ທາງການລາວຫາທາງແກ້ເຣື້ອງ ງົປມານ
2014.04.21
ຣັຖບານລາວ ຂາດເຂີນ ງົບປະມານ ຢ່າງໜັກ ໂດຍ ສະເພາະ ໃນປີນີ້. ທະນາຄານ ໂລກ ຣາຍງານ ວ່າ ປີນີ້ ຣັຖບານ ລາວ ຈະຂາດເຂີນ ງົບປະມານ ເຖິງ 580 ລ້ານ ດອນລ່າ ຊຶ່ງ ຖືວ່າ ເປັນການ ຂາດເຂີນ ງົບປະມານ ຫລາຍທີ່ສຸດ ໃນປີນຶ່ງ ຂອງລາວ.
ຣັຖບານ ລາວ ແກ້ໄຂ ບັນຫາ ການຂາດ ງົບປະມານ ດ້ວຍການ ໃຫ້ ຄະນະ ກວດກາ ປະຕິບັດ ໜ້າທີ່ ເຄັ່ງຄັດ ຂຶ້ນ ເພື່ອ ປາບປາມ ການສໍ້ຣາສ ບັງຫລວງ, ສັບປ່ຽນ ຣັຖມົນຕຣີ ກະຊວງ ການເງິນ, ພຍາຍາມ ເກັບພາສີ ອາກອນ ໃຫ້ມີ ປະສິດທິພາບ ແລະ ພຍາຍາມ ປະຫຍັດ ມັທຍັດ. ບັນຫາ ມີຢູ່ວ່າ ວິທີການ ເຫລົ່ານີ້ ຈະໄດ້ ຜົນບໍ່?
ຄຳຕອບ ສັ້ນໆ ກໍຄືຍາກ ຍາກທີ່ ຈະເຫັນຜົນ. ສຳຣັບ ຄຳຕອບຍາວ ເຮົາມາ ສຶກສາເບິ່ງ ການແກ້ໄຂ ແຕ່ລະ ວິທີ ຄືວິທີ ທີ່ນຶ່ງ: ສັ່ງໃຫ້ ຄະນະ ກວດກາ ການເງິນ ຂອງຣັດ ປະຕິບັດ ໜ້າທີ່ ເຂັ້ມງວດຂຶ້ນ ເພື່ອ ປາບປາມ ການສໍ້ຣາສ ບັງຫລວງ. ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ ແຕ່ກ່ອນ ເປັນ ປະທານ ສະພາ ແຫ່ງຊາດ ລາວ ກໍ ປະກາດ ວ່າ:
“ຢາກໃຫ້ ຣັຖບານ ເອົາໃຈໃສ່ ຕື່ມອີກ ໃນ ການຕ້ານ ການສໍ້ຣາສ ບັງຫລວງ ເພາະ ບັນຫານີ້ ຍັງເປັນ ບັນຫາ ແຜ່ລາມ ອັນໜັກ ສົມຄວນ.”
ສ່ວນ ຣັຖບານ ລາວ ກໍຈັດຕັ້ງ ຄະນະ ກວດກາ ການເງິນ ແຫ່ງຣັດ ຂຶ້ນ ເມື່ອສາມສີ່ ປີກ່ອນ. ຕໍ່ມາ ເມື່ອປີກາຍ ຄະນະ ຜູ້ນຳພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ສປປລາວ ກໍໄດ້ສັ່ງ ໃຫ້ຄະນະ ດັ່ງກ່າວ ກວດກາ ການໃຊ້ ຈ່າຍເງິນ ຂອງ ກະຊວງ ກົມກອງ ຂອງພັກ ຂອງຣັດ ເຄັ່ງຄັດຂື້ນ. ບໍ່ດົນ ຄະນະ ກວດກາ ກໍເລີ້ມ ມີບົດບາດ ຂຶ້ນເລັກນ້ອຍ ເຊັ່ນໄດ້ຈັບ ແລະ ຕັ້ງຂໍ້ຫາ ເຈົ້າໜ້າທີ່ ແຂວງ ຫົວພັນ ຫລາຍສິບຄົນ ໃນຄະດີ ສໍ້ຣາສ ບັງຫລວງ. ແຕ່ ຫລັງຈາກ ນັ້ນ ກໍງຽບໄປ ບໍ່ມີຂ່າວ ວ່າ ຄະນະ ກວດກາ ຫລື ຣັຖບານ ລາວ ໄດ້ຈັບ ແລະ ດຳເນີນ ຄະດີ ການ ສໍ້ຣາສ ບັງຫລວງ ຕໍ່ ເຈົ້າໜ້າທີ່ ພັກຣັດ ຄົນອື່ນໆ ຫລື ໃນ ແຂວງອື່ນໆ ເລີຍ ທັງໆທີ່ ເຈົ້າໜ້າທີ່ ທີ່ ສໍ້ຣາສ ບັງຫລວງ ມີຢູ່ ທົ່ວທຸກ ຫົນແຫ່ງ ທຸກແຂວງ ໃນລາວ ຢູ່ ນະຄອນ ຫລວງ ວຽງຈັນ ແຮ່ງມີຫລາຍ.
