ທາງການຈະເກັບອາກອນ ຄ້າຂາຍ ອອນລາຍ

ຈໍາປາທອງ
2021.02.12
ທາງການຈະເກັບອາກອນ ຄ້າຂາຍ ອອນລາຍ ເຄື່ອງນຸ່ງເສື້ອຜ້າເຕັມຊຸດ ອອກງານລ້ຽງກາງຄືນ ທີ່ມີບ່ອນຈໍາໜ່າຍຢູ່ ປະເທດລາວ ຊຶ່ງສາມາດສັ່ງຊື້ໄດ້ທາງອອນລາຍ
ພາບປະກອບ: ນັກຂ່າວພົລເມືອງ

ກະຊວງການເງິນ ອອກແຈ້ງການ ເລກທີ 0831/ກງ ລົງວັນທີ 10 ກຸມພາ 2021 ໃຫ້ທຸກຄົນ ທີ່ມີລາຍໄດ້ ຊຶ່ງຍັງບໍ່ທັນໄດ້ລົງ ທະບຽນຮວມທັງຄົນຂາຍ ເຄື່ອງອອນລາຍໄປລົງ ທະບຽນ ເສັຽອາກອນລາຍໄດ້.

ກ່ຽວກັບເຣື່ອງນີ້ ແມ່ຄ້າຂາຍຄີມເລັ່ງຜິດທາງອອນລາຍ ຢູ່ແຂວງສາລະວັນ ເວົ້າວ່າ ຢາກໃຫ້ທາງການລາວ ພິຈາຣະນາຄືນໃໝ່ ໃນເຣື່ອງການເກັບ ອາກອນລາຍໄດ້ຈາກບຸກຄົນ ທີ່ມີລາຍໄດ້ໜ້ອຍ, ບໍ່ເຫັນດີນໍາຂັ້ນເທິງ ທີ່ຈະເກັບອາກອນລາຍໄດ້ຈາກແມ່ຄ້າ ຂາຍເຄື່ອງອອນລາຍ ຂນາດນ້ອຍ ຍ້ອນກໍາໄຣ ທີ່ໄດ້ຈາກການຂາຍເຄື່ອງນັ້ນ ກະປຸກນຶ່ງພຽງ 10-20 ພັນກີບ, ຂາຍບໍ່ໄດ້ທຸກມື້ ແລະວ່າ ຖ້າເອົາກໍາໄຣ ຈາການຂາຍຄີມນັ້ນ ມາຈ່າຍອາກອນລາຍໄດ້ ກໍຈະບໍ່ໄດ້ກໍາໄຣຫຍັງເລີຍ, ແຕ່ກໍຢາກໃຫ້ເກັບນໍາແມ່ຄ້າ ອອນລາຍລາຍໃຫຍ່ ທີ່ມີ ຄວາມສາມາດ ນໍາເອົາເຄື່ອງຈາກຕ່າງປະເທດ ເຂົ້າມາ, ມີຮ້ານຂາຍ ແລະ ຢາກໃຫ້ຂັ້ນເທິງກວດກາ ຄືນກ່ອນ ຈະອອກແຈ້ງການສະບັບຕໍ່ໄປ ວ່າຈະໃຫ້ໄປລົງທະບຽນ ເລກປະຈໍາຕົວ ຜູ້ເສັຽອາກອນມື້ໃດ, ດັ່ງທີ່ນາງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ກຸມພາ ນີ້ວ່າ:

“ມັນບໍ່ຄ່ອຍດີປານໃດແຫຼະ ເພາະວ່າບໍ່ມີຮ້ານໃດແຫຼະ ເພາະວ່າບໍ່ມີຮ້ານເດ໋. ຖ້າເກັບໃນຮ້ານຂາຍເຄື່ອງໃຫຍ່ໆຫັ້ນກໍສິດີຢູ່ອັນນີ້ ເກັບນໍາແມ່ຄ້າອອນລາຍ ມັນກໍບໍ່ເໝາະສົມປານໃດ ຜູ້ເວົ້າເກັ່ງໆຫັ້ນ ເຂົາກໍໄດ້ແທ້ ແຕ່ສໍາລັບເຮົາ ວ່າງກໍເຮັດ ບໍ່ວ່າງກໍບໍ່ໄດ້ເຮັດ ກໍເລີຍມັນບໍ່ມີຣາຍໄດ້ຈາກອອນລາຍ ໄດ້ກໍ 10-20 ພັນ ຖ້າສົມມຸດເຂົາເກັບພາສີເນາະ ເຮົາກໍສິໄດ້ຫຍັງ.”

