ນັກທ່ອງທ່ຽວເຂົ້າມາລາວ ໜ້ອຍລົງ

ຈໍາປາທອງ
2018.03.29
F-Kuangsy ສະຖານທີ່ ທ່ອງທ່ຽວ ທັມມະຊາດ ຕາດກວາງຊີ ແຂວງຫລວງພຣະບາງ
RFA/NY

ນັກທ່ອງທ່ຽວຕ່າງປະເທສມາທ່ຽວ ສປປລາວ ປີ 2017 ມີພຽງ 3,860,000 ຄົນ ຄືຫຼຸດລົງເຖິງ 8.73 ສ່ວນຮ້ອຍ ເມື່ອທຽບໃສ່ປີ 2016 ທີ່ມີຈໍານວນ 4,230,000 ຄົນ ແລະສ້າງຣາຍໄດ້ 724,000,000 ໂດລາ ສະຫະຣັຖ, ຕາມສະຖິຕິ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ສປປລາວ.

ການທີ່ນັກທ່ອງທ່ຽວຕ່າງປະເທສ ເຂົ້າມາທ່ຽວລາວ ຫຼຸດລົງຄືແນວນັ້ນ ຫລາຍຄົນເວົ້າວ່າ ຕົ້ນຕໍແມ່ນເຣຶ່ອງຄວາມປອດໄພ, ມີການຕໍ່ສູ້ກັນ ຣະຫວ່າງ ກອງທະຫານຣັຖບາລ ແລະກອງກໍາລັງບໍ່ຮູ້ຝ່າຍ ຢູ່ພາກເໜືອຂອງເທສ, ມີການລັດຍິງ ຣົດຕາມເສັ້ນທາງ  ຖນົນຫົນທາງບໍ່ດີ, ສະຖານທີ່ທ່ອງທ່ຽວ ບໍ່ໄດ້ຮັບການປັບປຸງ, ການອະນາມັຍ ບໍ່ທົ່ວເຖິງ, ຄ່າທີ່ພັກ ແລະອາຫານແພງກວ່າ ປະເທສເພື່ອນບ້ານ ເປັນຕົ້ນ.

ເມື່ອເວົ້າເປັນແຕ່ລະຂົງເຂດແລະທະວີບໄປ ໜັງສືພິມ Asia&Pacific Edition ຣາຍງານໂດຍອີງໃສ່ ຂໍ້ມູນຈາກອົງການຂ່າວ Xinhua ຂອງທາງການຈີນ ວັນທີ 7 ມິນາ 2018 ນີ້ວ່າໃນປີ 2017 ນັກທ່ອງທ່ຽວຈາກຢູໂຣບ ມາທ່ຽວລາວຫຼຸດລົງຈາກປີ 2016, 27 ສ່ວນຮ້ອຍ ຄືມີພຽງ 161,200 ຄົນ ທີ່ມາທ່ຽວລາວ, ຈາກ ອາເມຣິກາ ຫລຸດລົງ 26% ຄືມີພຽງ 64,200 ຄົນ. ແລະນັກທ່ອງທ່ຽວຈາກ 9 ປະເທສ ສະມາຊິກ ອາຊຽນ ກໍຫລຸດລົງເຖິງ 11% ຄືມີພຽງ 2,740,000 ຄົນ ແລະ ຈາກຂົງເຂດອື່ນໆ ກໍຫລຸດລົງ. ແມ່ນແຕ່ນັກທ່ອງທ່ຽວໄທ ແລະວຽດນາມ ຊຶ່ງເປັນສ່ວນໃຫຍ່ ຂອງຈໍານວນນັກທ່ອງທ່ຽວ ທີ່ມາທ່ຽວລາວ ນັ້ນກໍຫລຸດລົງ ຢ່າງຫລວງຫລາຍ ຄືຫລາຍກວ່າ 500,000 ຄົນ. ສ່ວນວ່ານັກທ່ອງທ່ຽວຈາກຍີ່ປຸ່ນ ແລະເກົາຫລີໃຕ້ ທີ່ຈັບຈ່າຍຫລາຍທີ່ສຸດນັ້ນ ຍີ່ປຸ່ນ ຫລຸດລົງ 35% ຄືມີພຽງ 32,000 ຄົນ ແລະ ເກົາຫລີໃຕ້ ກໍຫລຸດລົງ 2% ຄືມີ 170,500 ຄົນ. ເວົ້າສະເພາະ ສິງກະໂປ ນັກຊ່ຽວຊານ ສິງກະໂປ ເວົ້າວ່າ:

"ນັກທ່ອງທ່ຽວສິງກະໂປ ເດີນທາງໄປທ່ຽວຕ່າງປະເທດ ແມ່ນເພື່ອກິນອາຫານ ຫາຊື້ເຄື່ອງຂອງຫຼູຫຼາ. ດັ່ງນັ້ນຈຶ່ງວ່າ ປະເທດ ທີ່ມີຊື່ສຽງ ແລະນິຍົມກັນໄປທ່ຽວ ເປັນຫຍັງຈຶ່ງແມ່ນ ຍີ່ປຸ່ນ, ເກົາຫລີ, ໃຕ້ຫວັນ, ຮົງກົງ ເປັນບ່ອນທີ່ຊາວສິງກະໂປ ເລືອກໄປທ່ຽວ ຫລາຍກວ່າ."