ຄະນະ ກວດກາ ບໍ່ກ້າ ບໍ່ເປັນ ເອກກະຣາຊ ບໍ່ມີສິດ ແລະ ບໍ່ມີອຳນາດ ພໍທີ່ຈະ ກວດກາ ຢ່າງຄັກ ແນ່ໄດ້ ກວດໄປ ເມື່ອຖືກ ສະພາຊິກ ພັກ ທີ່ມີສິດ ມີອຳນາດ ຢ່າງແທ້ຈິງ ຄະນະ ກວດກາ ກໍຕ້ອງຢຸດ. ສລຸບແລ້ວ ຄະນະ ກວດກາ ການເງິນ ແຫ່ງຣັດ ເຮັດວຽກ ບໍ່ໄດ້ຜົນ ບໍ່ສາມາດ ປາບປາມ ການສໍ້ຣາສ ບັງຫລວງ ໃນທົ່ວ ປະເທດໄດ້ ຊຶ່ງເປັນ ສາເຫດ ໃຫຍ່ ທີ່ພາໃຫ້ ຣັຖບານ ຂາດເຂີນ ງົບປະມານ ຢ່າງໜັກ ໃນ ທຸກໆປີ. ນັກ ປັນຍາຊົນ ລາວ ທ່ານນຶ່ງ ຢູ່ ສະຫະຣັຖ ອະເມຣິກາ ໃຫ້ ຂໍ້ຄິດເຫັນ ກ່ຽວກັບ ເຣື່ອງ ນີ້ວ່າ:
“ການສໍ້ຣາສ ບັງຫລວງ ເປັນຣະບົບ ທັງເທິງ ກໍຮົ່ວ ທາງ ລຸ່ມກໍຮົ່ວ ບໍ່ມີໃຜ ເວົ້າໃຜ ແບບວ່າ ບໍ່ເອົາຜິດ ເອົາແມ່ນ ຄືເພິ່ນ ອອກ ກົດໝາຍ ອອກແລ້ວ ເພື່ອ ໃຫ້ມັນງາມ ໃຫ້ໂລກ ເຂົາເຫັນວ່າ ມີການ ປາບປາມ ແຕ່ການ ປະຕິບັດ ມັນບໍ່ມີ ບໍ່ເຮັດ.”
ໃນເມື່ອ ວິທີນັ້ນ ບໍ່ໄດ້ຜົນ ເມື່ອເດືອນ ທີ່ແລ້ວ ຣັຖບານ ລາວ ໄດ້ສັບປ່ຽນ ຣັຖມົນຕຣີ ກະຊວງ ການເງິນ ໃໝ່; ແຕ່ງຕັ້ງ ດຣ. ລຽນ ທິແກ້ວ ແທນ ທ່ານ ພູເພັດ ຄຳພູນວົງ; ແລະ ແຕ່ງຕັ້ງ ຣັຖມົນຕຣີ ຊ່ວຍ ໃໝ່ອີກ ສາມຄົນ. ບັນຫາ ກໍຄືວ່າ ດຣ. ລຽນ ທິແກ້ວ ຈະແກ້ໄຂ ບັນຫາ ການຂາດເຂີນ ງົບປະມານ ຂອງ ຣັຖບານ ໄດ້ຊ່ຳໃດ? ຄົງຈະບໍ່ ໄດ້ຫລາຍ ເພາະ ດຣ. ລຽນທິ ແກ້ວ ບໍ່ເຄີຍມີ ປະສົພການ ທາງດ້ານ ການເງິນ ຫລາຍ ເທົ່າ ທ່ານ ພູເພັດ. ດຣ. ລຽນ ທິແກ້ວ ພຽງແຕ່ເຄີຍ ເປັນເຈົ້າ ແຂວງ ແຂວງ ໄຊຍະບຸຣີ ແລະ ຮອງປະທານ ຄະນະ ກັມມະການ ແຜນການ ແລະ ການລົງທຶນ ເທົ່ານັ້ນ. ສ່ວນ ທ່ານ ພູເພັດ ຄໍາພູນວົງ ກ່ອນ ຈະເປັນ ຣັຖມົນຕຣີ ກະຊວງ ການເງິນ ກໍຍັງເຄີຍ ເປັນ ປະທານ ທະນາຄານ ແຫ່ງຊາດ ສປປລາວ ມາກ່ອນ.
