ທາງການລາວ ຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຂອງຜູ້ອອກແຮງງານຢູ່ ສປປລາວ ຈາກ 9 ແສນກີບເປັນ 1 ລ້ານ 1 ແສນກີບຕໍ່ເດືອນ ໂດຍໃຫ້ຜູ້ປະກອບການ ທຸຣະກິດທົ່ວປະເທດ ປະຕິບັດພ້ອມກັນ ນັບແຕ່ວັນທີ 1 ພຶສພາ 2018 ນີ້ເປັນຕົ້ນໄປ. ດັ່ງ ເຈົ້າໜ້າທີ່ ຄຸ້ມຄອງ ແຮງງານ ກະຊວງແຮງງານແລະສວັດດີການສັງຄົມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ເມສາ ນີ້ວ່າ:
“ເຮົາກຳລັງກະກຽມເອກກະສານຢູ່ ຄືສິທັນປະມານ ວັນທີ 1 ເດືອນ 5 ປະກາດໃຫ້ຜູ້ປະກອບການຮັບຊາບ ແລະປະຕິບັດພ້ອມກັນ.”
ເມື່ອຕົ້ນປີ 2018 ສູນກາງສະຫະພັນກັມມະບານລາວ ໄດ້ສເນີໃຫ້ຣັຖບານລາວ ປັບຄ່າແຮງງານຂັ້ນຕໍ່າ ຈາກ 9 ແສນກີບເປັນ 1 ລ້ານ 2 ແສນກີບຕໍ່ເດືອນ ເພາະເຫັນວ່າ ກັມມະກອນຜູ້ອອກແຮງງານ ມີຄ່າໃຊ້ຈ່າຍຫຼາຍຂຶ້ນ ເຮັດໃຫ້ຣາຍໄດ້ ຂອງພວກເຂົາເຈົ້າ ໃນແຕ່ລະເດືອນ ບໍ່ພຽງພໍ.
ແຕ່ໃນເດືອນມິນາ 2018 ຜ່ານມາ ຣັຖບານລາວ ເຫັນດີໃຫ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຂຶ້ນເປັນ 1 ລ້ານ 1 ແສນກີບຕໍ່ເດືອນ ບໍ່ສາມາດຂຶ້ນ ໃຫ້ເປັນ 1 ລ້ານ 2 ແສນກີບ ຕາມທີ່ສູນກາງ ສະຫະພັນກັມມະບານລາວ ສເນີນັ້ນໄດ້. ເພາະເຫັນວ່າ ສູງເກີນໄປ ອັນອາດຈະກະທົບໃສ່ ເສຖກິຈໂດຍລວມຂອງປະເທດ.
ສຳນັກງານນາຍົກຣັຖມົນຕຣີ ມອບໃຫ້ກະຊວງແຮງງານ ແລະສວັດດີການສັງຄົມ ແຈ້ງການໄປຍັງຜູ້ປະກອບການ ທຸຣະກິດ ແລະ ຜູ້ອອກ ແຮງງານ ທົ່ວປະເທດ ເຖິງການປ່ຽນແປງ ຄ່າແຮງງານຂັ້ນຕໍ່າ ນີ້ຊາບແລະມອບໝາຍໃຫ້ ທາງແຂວງຕິດຕາມກວດກາ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.