ທາງການຈະກວດສອບທາງການ
2015.10.29
ທາງການ ລາວ ຈະ ອອກແຜນ ກວດກາ ໂຄງການ ລົງທຶນ ຂອງ ຣັຖ ເພື່ອ ກວດສອບ ການ ໃຊ້ ງົບປະມານ ໃຫ້ ຖືກຕ້ອງ ເໝາະສົມ ໃນ ທົ່ວ ປະເທດ, ເປັນຕົ້ນ ໂຄງການ ພັທນາ ແລະໂຄງການ ຫລຸດຜ່ອນ ຄວາມ ທຸກຍາກ ຂອງ ປະຊາຊົນ ວ່າໄດ້ໃຊ້ ເງິນ ຂອງຣັຖ ເຂົ້າໃນການ ສ້າງສາ ພັທນາ ຢ່າງ ແທ້ ຈິງ ແລະໂປ່ງໄສ ຫລື ບໍ່, ເພື່ອໃຫ້ ເປັນໄປຕາມ ຣະບຽບການ ຂອງຣັຖ. ແຕ່ ຍັງບໍ່ມີ ກໍານົດ ຄັກແນ່ ວ່າຈະ ເລີ່ມຂຶ້ນ ໃນ ປີນີ້ ຫລື ປີໜ້າ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ລາວ ໃນ ນະຄອນຫຼວງ ວຽງຈັນ ໃນ ວັນທີ 28 ຕຸລາ 2015:
"ກວດເຣື່ອງ ງົບປະມານ ການລົງທຶນ ນີ້ແຫຼະ ຕົ້ນຕໍ ແມ່ນນັ້ນ ແຫຼະ ເຣື່່ອງຄວາມ ຖືກຕ້ອງ ເຣື່ອງການ ປະກອບ ເອກສານ ເຣື່ອງ ການຖອນ ການໃຊ້ ການຈ່າຍ ງົບປະມານ ສົມມຸດ ຂອງ ຜແນກການ ນີ້່ ມີເງິນ ເພິ່ນ ອະນຸມັດ ໃຫ້ 500 ລ້ານ ສົມມຸດວ່າ ປີນີ້ ເຈົ້າ ປະກອບ ເອກສານ ຖືກຕ້ອງບໍ່ ກວດກາ ຫັ້ນນະ ເຮັດໄປ ຕາມຣະບຽບ ການບໍ່ ຫັ້ນນະ".
ອີກ ເປົ້າໝາຍ ນຶ່ງ ທ່ານ ບອກວ່າ ກໍເພື່ອ ກວດສອບ ໂຄງການ ທີ່ ໄດ້ລົງທຶນ ໄປແລ້ວ ນັ້ນ ວ່າມີ ປະສິດທິພາບ ແລະ ເກີດປໂຍດ ຕໍ່ ປະຊາຊົນ ຫລື ບໍ່. ຫາກ ກວດພົບວ່າ ບໍ່ມີ ປະສິດທິພາບ ກໍຈະສັ່ງ ໃຫ້ ມີການ ປັບປຸງ ເພີ່ມຕື່ມ ແຕ່ ຈະບໍ່ໃຫ້ ໂຈະ ໂຄງການ ນັ້ນ.
ຫາກພົບວ່າ ໂຄງການ ໃດ ໃຊ້ຈ່າຍ ງົບປະມານ ແບບ ບໍ່ສົມເຫດ ສົມຜົລ ກໍຈະມີ ການ ກວດສອບ ການໃຊ້ເງິນ ໃນ ໂຄງການ ນັ້ນ. ຖ້າພົບວ່າ ມີສິ່ງ ຜິດ ປົກກະຕິ ກໍຈະມີ ການ ສອບສວນ ເຈົ້າໜ້າທີ່ ຜູ້ ຮັບຜິດຊອບ ແລະ ຖ້າມີ ຄວາມຜິດ ກໍຈະຖືກ ລົງໂທດ.
ໃນປີ 2015 ນີ້ ມີຣາຍງານ ຂ່າວ ວ່າ ບາງ ໂຄງການ ຂອງ ຣັຖບານ ຕ້ອງ ຫລ້າຊ້າ ຍ້ອນ ມີບັນຫາ ການ ໃຊ້ຈ່າຍ ງົບປະມານ ເປັນຕົ້ນ ການ ກໍ່ສ້າງ ເສັ້ນທາງ ຊີເມັນ concrete ຍາວ 33 ກິໂລແມັຕ ຈາກ 3 ແຍກ ດອນໜູນ ຫາ ສົ້ນຂົວ ທ່າງ່ອນ ເມືອງ ໄຊທານີ ນະຄອນ ຫຼວງວຽງຈັນ ຊຶ່ງ ເຮັດໃຫ້ ປະຊາຊົນ ຫຼາຍຄົນ ຈົ່ມວ່າ ມີຂີ້ຝຸ່ນໄງ່ ຫຼາຍ.