ອີກຢ່າງນຶ່ງ ໃນປະເທດ ຄອມມຸຍນິສ ຄື ສປປ ລາວ ການ ເຮັດວຽກ ດີບໍ່ດີ ບໍ່ຂຶ້ນກັບ ຄວາມຮູ້ ຄວາມ ສາມາດ ຂອງ ບຸກຄົນ ປານໃດ ສ່ວນຫລາຍ ຈະຂຶ້ນກັບ ຄະນະ ຜູ້ນຳ ພັກແລະຣັຖ ຫລາຍກວ່າ. ບໍ່ເທົ່ານັ້ນ ຣັຖມົນຕຣີ ໃໝ່ ຈະແກ້ໄຂ ການ ຂາດເຂີນ ງົບປະມານ ໄດ້ແນວໃດ ໃນເມື່ອ ໝົດທັງ ຣະບົບ ຣະບອບ ແລະ ເຈົ້າໜ້າທີ່ ພັກ-ຣັດ ທຸກຂັ້ນ ພາກັນ ສໍ້ຣາສ ບັງຫລວງ.
ຣັຖບານ ລາວ ສັບປ່ຽນ ຣັຖມົນຕຣີ ການເງິນ ໃໝ່ ກໍເພື່ອ ຫວັງວ່າ ຈະເກັບ ພາສີ ອາກອນ ໃຫ້ ຫລາຍຂື້ນ. ການເກັບ ພາສີ ອາກອນ ໃຫ້ມີ ປະສິດທິພາບ ກໍເຊັ່ນດຽວ ກັນ ຈະບໍ່ຂຶ້ນ ກັບ ຣັຖມົນຕຣີ ເກົ່າ ຫລືໃໝ່ ຫລາຍ ເທົ່າໃດ ຈະຂຶ້ນກັບ ຜູ້ເກັບ ແລະ ຜູ້ຖືກເກັບ ນັ້ນ ຫລາຍກວ່າ; ຜູ້ເກັບ ກໍແມ່ນ ເຈົ້າໜ້າທີ່ ກະຊວງ ການເງິນ ແລະ ຜູ້ຖືກເກັບ ກໍໝາຍ ເຖິງ ປະຊາຊົນ. ຜູ້ເກັບ ຍັງແມ່ນ ຄົນເກົ່າ ຍັງ ສໍ້ຣາສ ບັງຫລວງ ແລະ ຮັບ ເງິນ ສິນບົນ ຢູ່ຄືເກົ່າ. ສ່ວນຜູ້ ຖືກເກັບ ສ່ວນຫລາຍ ກໍຍັງແມ່ນ ປະຊາຊົນ ທີ່ ທຸກຍາກ ຊາວໄຮ່ ຊາວນາ ຫາລ້ຽງ ຕົນເອງ ແຕ່ລະມື້ ກໍບໍ່ພໍຢູ່ ພໍກິນຊ້ຳ ບໍ່ມີເງິນພໍ ທີ່ຈະຈ່າຍ ພາສີ ອາກອນ ໃຫ້ແກ່ຣັດ ດອກ.
ຖ້າອາໄສ ຈະເກັບ ພາສີ ອາກອນ ກັບນັກ ທຸຣະກິດ ການຄ້າ ແລະ ນັກລົງທຶນ ພວກນີ້ ພັດສລາດ ມີວິທີ ຫລີກລ້ຽງ ການເສັຍພາສີ ອາກອນ ໃຫ້ແກ່ ຣັດ ຫລາຍວິທີ ເຊ່ັນເຊື່ອງອຳ ຣາຍໄດ້ ຣາຍຮັບ ເຮັດທຸຣະກິດ ແບບ ລີ້ໆລັບໆ ແລະ ຊື້ຈ້າງ ຈອບອອຍ ເຈົ້າໜ້າທີ່. ສະນັ້ນ ເຖິງວ່າ ຈະມີ ຣັຖມົນຕຣີ ໃໝ່ ແລະ ມີ ນະໂຍບາຍ ຈະເກັບ ພາສີ ອາກອນ ໃຫ້ມີ ປະສິດທິພາບ ສູງຂື້ນ ກໍຕາມ ກະຊວງ ການເງິນ ຂອງລາວ ກໍຍັງ ຈະເກັບ ພາສີ ອາກອນ ບໍ່ໄດ້ຕາມ ຣະດັບ ຄາດໝາຍ ຢູ່ ຄືເກົ່າ.
