ໂຄງການຂຍາຍ ຕະຂ່າຍໄຟຟ້າ

ຣັຖບານລາວ ວາງເປົ້າໝາຍ ໄວ້ວ່າ ຈະຂຍາຍ ໄຟຟ້າ ໄປ ທົ່ວປະເທດ ໃຫ້ໄດ້ 90 ສ່ວນຮ້ອຍ ພາຍໃນປີ 2020.

ສາຍໄຟຟ້າແຮງສູງ ຈາກເຂື່ອນນໍ້າເທີນສອງ ຂ້າມສູ່ປະເທດໄທ ຊຶ່ງເປັນລູກຄ້າ ຣາຍທໍາອິດ RFA/Tyler Chapman

 

ຣັຖບານລາວ ວາງເປົ້າໝາຍ ໄວ້ວ່າ ຈະຂຍາຍ ໄຟຟ້າ ໄປ ທົ່ວປະເທດ ໃຫ້ໄດ້ 90 ສ່ວນຮ້ອຍ ພາຍໃນປີ 2020. ແຕ່ບັນຫາ ມີຢູ່ວ່າ ການຜລິດ ໄຟຟ້າ ຍັງບໍ່ ພຽງພໍ ສ່ວນການ ເຫນັ່ງສາຍ ໄຟຟ້ານັ້ນ ມີພຽງພໍ ຢູ່ແລ້ວ. ດັ່ງເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ເວົ້າວ່າ:

“ພຽງພໍລະ ຕາຂ່າຍ ມີໝົດແລ້ວ ຂຍາຍຕາຂ່າຍ ນີ້ ຫລາຍ ດຽວນີ້ ມັນບັນຫາ ເຣື່ອງການ ຊົມໃຊ້ ກະແສ ໄຟຟ້າ ຕ້ອງການ ຫລາຍຕື່ມ ມັນບໍ່ພໍ ໝາຍຄວາມວ່າ ໃຊ້ພາຍໃນ ເພາະວ່າ ດຽວນີ້ ກຳລັງຊົມໃຊ້ ມັນ ເພິ້ມຂື້ນ.”

ເຈົ້າໜ້າທີ່ ທ່ານນີ້ ອະທິບາຍວ່າ ເມື່ອປີກາຍ ຣັຖບານ ຂຍາຍຕາຂ່າຍ ໄຟຟ້າ ໄດ້ 80 ສ່ວນຮ້ອຍ ຂອງປະເທດ, ຈະຂຍາຍ ໃຫ້ກວ້າງຂວາງ ອອກເປັນ 90 ສ່ວນຮ້ອຍ ພາຍໃນປີ 2020 ແລະ ຈະຢຸດຊື້ ໄຟຟ້າ ຈາກປະເທດ ເພື່ອນບ້ານ ໃຫ້ໄດ້ພາຍ ໃນປີ 2015.

ປັດຈຸບັນ ປະເທດລາວ ສາມາດ ຜລິດໄຟຟ້າ ໄດ້ທັງໝົດ 2,600 ເມກາວັດ ແຕ່ສົ່ງໄຟ ສ່ວນຫລາຍ ໄປຂາຍໃຫ້ໄທ ຕາມສັນຍາ ທີ່ໄດ້ຕົກ ລົງກັນ; ໄຟທີ່ຍັງເຫລືອ ສຳຣັບໃຊ້ ພາຍໃນ ປະເທດ ມີໜ້ອຍດຽວ ເທົ່ານັ້ນ ບໍ່ພໍກັບ ຄວາມຕ້ອງ  ການ.

ທ່ານ ວິຣະພົນ ວິຣະວົງ ຣັຖມົນຕຣີ  ຊ່ວຍວ່າການ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ກ່າວຢູ່ ກອງປະຊຸມ ນັກຊ່ຽວຊານ ດ້ານ ພະລັງງານ ຢູ່ມາເລເຊັຍ ເມື່ອສັປດາ ທີ່ແລ້ວວ່າ ຣັຖບານລາວ ມີແຜນ ຈະສ້າງເຂື່ອນ ທັງໝົດ 100 ແຫ່ງ ແລະ ຈະຜລິດໄຟຟ້າ ໃຫ້ໄດ້ເຖິງ 32,000 ເມກາວັດ; ປັດຈຸບັນ ສ້າງເຂື່ອນ ແລ້ວ 14 ແຫ່ງ ແລະ ກຳລັງ ສ້າງສິບກວ່າ ແຫ່ງໃນນັ້ນ ລວມທັງເຂື່ອນ ໄຊຍະບຸຣີ ຊຶ່ງ ເປັນເຂື່ອນ ແມ່ນ້ຳຂອງ ແຫ່ງທຳອິດ ໃນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org