ກັມມະບານລາວຂໍໃຫ້ ທາງການ ໃສ່ໃຈ ຕໍ່ຄົນງານ

ໄຊຍາ
2018.05.01
F-lao-workers ຄົນງານລາວ ໃນນະຄອນຫຼວງວຽງຈັນ
RFA/LX

ສະຫະພັນ ກັມມະບານລາວ ຮຽກຮ້ອງໃຫ້ທາງການລາວ ໃຫ້ເອົາໃຈໃສ່ປົກປ້ອງຊ່ອຍເຫລືອ ແຮງງານລາວເພີ້ມຂຶ ້ນອີກ ໂດຍສະເພາະ ຊ່ອຍໃຫ້ເຂົ້າເຖິງຂໍ້ມູນພື້ນຖານ ແລະຄວາມສະດວກໃນການພົວພັນວຽກ ຣະຫວ່າງ ຄົນງານ ກັບໜ່ວຍງານຣັຖ. ດັ່ງ ເຈົ້າໜ້າທີ່ ສູນກາງ ສະຫະພັນກັມມະບານລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 30 ເມສາ ວ່າ:

"ໄທເຮົານີ້ກໍແມ່ນ ກໍແນ່ນອນແລ້ວກໍຕ້ອງ ຄວາມເອົາໃຈໃສ່ເບາະ ອີ່ຫຍັງຕ່າງໆຫັ້ນນ່າ ແກ້ໄຂປັນຫາ ກໍ່ໃຫ້ມັນລັກສນະວ່ອງໄວ ເອີ, ຕາມ ໂຄງການຫົວເມືອງເພິ່ນຫັ້ນແລ້ວ ເພິ່ນກໍ່ມີໜ່ວຍງານຢູ່ທາງພຸ້ນເດ ໂດຍສະເພາະ ກໍອີງໃສ່ທາງສະຖານທູດ ຢູ່ພຸ້ນເດ ໂດຍສະເພາະ ກໍອີງໃສ່ ສະຖານທູດເຂົາຢູ່ພຸ້ນເດ ຊ່ວຍຄຸ້ມຄອງ."

ທ່ານກ່າວຕື່ມວ່າ ປັດຈຸບັນ ມີແຮງງານລາວ ທີ່ເຮັດວຽກຢູ່ພາຍ ໃນປະເທດປະມານກວ່າ 2 ແສນຄົນ ໃນນັ້ນຄົນງານລາວ 60% ຍັງບໍ່ ສາມາດເຂົ້າເຖິງຂໍ້ມູນພື້ນຖານ ທັງເຣື່ອງສິດທິດ້ານປະກັນສັງຄົມ, ປະກັນສຸຂພາບ ແລະການປີ່ນປົວ ທີ່ຄົນງານທຸກຄົນ ຈະຕ້ອງໄດ້ຮັບ.

ຜູ້ອອກແຮງງານລາວຄົນນຶ່ງ ຢູ່ເມືອງມະຫາໄຊ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າເປັນກັມມະກອນ ທີ່ເຂົ້າມາເຮັດວຽກເປັນ ຄົນງານນຳບໍຣິສັດ ເອກກະຊົນແຫ່ງນຶ່ງ ຢູ່ເມືອງມະຫາໄຊ ກໍ່ຍັງບໍ່ຮູ້ວ່າຕົນເອງ ຄວນຈະໄດ້ຮັບສິດໃນດ້ານໃດແດ່.

"ຕອນນິີ້ພວກເຮົາກໍ່ຂາດເຂີນຫັ້ນແຫລະ ບໍ່ມີໂອກາດໄດ້ລົງໄປປະຊຸມຂັ້ນບ້ານຫັ້ນນ່າ ໂດຍສະເພາະ ເຂດບ້ານຫ່າງໄກສອກຫລີກ ກໍ່ແຮງຮ້າຍແຫລະ ໃຫ້ປຸກຣະດົມໂຄສະນາ ບໍ່ເວົ້າເຣື່ອງການປົກປ້ອງທາງດ້ານ ສຸຂພາບທາງດ້ານອີ່ຫຍັງ ທຸກຢ່າງຫັ້ນແຫຼະ."

ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ ກ່າວໃນໂອກາດ ວັນກັມກະກອນສາກົນ ນີ້ວ່າ ກຳລັງແຮງງານ ມີສ່ວນສຳຄັນໃນທຸກຂົງເຂດ ວຽກງານ ຜູ້ໃຊ້ແຮງງານກໍ່ຕ້ອງເຫັນຄວາມສຳຄັນ ຂອງຜູ້ອອກແຮງງານ ແລະ ທີ່ ນະຄອນຫລວງວຽງຈັນ ສະຫະພັນ ກັມມະບານລາວ ກໍ່ໄດ້ຈັດຂະບວນຍ່າງ ເພື່ອສຸຂພາບ ເພື່ອສເລີມສລອງ  ວັນກັມມະກອນສາກົນ ຄົບຮອບ 132 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.