ຄົນງານທີ່ເຮັດວຽກ ເປັນຜູ້ວາງແຜນ ຕລາດອອນລາຍ ຂອງເອກກະຊົນ ຢູ່ແຂວງສວັນນະເຂດ ເວົ້າວ່າຢາກໃຫ້ພາກສ່ວນກ່ຽວຂ້ອງ ເປີດເຜີຍຈະແຈ້ງ ເຣື່ອງການເກັບອາກອນ ລາຍໄດ້ ວ່າຄິດໄລ່ແນວໃດ, ເກັບຈັກເປີເຊັນຂອງລາຍໄດ້, ການຍົກເວັ້ນອາກອນລາຍໄດ້ ຈາກຜູ້ມີລາຍໄດ້ໜ້ອຍ ແລະ ຖ້າຫາກວ່າ ທາງຂັ້ນເທິງເກັບອາກອນລາຍໄດ້ ນໍາລູກຈ້າງ ເອກກະຊົນຕື່ມອີກ ກໍຈະບໍ່ເຫັນດີນໍາຍ້ອນ ໂຕເອງກໍເສັຽອາກອນເງິນເດືອນ ທຸກເດືອນຢູ່ແລ້ວ, ປັດຈຸບັນ ຫາເງິນຊື້ເຂົ້າກິນກໍຍັງຍາກຢູ່ແລ້ວ ດັ່ງທີ່ທ່ານກ່າວວ່າ:

“ຖ້າວ່າຄົນທີ່ມີຣາຍໄດ້ທຸກຄົນ ແລ້ວບາດນີ້ ເຈົ້າໄປໄລ່ເອົາໝົດມັນກໍບໍ່ຖືກຣາຍໄດ້ ດ້າມເລັກດ້າມນ້ອຍ ເພິ່ນກໍຄິດໄລ່ໝົດໄປໄລ່ ແບບນັ້ນກໍຕາຍຄືກັນ ຕ້ອງເບິ່ງຄວາມເປັນຈິງ ຖ້າເຂົາກິນເປີເຊັນຫລາຍ ແລ້ວຕົງກັນຂ້າມກັບຣາຍໄດ້ຂອງເຮົາ ກໍບໍ່ໂອເຄ ຂນາດອັນນັ້ນສິກິນ ກໍຈະບໍ່ມີແລ້ວ ແລ້ວຈະມາເກັບດ້າມເລັກດ້າມນ້ອຍ.”

ຊາວກະສິກອນປູກສາລີ ແລະຖົ່ວດິນ ລ້ຽງຄອບຄົວ 5 ຄົນ ຢູ່ເມືອງເລົ່າງາມ ແຂວງສາລະວັນ ເວົ້າວ່າຢາກໃຫ້ຂັ້ນເທິງກວດກາ ຄືນເຣື່ອງຣະບຽບການ ເກັບອາກອນລາຍໄດ້ຈາກ ປະຊາຊົນ ທີ່ມີລາຍໄດ້ໜ້ອຍ ເປັນຕົ້ນຊາວກະເສດຕອນ ທີ່ເຮັດການຜລິດ ມີລາຍໄດ້ເປັນລາຍປີ ແລະບໍ່ຢາກໃຫ້ເກັບອາກອນ ນໍາຊາວກະສິກອນ ເນື່ອງຈາກລາຍໄດ້ຕໍ່ປີ ກໍມີພຽງ 20-25 ລ້ານກີບ ລ້ຽງຄອບຄົວ 5 ຄົນ ດັ່ງທີ່ທ່ານກ່າວວ່າ:

“ມັນກໍຍາກພໍສົມຄວນນັ້ນແຫລະ ແບບວ່າເຮົາມີລູກຫລາຍ ແລ້ວກໍຣາຍໄດ້ເຮົາພັດວ່າໜ້ອຍ ມັນກໍລ້ຽງກັນບໍ່ກຸ້ມປານໃດ ບາງທີ ຕ້ອງໄດ້ເຈັບເປັນອະຫຍັງ ເຄື່ອງເຮົາຂາຍມີແຕ່ ຣາຄາຕໍ່າ ເຮົາຂາຍມັນໂລລະ ພັນປາຍພັດໄປຊື້ເຂົ້າໂລລະ 8-9 ພັນ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງ ສວັນນະເຂດ ກ່າວວ່າ ຕາມກົດໝາຍວ່າດ້ວຍ ອາກອນ ປະຊາຊົນລາວ ແລະຕ່າງປະເທດ ທີ່ມີລາຍໄດ້ ຕໍ່ເດືອນ 1,300,000 ກີບຂຶ້ນໄປ ຈະຕ້ອງໄດ້ເສັຍອາກອນແຕ່ 5% ເຖິງ 25% ຂຶ້ນກັບລາຍໄດ້ ຂອງແຕ່ລະຄົນ:

“ດຽວນີ້ເພິ່ນມີແຈ້ງການ ອັນນຶ່ງຂອງກະຊວງການເງິນອອກມານີ໋ ໃຫ້ລົງທະບຽນ ຕ້ອງໄດ້ລົງທະບຽນອອກເລກປະຈໍາຜູ້ມີຣາຍໄດ້ ກໍແຈ້ງເສັຽຕາມຣາຍໄດ້ນັ້ນ ໃນກົດໝາຍເພິ່ນວ່າ 1 ລ້ານ 3 ແສນກີບ ແມ່ນຖືກຍົກເວັ້ນ ກາຍຂຶ້ນໄປນັ້ນຕ້ອງຄືເສັຽຣາຍໄດ້ ມັນກໍມີອັດຕຣາ ຖືກເສັຽຣາຍໄດ້ ມັນຢູ່ຣະດັບເລີ່ມແຕ່ 5% ຂຶ້ນໄປ.”

