບານ ລາວ ຈະ ຢືມເງິນ ມາ ເພື່ອ ທາງ ຣົດໄຟ ຫລື ຫລາຍໆ ຢ່າງ ນັ້ນ, ຣັຖບານ ເຂົາຮູ້ ຢູ່ແລ້ວ ໃຊ້ ຄືນ ບໍ່ໄດ້, ເພາະເຂົາ ບໍ່ມີ ຣາຍໄດ້ ເດ໋; ເງິນ 7 ພັນ ລ້ານ ເຂົາ ກໍຈ່າຍຄືນ ບໍ່ໄດ້ ແຕ່ ເຂົາ ກໍຢືມ ເພາະ ເຂົາຢາກ ໄດ້ ເງິນ ຄ່າ ນາຍໜ້າ ແລະ ເມື່ອ ເຂົາ ຈະຈ່າຍ ຄືນ ຫັ່ນ ເຂົາ ຮັ່ງມີ ແລ້ວ ບາງທີ ຕໍ່ໄປ ເຂົາ ກໍຕາຍ ໄປ ແລ້ວ, ແລະ ເງິນ ທີ່ ເຂົາ ຕິດໜີ້ ມັກ ຈະໄປ ຄາຢູ່ ກັບ ປະຊາຊົນ ລາວ ພຸ້ນ ລູກ ຫລານ ທີ່ ຈະ ເກີດມາ ຊິມາ ເສັຽ ຄ່າຢືມ ເງິນ ຫລື ດອກເບັ້ຽ ຕ່າງໆ ນີ້ ແປວ່າ ອັນຕະຣາຍ ອັນຕະຣາຍ ຫລາຍ ໂຕ ນີ້ນ໋າ.”

ທະນາຄານ ພັທນາ ເອເຊັຽ ຫລື ເອດີບີ ຊຶ່ງ ໃຫ້ ເງິນ ຊ່ວຍເຫລືອ ແກ່ ຣັຖບານ ລາວ ຫລາຍ ສິບ ລ້ານ ດອນລ່າ ສະຫະຣັຖ ຕໍ່ ປີ, ກໍເຕືອນ ຣັຖບານ ລາວ ວ່າ, ເປັນໄປ ບໍ່ໄດ້ ທີ່ ຣັຖບານ ລາວ ຈະ ຢືມເງິນ ກວ່າ 7 ຕື້ ດອນລ່າ ອີກ ແລະ ກໍເປັນໄປ ບໍ່ໄດ້ ເຊັ່ນກັນ ທີ່ ຣັຖບານ ລາວ ຈະ ໃຊ້ ຄືນ. ຖ້າຍັງ ຈະດື້ ດັນຢືມ ຕື່ມ ປະເທດ ລາວ ຈະຕົກຢູ່ ຂຸມໜີ້ ທີ່ ເລິກ ເກີນໄປ ຈົນ ບໍ່ສາມາດ ຟື້ນໂຕ ຄືນ ໄດ້.

ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ທີ່ ຮູ້ ກ່ຽວກັບ ການ ເຈຣະຈາ ຢືມເງິນ ກັບ ຈີນ, ເພື່ອ ມາສ້າງ ທາງ ຣົດໄຟ ນັ້ນ ກໍຍອມ ຮັບວ່າ ບັນຫາ ໃຫຍ່ ທີ່ ລາວ ແລະ ຈີນ ຍັງ ບໍ່ສາມາດ ຕົກລົງ ກັນໄດ້ ໃນ ຣະຍະ ຜ່ານມາ ແມ່ນ ບັນຫາ ດອກ ເບັ້ຽ; ທາງ ຝ່າຍຈີນ ຈະຍອມ ໃຫ້ ລາວ ຢືມ ເງິນ ຈຳນວນ 7.2 ຕື້ ນັ້ນ ຢູ່ ແຕ່ ລາວ ຕ້ອງຈ່າຍ ດອກເບັ້ຽ ສູງ ເຖິງ 5.7 ສ່ວນຮ້ອຍ; ແຕ່ ຝ່າຍ ລາວ ເວົ້າວ່າ ຖ້າ ດອກເບັ້ຽ ສູງ ປານນັ້ນ ລາວ ຈະ ບໍ່ສາມາດ ຈ່າຍຄືນ ໄດ້, ລາວ ຢາກ ຈ່າຍ ດອກເບັ້ຽ ຕ່ຳ ເປັນ ພິເສດ ຄື ໃນ ຣະຫວ່າງ 2 ຫຼື 3 ສ່ວນຮ້ອຍ ເທົ່ານັ້ນ.

ອີກຢ່າງ ນຶ່ງ ເຈົ້າໜ້າທີ່ ລາວ ທ່ານນີ້ ກໍ ເຊື່ອວ່າ, ການ ລົງທຶນ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຈະ ເປັນການ ລົງທຶນ ທີ່ ບໍ່ ຄຸ້ມຄ່າ ເພາະ ລາວ ຈະບໍ່ໄດ້ ຫຍັງ ຫລາຍ ຣາຍຈ່າຍ ສຳລັບ ການ ບໍຣິຫານ ແລະ ຮັກສາ ກໍ ຈະສູງ ສູງ ຈົນ ຣັຖບານ ລາວ ຈະ ບໍ່ ສາມາ ດຳເນີນ ໄປ ໄດ້.

ສລຸບ ແລ້ວ ຣັຖບານ ລາວ, ຊຶ່ງ ປັດຈຸບັນ ເປັນໜີ້ ຕ່າງ ປະເທດ ຫລາຍ ຢູ່ແລ້ວ ແລະ ຖ້າ ຈະຢືມ ເງິນ ຕື່ມ ອີກ ເຖິງ 7 ຕື້ ດອນລ່າ, ຈະ ບໍ່ ສາມາດ ໃຊ້ ໜີ້ຄືນ ງ່າຍໆ ບໍ່ວ່າ ຈະ ໃນ ວິທີ ໃດ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.