ໜີ້ຄ່າດາວທຽມທີ່ຕ້ອງຈ່າຍ

ມະນີຈັນ
2015.12.14
F-Somsavath ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກຣັຖມົນຕຣີ ຜູ້ຊີ້ແນະ ວຽກງານ ດ້ານເສຖກິດ ຂອງ ສປປ ລາວ
Screen captured from LNTV news

ຣັຖບານລາວ ຈະຕ້ອງ ໃຊ້ຫນີ້ ຄືນໃຫ້ ສປ ຈີນ ຈໍານວນ 341 ລ້ານ ໂດລາ ສະຫະຣັຖ ໃນປີ 2033 ສຳລັບ ຄ່າ ດາວທຽມ Lao Sat-1 ທີ່ ລາວໄດ້ ກູ້ເງິນ ຈາກ ຈີນ 258 ລ້ານ ໂດລາ ສະຫະຣັຖ. ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ສປປ ລາວ ກ່າວ ຣາຍງານ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ເມື່ອ ວັນທີ 11 ທັນວາ ນີ້ ວ່າ:

“ພວກເຮົາ ໄດ້ ກູ້ 258 ລ້ານ 890 ພັນ ໂດລາ ສະຫະຣັຖ ບວກກັບ ດອກເບັ້ຽ ເງິນ ກູ້ພິເສດ 2% ຕໍ່ປີ ແລະ ດອກເບັ້ຽ ເງິນກູ້ ທຸຣະກິຈ 3% ຕໍ່ປີ, ສະນັ້ນ ເມື່ອໄປເຖິງ ປີ 2033 ພວກເຮົາ ຈະຕ້ອງໄດ້ ຊຳຣະ ເງິນ ທັງຫມົດ 341 ລ້ານ 1 ແສນ ກວ່າ ໂດລາ ສະຫະຣັຖ”.

ທ່ານກ່າວ ຕື່ມວ່າ ສປປລາວ ຈະເອົາ 80% ຂອງ ຣາຍໄດ້ ຈາກ ໂຄງການ ດາວທຽມ ນີ້ ໄປໃຊ້ຫນີ້ ຄືນໃຫ້ ຈີນ. ດາວທຽມ ໜ່ວຍນີ້ ຈະໃຊ້ງານ ໄດ້ ເປັນເວລາ 15 ປີ ຕາມອາຍຸ ຂອງ ດາວທຽມ ແລະ ສປປລາວ ຈະເປີດໃຫ້ ພາກສ່ວນ ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເຊົ່າ ຊ່ອງ ສັນຍານ.

ກ່ຽວກັບ ເຣື້ອງນີ້ ປະຊາຊົນ ໃນ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ຮູ້ສຶກ ເປັນຫ່ວງ ແລະ ບໍ່ຫມັ້ນໃຈ ວ່າ ປະເທດ ອື່ນ ຈະສົນໃຈ ເຊົ່າຊ່ອງ ສັນຍານ ຈາກ ດາວທຽມ ລາວ:

“ຫລາຍ ບໍແມ່ນ ທັມມະດາ 341 ລ້ານ ໂດລາ ສະຫະຣັຖ ກໍ ເປັນຫ່ວງ ຢູ່ເດີ້, ເພິ່ນວ່າ ກ່ຽວກັບ ຕົວນີ້ ມັນຈະມີ ຄົນມາເຊົ່າ ບໍ, ເພິ່ນຢູ່ ຂ້າງຄຽງກັນ ຢູ່ ໃກ້ກັນນີ້ ມັນ ຈະມີບໍ, ຫຼືວ່າ ອ້ອມແອ້ມ ນີ້ນະ ມີບໍ ຫຼືວ່າ ບໍ່ມີ”.

ປະຊາຊົນ ອີກ ທ່ານນຶ່ງ ທີ່ເຮັດວຽກ ດ້ານ ເຕັກໂນໂລຈີ ການສື່ສານ ຫວັງວ່າ ເມື່ອ ສປປ ລາວ ມີດາວທຽມ ແລ້ວ ຣະບົບ ອິນເຕີເນັຕ ຈະດີຂຶ້ນ:

“ຂ້ອນຂ້າງ ທີ່ຈະມີ ບັນຫາຫຼາຍ ເຣື້ອງ ອິນເຕີເນັຕ ສະປີດ ມັນບໍ່ສູງ ແລະ ຣາຄາ ຍັງແພງ, ຫວັງວ່າ ມັນຈະດີຂຶ້ນ ແຫຼະເນາະ ຖ້າວ່າມີ ດາວທຽມ ຂຶ້ນໄປ”.

Lao Sat-1 ເປັນ ດາວທຽມ ໜ່ວຍທຳອິດ ຂອງ ລາວ ທີ່ ປ່ອຍຂຶ້ນສູ່ ວົງໂຄຈອນ ເມື່ອທ້າຍເດືອນ ພຶສຈິກາ ຜ່ານມາ, ດາວທຽມ ໜ່ວຍນີ້ ມີ ທັງຫມົດ 22 ຊ່ອງ ສັນຍານ ກວມ ພື້ນທີ່ 15 ປະເທດ, ທາງການລາວ ຕຣຽມເປີດໃຫ້ ບໍຣິການ ເຊົ່າຊ່ອງ ສັນຍານ ຕັ້ງແຕ່ຕົ້ນ ປີຫນ້າ ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.