ທ່ານກ່າວຕື່ມວ່າ ສໍາລັບການເກັບອາກອນລາຍໄດ້ ບຸກຄົນທົ່ວໄປ ແມ່ນຖືວ່າເປັນເທື່ອທໍາອິດ ທີ່ໄດ້ເກັບອາກອນລາຍໄດ້ນໍາ ແລະ ວ່າ ດີແທ້ແລ້ວໃຫ້ປະຊາຊົນລໍຖ້າຂັ້ນເທິງ ມີຣະບຽບເກັບອາກອນລາຍໄດ້ ເປັນລາຍລັກອັກສອນ ຄັກແນ່ກ່ອນ ຄືພາຍຫລັງ ເດືອນມິນາ ທີ່ຈະມາເຖິງນີ້:

“ເພິ່ນແຈ້ງກໍແຈ້ງມາໃໝ່ ກໍຫາສິເລີ່ມຈັດຕັ້ງປະຕິບັດ ໃນປີໃໝ່ 2021 ແຕ່ກ່ອນບຸກຄົນທົ່ວໄປ ກໍບໍ່ທັນໄດ້ເຮັດ ຫາສິເຫັນອອກ ມາໃໝ່ ຫາສິແລ້ວກອງປະຊຸມນີ້ນ່າ ເພິ່ນສິແນະນໍາ ແຈ້ງອອກມາຕື່ມດອກ.”

ທີ່ປຶກສາດ້ານກົດໝາຍ ຢູ່ແຂວງໄຊຍະບູລີ ທ່ານນຶ່ງ ເວົ້າວ່າ ສໍາລັບການເກັບອາກອນລາຍໄດ້ ບຸກຄົນ ທີ່ກະຊວງການເງິນແຈ້ງ ການອອກມານັ້ນ ແມ່ນຈະສ້າງຂໍ້ດີໃຫ້ປະເທດລາວ ນໍາເງິນທີ່ເກັບໄດ້ຈາກ ອາກອນລາຍໄດ້ນັ້ນ ໄປພັທນາໂຄງຮ່າງພື້ນຖານ ໃນປະເທດ:

“ເພິ່ນຄົ້ນຄວ້າໂຕນີ້ ຜ່ານສະພາຫລາຍຄາວແລ້ວ ຖ້າວ່າເຮົາບໍ່ເກັບຣາຍຮັບ ຈາກບຸກຄົນເພື່ອມາພັທນາໃຫ້ປະເທດຊາດ ບ້ານເມືອງ ເຮົາກໍບໍ່ມີບ່ອນສິເອົາເດ໋ ສິເອົາໃສມາເຮັດຖນົນ ຫົນທາງ ສິເອົາໃສມາເຮັດໄຟຟ້າ ໃຫ້ພວກເຮົາໃຊ້ ສິເອົາໃສມາປ້ອງກັນຊາດ ປ້ອງກັນປະເທດພວກເຮົາ ເຮົາສິເອົາຈາກອັນນີ້.”

ແຈ້ງການຂອງກະຊວງການເງິນ ທີ່ວ່ານັ້ນ ຣະບຸວ່າ ກໍານົດເວລາໃນການລົງທະບຽນອອກເລກປະຈໍາຕົວ ຜູ້ເສັຍອາກອນລາຍໄດ້ ແມ່ນບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021.

ສໍາລັບເອກກະສານປະກອບ ແລະຂໍ້ມູນທີ່ຕ້ອງໄດ້ກຽມໄວ້ ຄືບັດປະຈໍາຕົວ ຫລືໜັງສືຜ່ານແດນ, ປື້ມສໍາມະໂນຄົວ, ເບີໂທຣະສັບ, ອາຊີບ, ເລກບັນຊີທະນາຄານ, ເລກບັດປະກັນ ສັງຄົມ. ແລະສາມາດໄປລົງທະບຽນໄດ້ ທີ່ກົມຊ່ວຍສາອາກອນ ກະຊວງການເງິນ, ຊ່ວຍສາອາກອນ ປະຈໍານະຄອນຫລວງ, ປະຈໍາແຂວງ ແລະ ປະຈໍາເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.