ລາວ-ວຽດນາມ ຕົກລົງຊື້ຂາຍ ໄຟຟ້າ
2020.01.07
ຄະນະກັມມະການຮ່ວມມື ລາວ-ວຽດນາມ ນຳໂດຍ ທ່ານ ທອງລຸນ ສີສຸລິດ ກັມມະການກົມການເມືອງ ສູນກາງພັກ ປະຊາຊົນລາວ ນາຍົກ ຣັຖມົນຕຣີ ໄປເຂົ້າຮ່ວມກອງປະຊຸມຄັ້ງທີ 42 ປະຈຳປີ 2020 ຂອງຄະນະກັມມະການ ຮ່ວມມືສອງຝ່າຍ ຣະຫວ່າງ ຣັຖບານ ສປປ ລາວ ແລະຣັຖບານ ສສ ວຽດນາມ ທີ່ຖືກຈັດຂຶ້ນຢູ່ ກຸງຮ່າໂນ້ຍ ແຕ່ມື້ວັນທີ 2 ຫາວັນທີ 4 ມົກກະຣານີ້ ໂດຍມີ ທ່ານ ຫງວຽນ ຊວັນ ຟຸກ ນາຍົກ ຣັຖມົນຕຣີວຽດນາມ ເປັນປະທານຮ່ວມ.
ໃນກອງປະຊຸມດັ່ງກ່າວ ໄດ້ມີການລົງນາມໃນເອກະສານຮ່ວມມືກັນ 8 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການຮ່ວມມືຣະຫວ່າງຣັຖບານ ສປປ ລາວ ແລະ ສສ ວຽດນາມ, ບົດບັນທຶກກອງປະຊູມຂອງຄະນະກັມມະການຮ່ວມມືສອງຝ່າຍ, ສົນທິສັນຍາສອງຝ່າຍ ວ່າດ້ວຍການໂອນຕົວ ຜູ້ຖືກຕັດສິນລົງໂທດ ໃຫ້ກັນແລະກັນ ແລະສັນຍາ 5 ສະບັບ ທີ່ບໍຣິສັດໄຟຟ້າວຽດນາມ (EVN) ຈະຊື້ໄຟຟ້າຈາກເຂື່ອນຢູ່ລາວ 5 ແຫ່ງ ໃນໄລຍະປີ 2021-2022 ຄື ຈາກເຂື່ອນໄຟຟ້າ ນ້ຳອີມູນ ຢູ່ເມືອງກະລຶມ ແຂວງເຊກອງ ທີ່ ບໍຣິສັດເກົາຫລີໃຕ້ ຖືຮຸ້ນ 70%, ຈາກ ເຂື່ອນໄຟຟ້ານ້ຳກົງ 2 ແລະນ້ຳກົງ 3 ຂອງບໍຣິສັດ ພະລັງງານຈະເລີນເຊກອງ ຈຳກັດ ແລະຈາກເຂື່ອນໄຟຟ້າ ນ້ຳຊັນ 3A ແລະ ນ້ຳຊັນ 3B ຂອງກຸ່ມບໍຣິສັດພົງຊັບທະວີ, ເພື່ອບັນເທົາຄວາມຂາດແຄນໄຟຟ້າ ຂອງ ວຽດນາມ, ຕາມຣາຍງານຂອງ Vietnam net ວັນທີ 6 ມົກກະຣານີ້.
ກະແສໄຟຟ້າທີ່ຄາດວ່າ ວຽດນາມ ຈະປະເຊີນກັບການຂາດແຄນຢ່າງຮຸນແຮງ ແມ່ນຕັ້ງແຕ່ປີໜ້າໄປ ແລະເລີ້ມແຕ່ຕົ້ນປີໜ້າ ຈະຊື້ຈາກເຂື່ອນ 5 ແຫ່ງໃນລາວ ທີ່ວ່ານັ້ນ ທັງໝົດ 363 ເມກາວັດ. ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ກົມແຜນການ ກະຊວງ ພະລັງງານ ແລະບໍ່ແຮ່ ຂອງ ລາວ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 7 ມົກກະຣາ ນີ້ວ່າ ສັນຍາຊື້-ຂາຍໄຟຟ້າ ທີ່ວ່ານັ້ນ ຈະໄດ້ເລີ້ມປະຕິບັດ ໃນຕົ້ນປີໜ້າ:
"ສັນຍາໂຕສະບັບເພິ່ມຕື່ມນໍ ເປັນການຊື້-ຂາຍ ພະລັງງານ ເຮົາຈະສາມາດດຳເນີນການ ຊື້-ຂາຍ ໄດ້ໃນຕົ້ນປີໜ້າ ເຮົາເພີ່ມກຳລັງຕິດຕັ້ງນໍ ຂະເຈົ້າເອີ້ນ."