ຕາມສະຖິຕິຂອງທາງການລາວ ແລ້ວແມ່ນວ່າ ແຕ່ປີ 2012 ຫາປີ 2016 ຈໍານວນນັກທ່ອງທ່ຽວສິງກະໂປ ມາທ່ຽວ ສປປລາວ ຫຼຸດລົງ ເກືອບທຸກປີ ຈາກທີ່ມີ 10,500 ຄົນໃນປີ 2012 ມາເປັນ 8,500 ຄົນໃນປີ 2016 ຂນະທີ່ນັກທ່ອງທ່ຽວ ຈາກປະເທສທີ່ມີ ພົລເມືອງ ຊາວມຸສລິມ ເປັນສ່ວນໃຫຍ່ ເຊັ່ນບຣູໄນ ແລະ ອິນໂດເນເຊັຍ ນັ້ນກໍຫລຸດລົງເຖິງ 44% ແລະ 17% ຕາມລໍາດັບ.

ເວົ້າເຖິງສາເຫດທີ່ເຮັດໃຫ້ຈໍານວນນັກທ່ອງທ່ຽວຕ່າງປະເທສ ມາທ່ຽວລາວຫລຸດລົງຫລາຍນັ້ນ ທ່ານ ບຸນທະວີ ສີສະວາອ ຮອງຫົວໜ້າ ຜແນກຄົ້ນຄວ້າ ແລະຄຸ້ມຄອງ ການທ່ອງທ່ຽວ ກະຊວງຖແລງຂ່າວ, ວັທນະທັມແລະທ່ອງທ່ຽວ ສປປ ລາວ ກ່າວຕໍ່ ວຽງຈັນທາມສ ໃນມື້ວັນທີ 6 ມິນາ 2018 ວ່າ:

“ຕາມຄວາມຄິດເຫັນຂອງທ່ານແລ້ວ ສາເຫດຫລັກໆນັ້ນ ແມ່ນແຂວງຈໍານວນນຶ່ງ ບໍ່ມີສະຖານທີ່ ທ່ອງທ່ຽວພຽງພໍ, ການບໍຣິການຍັງບໍ່ດີພໍ ແລະຜລິດຕະພັນ ການທ່ອງທ່ຽວ ບໍ່ໄດ້ມາຕຖານທີ່ຕ້ອງການ.”

ແລະທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກໍຮັບຮູ້ຢູ່ໃນກອງປະຊຸມ ວຽກງານຖແລງຂ່າວ, ວັທນາທັທແລະທ່ອງທ່ຽວ ທົ່ວປະເທສ ປະຈໍາປີ 2018 ວ່າການດໍາເນີນ ທຸຣະກິດທ່ອງທ່ຽວ ທີ່ມີຄຸນນະພາບ ຕໍ່າທາງດ້ານການ ບໍຣິການ ແລະການເກັບຄ່າ ທໍານຽມ ຫຼາຍຊໍ້າ ຫຼາຍຊ້ອນ ຄືສາເຫດທີ່ເຮັດໃຫ້ ນັກທ່ອງທ່ຽວ ເດີນທາງເຂົ້າມາ ສປປລາວ ຫລຸດລົງ.

ສໍາລັບນັກທ່ອງທ່ຽວຈາກອາເມຣິກາ ທີ່ວ່າຫລຸດລົງຈາກ 63,000 ຄົນເມື່ອປີ 2015 ມາເປັນ 58,000 ຄົນໃນປີ 2016 ນັ້ນ ຫລາຍຄົນ ເວົ້າວ່າສ່ວນນຶ່ງແມ່ນອາດເປັນຍ້ອນຊາວອົພຍົບລາວ ຈໍານວນນຶ່ງ ເປັນຕົ້ນຜູ້ມີອາຍຸສູງ ຜູ້ເຖົ້າຜູ້ແກ່ທີ່ໄດ້ຈາກບ້ານ ມາຫຼາຍປີຄິດເຖິງ ບ້ານເກີດເມືອງນອນ ຄິດຮອດຄອບຄົວ ຍາດຕິພີ່ນ້ອງ ໝູ່ຄູ່ເພື່ອນຝູງ ພາກັນກັບເມືອຢາມບ້ານ ບາງຄົນກໍເມືອຫລາຍເທື່ອ ບາງຄົນກໍເມືອ ເທື່ອດຽວ ແລ້ວກໍບໍ່ເມືອຕື່ມອີກ ດ້ວບສາເຫດແຕກຕ່າງກັນ. ຜູ້ທີ່ເມືອຢາມບ້ານ ເຖິງຈະເມືອ ຫລາຍເທື່ອ ຫລືເມືອເທື່ອດຽວ ຕາມຄໍາເວົ້າ ຂອງຫລາຍຄົນ ແລ້ວແມ່ນວ່າ ການເມືອນັ້ນ ແມ່ນໄດ້ໃຊ້ຈ່າຍເງິນ ຫຼາຍພັນໂດລາ ສະຫະຣັຖ.

