ລາວ ຂາດດຸນ ການຄ້າ 2 ເດືອນ ຕິດຕໍ່ກັນ
2022.06.16

ລາວຂາດດຸນການຄ້າ 2 ເດືອນຕິດຕໍກັນ ຮວມມູນຄ່າ 150 ລ້ານໂດລ້າຣ໌ສະຫະຣັຖ ແຍກເປັນເດືອນເມສາ ຂາດດຸນ 48 ລ້ານໂດລ້າຣ໌ສະຫະຣັຖ ແລະເດືອນພຶສພາ ຂາດດຸນ 102 ລ້ານໂດລ້າຣ໌ສະຫະຣັຖ ໂດຍປະເທດລາວ ຂາດດຸນການຄ້າ ກັບໄທຍ ແລະຈີນຫຼາຍທີ່ສຸດ.
ຂະນະທີ່ເຈົ້າໜ້າທີ່ ກົມການນຳເຂົ້າ-ສົ່ງອອກ ກ່າວວ່າສາເຫດ ທີ່ລາວຂາດດຸນການຄ້າ ຕິດຕໍ່ກັນ 2 ເດືອນ ກໍມາຈາກຫຼາຍສາເຫດ ເປັນຕົ້ນເງິນກີບອ່ອນຄ່າຮຸນແຮງ ແລະການສົ່ງອອກສິນຄ້າ ໄປຈີນຍັງມີຄວາມຫຍຸ້ງຍາກ ຍ້ອນຈີນບໍ່ທັນເປີດດ່ານ ປົກກະຕິ ແລ້ວຍັງຈຳກັດປະຣິມານ ການນຳເຂົ້າສິນຄ້າ ຈາກລາວຢູ່.
ດັ່ງເຈົ້າໜ້າທີ່ ກົມການນຳເຂົ້າ-ສົ່ງອອກ ກະຊວງອຸດສາຫະກັມ ແລະການຄ້າທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 06 ມິຖຸນານີ້ວ່າ:
“ດຸນການຄ້ານີ້ ມັນຈະຂາດດຸນເພາະວ່າ ສົ່ງອອກຍັງແມ່ນບັນຫາໂຄວິດ ທາງດ່ານຈີນນີ້ ເພາະວ່າເຮັດໃຫ້ການສົ່ງອອກນີ້ ມັນມີບັນຫາເຈົ້າ.”
ທ່ານກ່າວຕື່ມວ່າ ຖ້າດ່ານສາກົນລາວ-ຈີນ ເປີດເປັນປົກກະຕິ ກໍຈະເຮັດໃຫ້ສິນຄ້າລາວ ສາມາດສົ່ງອອກໄດ້ເປັນປົກກະຕິ 100% ຊຶ່ງຈະເຮັດໃຫ້ມູນຄ່າ ການສົ່ງອອກໄປຈີນເພີ່ມຂຶ້ນ ຖ້ານໍາມາດຸ່ນດ່ຽງ ກັບມູນຄ່າສິນຄ້ານຳເຂົ້າ ຈາກໄທຍກໍຈະບໍ່ຂາດດຸນກັນ ຫຼາຍຈົນເກີນໄປ.
ເຈົ້າໜ້າທີ່ສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາດ ກ່າວວ່າປັດຈຸບັນ ການນຳເຂົ້າ ແລະສົ່ງອອກ ກັບປະເທດຄູ່ຄ້າ ກັບຫຼາຍປະເທດ ກໍສາມາດຂົນສົ່ງສິນຄ້າໄດ້ ເກືອບວ່າຈະເປັນປົກກະຕິແລ້ວ ເພາະປັດຈຸບັນດ່ານສາກົນລາວ-ໄທຍ, ດ່ານສາກົນລາວ-ວຽດນາມ ກໍຖືວ່າເປີດເປັນປົກກະຕິແລ້ວ ຊຶ່ງເຮັດໃຫ້ແນ້ວໂນ້ມດ້ານການຄ້າ ກັບມາຟື້ນໂຕໄດ້ດີຫຼາຍສົມຄວນ.
ຂະນະທີ່ດ່ານສາກົນລາວ-ຈີນ ຕ້ອງຍອມຮັບວ່າ ມີຄວາມຫຍຸ້ງຍາກຫຼາຍທີ່ສຸດ ເພາະເຮັດໃຫ້ການສົ່ງອອກສິນຄ້າຂອງລາວ ເກີດບັນຫາ ແລະທາງການຈີນກໍເຂັ້ມງວດ ເພີ່ມຂຶ້ນໃນການກວດສິນຄ້າ ນຳເຂົ້າຈາກລາວ ຖ້າບໍ່ໄດ້ມາຕຖານທີ່ທາງການຈີນ ກຳນົດຈະບໍ່ໃຫ້ສິນຄ້າ ລາວຜ່ານໄປດ່ານຈີນ.
ດັ່ງເຈົ້າໜ້າທີ່ ສະພາການຄ້າແລະອຸດສາຫະກັມ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 16 ມິຖຸນາ ນີ້ວ່າ:
“ແມ່ນແລ້ວ ເພາະວ່າສິນຄ້າທີ່ອອກໄປຈີນນີ້ ຂະເຈົ້າມີມາຕການຫຼາຍຫັ້ນນ່າ ມັນກາເລີຍວ່າ ຈະຂ້ອນຂ້າງສົ່ງອອກຍາກນ້ອຍນຶ່ງ ເພາະວ່າທາງຈີນເຂົາຕັ້ງມາຕການໄວ້ສູງ.”