ຍານາງເວົ້າວ່າ ການເຊັນສັນຍາ ຊື້-ຂາຍພະລັງງານໄຟຟ້າ ຣະຫວ່າງ ລາວກັບວຽດນາມ ຄັ້ງນີ້ ແມ່ນເປັນໄລຍະທີ 2 ຊຶ່ງຕາມແຜນຂອງ ລາວ ແມ່ນຈະຂາຍໄຟຟ້າ ໃຫ້ວຽດນາມ ທັງໝົດ 5,000 ເມກາວັດ ພາຍໃນປີ 2030, ປັດຈຸບັນຂາຍໃຫ້ 320 ເມກາວັດ.
ໃນຂະນະທີ່ອົງການຂ່າວ ຣອຍເຕີ ຣາຍງານທີ່ຄາດວ່າ ຄວາມຕ້ອງການພະລັງງານ ຂອງປະເທດວຽດນາມ ໃນປີ 2021 ຈະຫລາຍກວ່າ ພະລັງງານທີ່ວຽດນາມ ຜລິດໄດ້ເຖິງ 6,600 ລ້ານກິໂລວັດໂມງ ແລະ ຈະເພີ່ມຂຶ້ນເປັນ 15,000 ລ້ານກິໂລວັດໂມງ ໃນປີ 2023.
ທາງດ້ານການເມືອງ ກໍມີກອງປະຊຸມປຶກສາຫາລືຂັ້ນຣັຖມົນຕຣີ ຣະຫວ່າງສອງກະຊວງການຕ່າງປະເທດ ລາວ-ວຽດນາມ ຄັ້ງທີ 6 ປະຈຳປີ 2019 ທີ່ແຂວງກວາງນິ່ງ ໃນມື້ວັນທີ 25 ທັນວາປີກາຍ ຄື ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຟ້າມ ບິ່ງ ມິງ. ໃນກອງປະຊຸມຄັ້ງນີ້ ສອງຝ່າຍເວົ້າເຖິງການຮ່ວມມື ຣະຫວ່າງສອງກະຊວງການຕ່າງປະເທດ, ການຮ່ວມມືໃນທຸກຂົງເຂດ ແລະສະພາບການພາກພື້ນແລະສາກົນ. ແລະທັງໄດ້ລົງນາມໃນແຜນປະຕິບັດງານຮ່ວມມື ດ້ານການທູດເສຖກິດ ໄລຍະປີ 2020-2025 ນຳດ້ວຍ.
ເວົ້າເຖິງບັນຫາຊາຍແດນ ຣະຫວ່າງລາວ ແລະວຽດນາມ ກໍໄດ້ຈັດກອງປະຊຸມປະຈຳປີ ຄັ້ງທີ 29 ຣະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ວຽດນາມ ທີ່ກຸງຮ່າໂນ້ຍ ໃນມື້ວັນທີ 26 ທັນວາ 2019, ຝ່າຍລາວນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ກັມມະການ ສູນກາງພັກ ຣັຖມົນຕຣີກະຊວງ ການຕ່າງປະເທດ ແລະ ຝ່າຍຫວຽດນາມ ນຳໂດຍທ່ານ ເລ ຮວ່າຍ ຈຸງ ກັມມະການສູນກາງ ພັກຄອມມິວນິສ ວຽດນາມ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ໂດຍມີບັນດາ ຮອງເຈົ້າແຂວງ ຂອງຄູ່ແຂວງ ທີ່ມີຊາຍແດນ ຕິດກັນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ເວົ້າເຖິງການປະຕິບັດສັນຍາ ແລະອານຸສັນຍາວ່າດ້ວຍຣະບຽບການຊາຍແດນ ແລະ ດ່ານຊາຍແດນລາວ-ວຽດນາມ ທີ່ໄດ້ ລົງນາມ ຮ່ວມກັນ ເມື່ອ ປີ 2016 ແລະບົດບັນທຶກ ກອງປະຊຸມ ຄະນະຜູ້ແທນຊາຍແດນ ລາວ-ວຽດນາມ ຄັ້ງທີ 28. ໃນນັ້ນຮວມທັງ ການແກ້ໄຂບັນຫາ ຜູ້ໂຍກຍ້າຍຕັ້ງພູມລຳເນົາ ແລະສ້າງຄອບຄົວ ແບບບໍ່ຖືກຕ້ອງຕາມຣະບຽບກົດໝາຍ ຢູ່ຕາມບໍລິເວນຊາຍແດນ ຂອງ ສອງປະເທດ ທີ່ຍັງຄ້າງຄາມາຈົນ ເຖິງປັດຈຸບັນ.