ວິທີ ສຸດທ້າຍ ເພື່ອແກ້ໄຂ ການຂາດເຂີນ ງົບປະມານ ຂອງ ຣັຖບານ ລາວ ກໍແມ່ນ ການ ປະຫຍັດ ມັທຍັດ. ຜ່ານມາ ຣັຖບານ ກໍໄດ້ ປະຫຍັດ ແດ່ແລ້ວ ເຊັ່ນໄດ້ ຕັດເງິນ ອຸດໜູນ ຍົກເລີກ ໂຄງການ ພັທນາ ໃຫຍ່ໆ ຫລາຍຮ້ອຍ ໂຄງການ ແລ້ວເມື່ອ ອາທິດ ທີ່ແລ້ວ ກໍຫ້າມ ກະຊວງ ກົມກອງ ຂອງຣັດ ສລອງບຸນ ປີໃໝ່ ລາວ ຢ່າງ ຟຸມເຟືອຍ ແລະ ຫ້າມໃຊ້ ຣົດຫລວງ ຫລິ້ນນ້ຳ. ການຕັດ ເງິນອຸດໜູນ ແລະ ຍົກເລີກ ໂຄງການ ກໍອາດຈະ ຊ່ວຍ ຣັຖບານ ປະຫຍັດ ສ່ວນໃດ ສ່ວນນຶ່ງ ຢູ່ ແຕ່ວິທີ ນີ້ອາດຈະສົ່ງ ຜົນກະທົບ ບໍ່ດີຕໍ່ ເສຖກິດ. ທະນາຄານ ໂລກ ຣາຍງານວ່າ ເສຖກິດ ຂອງລາວ ຈະຂຍາຍຕົວ ຊ້າລົງ ໃນປີນີ້ ຍ້ອນ ມາຕການ ທັງສອງ ຢ່າງນັ້ນ. ສ່ວນເຣື່ອງ ຫ້້າມ ສລອງ ປີໃໝ່ລາວ ເປັນວິທີ ການຊົ່ວຄາວ ແລະ ຈະຊ່ວຍ ປະຫຍັດ ໄດ້ເລັກນ້ອຍ ເທົ່ານັ້ນ; ຄວາມຈິງ ແລ້ວ ສປປລາວ ຍັງເປັນ ສັງຄົມ ນິຍົມ ຢູ່ ຣັຖບານ ອະນຸຍາດ ໃຫ້ ພະນັກງານ ຂອງຕົນ ໃຊ້ຣົດ ແລະ ຢູ່ເຮືອນ ຂອງຣັດ ຢ່າງ ຫລວງຫລາຍ; ເມື່ອ ໃຊ້ຣົດ ແລະ ຢູ່ເຮືອນ ດົນໄປ ພະນັກງານ ໂດຍສະເພາະ ເຈົ້າໜ້າທີ່ ຂັ້ນສູງ ແດ່ ກໍຍຶດເອົາ ຊັພສິນ ເຫລົ່ານັ້ນ ເປັນຂອງ ສ່ວນຕົວ ໄປເລີຍ. ການໃຊ້ຈ່າຍ ແບບນີ້ ເຮັດໃຫ້ ຣັຖບານ ລາວ ສິ້ນເປືອງ ງົບປະມານ ຢ່າງ ມະຫາສານ. ຖ້າຢາກ ປະຫຍັດ ຢ່າງແທ້ຈິງ ຣັຖບານ ລາວ ຄວນຕັດ ການໃຊ້ຈ່າຍ ໃນດ້ານນີ້ ລົງ.
ສລຸບແລ້ວ ເຖິງ ຈະມີ ວິທີ ແກ້ໄຂ ບັນຫາ ການຂາດເຂີນ ງົບປະມານ ແນວໃດ ກໍຕາມ ຣັຖບານ ລາວ ກໍຍັງຈະ ບໍ່ສາມາດ ແກ້ໄຂ ໄດ້ງ່າຍໆ ເພາະຢູ່ລາວ ຍັງມີການ ສໍ້ຣາສ ບັງຫລວງ ຫລາຍ ເກີນໄປ. ຖ້າຢາກ ປາບປາມ ການສໍ້ຣາສ ບັງຫລວງ ໃຫ້ໄດ້ ຄະນະ ຜູ້ນຳລາວ ຕ້ອງ ປະຕິຮູບ ຣະບອບ ການປົກຄອງ ເປີດໃຫ້ມີ ຫລາຍພັກ ຫລາຍຝ່າຍ ເພື່ອ ກວດສອບ ການເຮັດວຽກ ຂອງຣັຖ ຢ່າງຈິງຈັງ.