ສໍາລັບ ຍານາງ ແພງສີ ສຸວັນນະວົງ ທີ່ ຣັຖເວີຈິເນັຍ ສະຫະຣັຖ ອາເມຣິກາ ຊຶ່ງໄດ້ຈາກບ້ານມາ ແຕ່ປີ 1977 ແລະມາເຖິງ ສະຫະຣັຖ ເມື່ອປີ 1980 ທີ່ໄດ້ກັບຄືນເມືອຢາມແມ່ ແລະຍາດພີ່ນ້ອງຢູ່ລາວ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມິນາ 2018 ນີ້ວ່າ ມີຄວາມດີໃຈ ແຕ່ກໍຈະບໍ່ກັບໄປ ສປປລາວ ຕື່ມອີກຈັກເທື່ອ:

ແລະ ທ່ານ ສະໄຫວ ຊະນະນິຄົມ ທີ່ແຂວງ ອານເບີຕາ ປະເທສການາດາ ທີ່ໄດ້ຈາກບ້ານມາແຕ່ປີ 1978, ໄປເຖິງການາດາ ປີ 1979 ກໍໄດ້ກັບເມື່ອຢາມບ້ານ 1 ເດືອນ ພາຍຫລັງທີ່ ຈາກມາໄດ້ 30 ປີ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນັ້ນວ່າ ເມື່ອໄປເຫັນຍາດພີ່ນ້ອງ ກໍດີອົກດີໃຈ ແຕ່ກໍບໍ່ຄືເກົ່າ ບໍ່ໄດ້ຢູ່ແບບສະບາຍໃຈ ຄືມີທາງການຕິດຕາມຢູ່ຕລອດ:

ແຕ່ເຖິງຢ່າງໃດກໍຕາມ ຣັຖບາລ ສປປລາວ ກໍໄດ້ປະກາດເອົາປີ 2018 ນີ້ເປັນປີທ່ອງທ່ຽວລາວ ໂດຍມີການຈັດກິຈກັມຫຼາຍຢ່າງ ຮວມທັງ ງານເທສການຕ່າງໆ ຢູ່ຕາມແຂວງໃນ ທົ່ວປະເທສ ເພື່ອດຶງດູດນັກທ່ອງທ່ຽວ ຕ່າງປະເທສເຂົ້າມາທ່ຽວລາວ ຢ່າງໜ້ອຍໃຫ້ໄດ້ 5,000,000 ຄົນ.

ແຕ່ຄາດໝາຍ ທີ່ທາງການ ສປປລາວ ກໍານົດເອົາໄວ້ນັ້ນ ຈະປາກົດເປັນຈິງຫລືບໍ່ ຂນະທີ່ຫລາຍຄົນເວົ້າວ່າ ຖ້າເບິ່ງຕາມສະຖິຕິ ກ່ຽວກັບ ຄາດໝາຍ ການເຂົ້າມາທ່ຽວ ລາວ ຂອງນັກທ່ອງທ່ຽວຕ່າງປະເທສ ຊຶ່ງທາງການ ສປປລາວ ປະກາດໄປນັ້ນ ແມ່ນເປັນໄປບໍ່ໄດ້ ທີ່ວ່າປີ 2018 ຈະໃຫ້ໄດ້ 5,200,000 ຄົນ, ປີ 2019 ຈະໃຫ້ໄດ້ 5,550,000 ຄົນ ແລະປີ 2020 ຈະໃຫ້ໄດ້ 5,880,000 ຄົນ. ແມ່ນແຕ່ປີ 2017 ທີ່ຄາດວ່າຈະໃຫ້ໄດ້ 4,900,000 ຄົນນັ້ນ ກໍຍັງໄດ້ພຽງ 3,860,000 ຄົນເທົ່ານັ້ນ ຄືຫລຸດຈາກຈໍານວນ ທີ່ໄດ້ຕັ້ງເປົ້າໝາຍເອົາໄວ້ ເຖິງ 1,000,000 ປາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.