EU ພຍາມແກ້ບັນຫາຕັດໄມ້ ຢູ່ລາວ

ໄມຊູລີ
2015.11.11
f-logs ສາງເກັບໄມ້ ໃນແຂວງພາກໃຕ້ ຂອງລາວ
RFA/LX

ເຈົ້າໜ້າທີ່ ສະຫະພາບ ຢູໂຣບ ປະຈໍາລາວ ເວົ້າວ່າ ຖ້າວ່າ ສປປລາວ ເຂົ້າເປັນ ຄູ່ຮ່ວມ ສັນຍາ ການຄ້າ ແບບ ສມັກໃຈ ໃນ ແຜນການ ຈັດຕັ້ງ ປະຕິບັດ ກົດໝາຍ ປ່າໄມ້, ການ ຄຸ້ມຄອງ ການຄ້າໄມ້ ກັບ ສະຫະພາບ ຢູໂຣບ ຈະຊ່ວຍ ໃຫ້ ສປປ ລາວ ຫລຸດຜ່ອນ ບັນຫາ ການ ລັກລອບ ຕັດໄມ້ ເພາະ ການຕັດໄມ້ ຕ້ອງເຮັດ ຢ່າງ ຖືກ ກົດຫມາຍ ແລະ ໃຫ້ຮູ້ ທີ່ມາ ທີ່ໄປ ຢ່າງຈະແຈ້ງ ກ່ອນສົ່ງໄມ້ ອອກໄປ ຕ່າງ ປະເທດ. ທ່ານວ່າ:

“ຈະເຮັດໃຫ້ ເຮົາ ຮູ້ວ່າ ຜລິຕພັນ ໄມ້ ທຸກຊິ້ນ ທຸກອັນ ທີ່ ເຮັດອອກມາ ເຮົາ ຈະສາມາດ ກວດສອບໄດ້ ວ່າ ແຫລ່ງ ທີ່ມາ ມັນ ມາແຕ່ໃສ. ອອກຈາກ ຈຸດທີ່ຕັດ ຈົນ ໄປຮອດ ເປັນຜລິຕພັນ ສຸດທ້າຍ ຣະບົບ ຕິດຕາມ ມັນ ມີຫມົດ ເລີຍ. ຫລັກໆ ກໍຫລຸດຜ່ອນ ການຕັດໄມ້ ທຳລາຍ ປ່າ ແບບ ຊະຊາຍ ເນາະ”.

ເຈົ້າໜ້າທີ່ ກ່າວຕື່ມວ່າ, ປັຈຈຸບັນ ໃນລາວ ມີຫນ່ວຍງານ ຣັຖ ຫຼາຍຫນ່ວຍ ເຮັດຫນ້າທີ່ ກວດສອບ ທີ່ມາ ຂອງໄມ້ ຈົນເກີດ ບັນຫາ ວຽກງານ ທັບຊ້ອນ ກັນ ໃນຂນະທີ່ ລາວ ສົ່ງໄມ້ ໄປ ວຽດນາມ ຈຳນວນ ຫຼວງຫຼາຍ ແຕ່ເມື່ອ ໄມ້ ຖືກ ແປຮູບ ທີ່ ສົ່ງອອກ ໄປຂາຍ ຢູ່ ປະເທດ ສະມາຊິກ ສະຫະພາບ ຢູໂຣບ ພັດ ບໍ່ມີການ ຣະບຸ ຂໍ້ມູນ ບ່ອນທີ່ມາ ຂອງໄມ້ ແຕ່ຢ່າງໃດ:

“ເຮົາ ກໍຕ້ອງຮູ້ ວ່າ ວຽດນາມ ນຳເຂົ້າ ໄມ້ ຈາກລາວ ໄປເຮັດ ເຟີນິເຈີ ແລ້ວ ກໍສົ່ງອອກໄປ ຕລາດ ຢູໂຣບ. ຫນ່ວຍງານ ຂອງ ລາວ ກໍຕ້ອງໄດ້ ຢັ້ງຢືນ ໃຫ້ ທາງ ສະຫະພາບ ຢູໂຣບ ຊາບ ເຣື້ອງ ແທຮຄ ຂຸດຄົ້ນ ຢ່າງ ຖືກ ກົດຫມາຍ. ມັນກໍມີ ຫນ່ວຍງານ ຢູ່ ກະຊວງ ການຄ້າ ກະຊວງ ກະສິກັມ ແລະ ປ່າໄມ້ ຄືວ່າ ວຽກມັນ ບໍ່ທັນ ຈະແຈ້ງ ວ່າຜູ້ໃດ ຈະຮັບເຮັດ ແທ້”.

ສຳລັບ ການຕຽມ ເຂົ້າເປັນ ຄູ່ຮ່ວມ ສັນຍາ ໃນ ກົດຫມາຍ ປ່າໄມ້ ກັບ ສະຫະພາບ ຢູໂຣບ. ທາງ ຣັຖບານ ສປປ ລາວ ພ້ອມທັງ ອີກ ຫລາຍ ປະເທດ ໃນ ອາຊຽນ ຍັງຢູ່ ຣະຫວ່າງ ຂັ້ນຕອນ ກະຕຽມ ຄວາມພ້ອມ ກ່ອນ ຈະເຣີ້ມ ການ ເຈຣະຈາ. ທີ່ ຜ່ານມາ ບາງ ປະເທດ ຕ້ອງໃຊ້ ເວລາ ດຳເນີນການ ເຖິງ 10 ປີ ກວ່າ ຈະໄດ້ ລົງນາມ ໃນ ສັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.