ທ່ານກ່າວຕື່ມວ່າ ສເນີໃຫ້ຣັຖບານລາວ ເລັ່ງຫາລືກັບທາງການຈີນ ເພື່ອຂໍເປີດດ່ານສາກົນ ລາວ-ຈີນ ເຕັມຮູບແບບ ເພື່ອອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ.
ຂະນະທີ່ຕາງໜ້າສມາຄົມ ຢາງພາຣາພາກເໜືອຂອງລາວ ກ່າວວ່ານັບແຕ່ທາງການຈີນ ປະກາດປິດດ່ານສາກົນ ລາວ-ຈີນ ແລະຄວບຄຸມການນຳເຂົ້າສິນຄ້າ ກໍເຮັດໃຫ້ການສົ່ງອອກ ຢາງພາຣາໄປຈີນ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ບວກກັບລາຄາເງິນກີບອ່ອນຄ່າ ກໍຍິ່ງເຮັດໃຫ້ມູນຄ່າ ການສົ່ງອອກໄປຈີນຫຼຸດລົງ ນຳດ້ວຍ.
ດັ່ງຕາງໜ້າສມາຄົມ ຢາງພາຣາພາກເໜືອຂອງລາວ ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 16 ມິຖຸນາ ນີ້ວ່າ:
“ຜົລກະທົບຫຼາຍທີ່ສຸດ ມີຄວາມຫຍຸ້ງຍາກ ເອີຫຼຸດລົງຫຼາຍສ່ວນຫຼາຍ ຂາຍຢູ່ລາວຂາຍ ຢູ່ໂຮງງານລາວນີ້ ສົ່ງອອກນີ້ຊັບສົນ ບໍ່ໄດ້ດີປານໃດການໄປມາ ຍາກທີ່ສຸດຈີນນີ້.”
ຂະນະທີ່ເຈົ້າໜ້າທີ່ ວິຊາການດ້ານການຄ້າ ຈາກກະຊວງອຸດສາຫະກັມ ແລະການຄ້າກ່າວວ່າ ຖ້າປະເທດລາວຂາດດຸນການຄ້າ ກັບປະເທດໃດກໍຕ້ອງຫຼຸດຜ່ອນ ການນຳເຂົ້າຈາກປະເທດນັ້ນ ຫຼືສົ່ງອອກສິນຄ້າກັບປະເທດນັ້ນ ເພີ່ມຂຶ້ນເພື່ອບໍ່ໃຫ້ລາວ ຂາດດຸນຫຼາຍຈົນເກີນໄປ ຍິ່ງປະເທດລາວ ກຳລັງປະເຊີນກັບສະພາບເງິນກີບ ອ່ອນຄ່າແບບນີ້ ກໍຫຍີ່ງເຮັດໃຫ້ປະເທດລາວ ເສັຽປຽບໜັກ.
ດັ່ງເຈົ້າໜ້າທີ່ ວິຊາການດ້ານການຄ້າ ຈາກກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 16 ມິຖຸນານີ້ວ່າ:
“ຍາກຢູ່ມັນກາສະພາບ ຍັງເປັນຄືແນວນີ້ຄືສິນຄ້າ ນຳເຂົ້າມາຈາກໄທຍ ກາຕ້ອງໄດ້ປະຕິບັດ ມາຕການການຄວບຄຸມ ການທີ່ຈະນຳເຂົ້າ ກາຕ້ອງຄວບຄຸມ ການສົ່ງອອກກາ ມີຄວາມຫຍຸ້ງຍາກນ້ອຍນຶ່ງ.”
ສຳລັບການນຳເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈຳເດືອນເມສາປີ 2022 ບັນລຸໄດ້ປະມານ 950 ລ້ານໂດລ້າຣ໌ສະຫະຣັຖ ແຍກເປັນມູນຄ່າສົ່ງອອກ 424 ລ້ານໂດລ້າຣ໌, ມູນຄ່າການນຳເຂົ້າປະມານ 526 ລ້ານໂດລ້າຣ໌ ແລະຂາດດຸນການຄ້າປະມານ 102 ລ້ານໂດລ້າຣ໌.
ການນຳເຂົ້າ-ສົ່ງອອກ ຂອງ ປະເທດລາວ ປະຈຳເດືອນພຶສພາປີ 2022 ບັນລຸໄດ້ປະມານ 1,000 ລ້ານໂດລ້າຣ໌ສະຫະຣັຖ ແຍກເປັນມູນຄ່າສົ່ງປະມານ 481 ລ້ານໂດລ້າຣ໌, ມູນຄ່າການ ນຳເຂົ້າປະມານ 529 ລ້ານໂດລ້າຣ໌ ແລະ ຂາດດຸນການຄ້າປະມານ 48 ລ້ານໂດລ້າຣ໌.
ປະເທດລາວ ສົ່ງອອກສິນຄ້າຫຼາຍທີ່ສຸດຄື ຈີນ, ວຽດນາມ ແລະ ໄທຍ ສ່ວນປະເທດລາວນຳເຂົ້າ ສິນຄ້າຫຼາຍທີ່ສຸດຄື ໄທຍ, ຈີນ ແລະ ວຽດນາມ.