ພ້ອມກັນນັ້ນ ທັງສອງຝ່າຍ ກໍໄດ້ເວົ້າເຖິງວຽກງານໃນຕໍ່ໜ້າ ກ່ຽວກັບການຄຸ້ມຄອງຊາຍແດນ ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ ຣະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາ ຊາຍແດນ ແລະຫຼັກໝາຍຊາຍແດນ ຊຶ່ງທີ່ຜ່ານມາ ຢູ່ຕາມ ບໍລິເວນ ຊາຍແດນ ກໍໄດ້ຮ່ວມກັນຈັດກອງປະຊຸມ ສຳມະນາ ໃນຫົວຂໍ້; “ວຽກງານການທູດເສຖກິດຂອງວຽດນາມ-ລາວ ພາຍໃຕ້ສະພາບການໃໝ່”.
ແລະວ່າ ແຕ່ນີ້ຮອດປີ 2030 ແລະວິໃສທັດຮອດ ປີ 2050 ແມ່ນກະກຽມເປີດດ່ານຊາຍແດນ ແລະຍົກຣະດັບດ່ານ ດາກຕະອ໊ອກ ແຂວງ ເຊກອງ -ນາມຢາງ ແຂວງກວາງນາມ ຂຶ້ນເປັນດ່ານສາກົນ ໃນໄຕຣມາດທີ I ຂອງປີນີ້ ແລະດ່ານທ້ອງຖິ່ນປ່າຫ່າງ ແຂວງຫົວພັນ -ລອງເຊີບ ແຂວງແທງຮວາ ຂື້ນເປັນດ່ານສາກົນ.
ໃນປີນີ້ ຈະກະກຽມຈັດກອງປະຊຸມສະຫຼຸບ ການເຮັດທົດລອງຮູບແບບການກວດກາ “ປະຕູດຽວຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ ລາວ -ບາວ ຣະຫວ່າງແຂວງສະຫວັນນະເຂດ ແລະ ແຂວງກວາງນາມ. ແລະໃນໂອກາດທີ່ ຄະນະຜູ້ແທນວຽດນາມ ນຳໂດຍ ທ່ານ ເຈືອງ ຮ່ວາ ບີ່ງ ຮອງນາຍົກ ຣັຖມົນຕຣີ ຜູ້ປະຈຳການ ຣັຖບານວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ມື້ວັນທີ 10 ຫາວັນທີ 12 ທັນວາ ທີ່ຜ່ານມານີ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ກໍໄດ້ຮ່ວມກັບ ທ່ານ ເຈືອງ ຮ່ວາ ບີ່ງ ທົບທວນຄືນເຣຶ່ອງການ ຮ່ວມມືສອງຝ່າຍໃນ ໄລຍະຜ່ານມາ ແລະປຶກສາກັນເຣຶ່ອງແຜນການຮ່ວມມື ໃນຕໍ່ໜ້າ ເປັນຕົ້ນດ້ານການປ້ອງກັນຊາດ -ປ້ອງກັນຄວາມສງົບ, ດ້ານຍຸຕິທັມ, ການຄ້າ, ການລົງທຶນ, ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ.
ຝ່າຍລາວໄດ້ສເນີໃຫ້ວຽດນາມ ຊຸກຍູ້ນັກລົງທຶນວຽດນາມ ເຂົ້າມາລົງທຶນຢູ່ລາວໃຫ້ຫຼາຍຂຶ້ນ ເປັນຕົ້ນໃນຂະແໜງການ ກະສິກັມ ທັນສະໄໝ, ການບິນ, ສາທາຣະນະສຸກ, ການປຸງແຕ່ງໄມ້, ການຜລິດເປັນສິນຄ້າສົ່ງອອກ ແລະອື່ນໆ. ເວົ້າເຖິງການພົວພັນ ຮ່ວມມື ຣະຫວ່າງ ລາວ ແລະວຽດນາມ ທັງສອງຝ່າຍ ກໍໄດ້ເວົ້າເຖິງຜົນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 41 ຂອງຄະນະກໍາມະການຮ່ວມມືສອງ ປະເທດ ກ່ຽວກັບ ການຮ່ວມມື ປະຈຳປີ 2019 ຊຶ່ງໃນນັ້ນໄດ້ມີການແລກປ່ຽນ ຄະນະ ຜູ້ແທນທຸກຂັ້ນ ຢ່າງເປັນປົກກະຕິ ຣະຫວ່າງສອງພັກ ຄືພັກປະຊາຊົນ ປະຕິວັດລາວ ແລະພັກຄອມມິວນິສວຽດນາມ ແລະສອງຣັຖ, ແຕ່ຕົ້ນປີ 2019 ມາເຖິງທ້າຍເດືອນ ສິງຫາ ສອງປະເທດໄດ້ ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຊຶ່ງກັນແລະກັນ ຫລາຍກວ່າ 120 ຄະນະ ຊຶ່ງໃນນັ້ນ ມີຄະນະຜູ້ແທນ ຣະດັບຮອງຣັຖມົນຕຣີ ຫລື ຣະດັບສູງກວ່ານັ້ນ ປະມານ 60 ຄະນະ. ມີການຮ່ວມມືທັງທາງດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນ ຄວາມສງົບ, ດ້ານເສຖກິດ-ການຄ້າ ແລະການລົງທຶນ.
Vietnam News ຣາຍງານວ່າ ໃນແຕ່ລະປີ ແຕ່ປີ 2016 ເຖິງປີ 2020 ວຽດນາມຊ່ອຍເຫລືອລາວ ແບບບໍ່ໄດ້ໃຊ້ແທນຄືນ 3,250 ຕື້ດົງ ຫລື 140 ລ້ານໂດລາ ສະຫະຣັຖ. ມາເຖິງປັດຈຸບັນ ການລົງທຶນຢູ່ລາວ ຂອງນັກທຸຣະກິດວຽດນາມ ມີ 413 ໂຄງການ ເປັນມູນຄ່າທັງໝົດ 4,2 ຕື້ໂດລາ ສະຫະຣັຖ ຄືເປັນອັນດັບ 3 ຂອງການລົງທຶນ ຕ່າງປະເທດຢູ່ລາວ ແລະການຄ້າສອງຝ່າຍໃນປີ 2019 ມີ 1,2 ຕື້ໂດລາ ສະຫະຣັຖ ຄືເພີ່ມຂຶ້ນ 12,4% ທຽບໃສ່ໄລຍະດຽວກັນຂອງປີກ່ອນ, ວຽດນາມຊ່ອຍເຫລືອ ສປປ ລາວ ດ້ານການສຶກສາ, ການຝຶກບຳລຸງ ຫລາຍດ້ານ ແລະຫລາຍຮູບການ. ຂະນະນີ້ມີນັກສຶກສາລາວ ທີ່ກຳລັງສຶກສາຄົ້ນຄວ້າ ຮ່ຳຮຽນ ຢູ່ວຽດນາມ 16,600 ປາຍຄົນ.
ສຳລັບການຮ່ວມມືກັນໃນປີ 2020 ນີ້ ສອງຝ່າຍຈະສືບຕໍ່ປະຕິບັດຕາມທິດຊີ້ນຳ ຂອງສອງກົມການເມືອງ ສູນກາງພັກ ແລະ ຂໍ້ຕົກລົງ ຣະຫວ່າງສອງຣັຖບານ, ເພີ່ມທະວີການພົວພັນທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຜັນຂຍາຍເນື້ອໃນ ຖະແຫຼງການຮ່ວມ ໂດຍສະເພາະແມ່ນບົດບັນທຶກ ຄວາມເຂົ້າໃຈກັນ ກ່ຽວກັບການຮ່ວມມືທາງດ້ານຄົມມະນາຄົມຂົນສົ່ງ, ການສ້າງເຂື່ອນ ໄຟຟ້າ ຫລາຍແຫ່ງຢູ່ລາວ, ການເຊື່ອມຕໍ່ຣະບົບໄຟຟ້າ ແລະການຊື້-ຂາຍໄຟຟ້າຈາກລາວ.
ພ້ອມກັນນັ້ນ ທັງສອງຝ່າຍ ຍັງຈະພ້ອມກັນຂຍາຍການຮ່ວມມື ແລະສ້າງເງື່ອນໄຂ ທີ່ອຳນວຍຄວາມສະດວກ ໃຫ້ແກ່ການຮ່ວມມືທາງ ດ້ານການຄ້າ, ການລົງທຶນ, ການສຶກສາ ການພັທນາຊັພຍາກອນມະນຸດແລະອື່ນໆ ຊຶ່ງທັງສອງຝ່າຍ ຕ່າງກໍໃຫ້ຄຳໝັ້ນ ຕໍ່ກັນວ່າຈະ ເສີມຂຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ວຽດນາມ ທີ່ຢູ່ໃນຣະດັບ ສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວສູ່ລວງເລິກ ຫລາຍຂຶ້ນ ໃນປີ 2020 ນີ້.