ບໍຣິສັດຕ່າງຊາດຄ້ານໍ້າມັນ ໃຊ້ເລ້ຫຼ່ຽມ


2014.01.21
ບໍຣິສັດ ນໍານໍ້າມັນເຂົ້າ ຂອງຊາວ ຕ່າງຊາດ ໃຊ້ເລ້ຫຼ່ຽມ ເອົາປຽບຜູ້ທີ່ເສັຽພາສີ ຢ່າງຖືກຕ້ອງ
RFA

 

ເຈົ້າຫນ້າທີ່ກະຊວງການເງິນ ທ່ານນື່ງເວົ້າວ່າ ຄນະຣັຖບານ ຈະພິຈາຣະນາ ຍົກເລີກຣະບົບ ໂກຕາ ການນຳເຂົ້ານ້ຳມັນ ເຊຶ້ອເພີງ ໂດຍບໍ່ໄດ້ເສັຽພາສີ ຂອງບັນດາ ບໍຣິສັດຕ່າງຊາດ ທີ່ລົງທຶນ ໃນລາວ ເນື່ອງຈາກວ່າ ຣະບົບ ດັ່ງກ່າວ ໄດ້ສ້າງບັນຫາ ຕໍ່ຣະບົບ ເສຖກິດ ການຄ້າໃນລາວ.

ເຫດຜົລກໍ່ແມ່ນວ່າ ບໍຣິສັດຜູ້ລົງທຶນໃນລາວ ຫລາຍບໍຣິສັດ ໄດ້ນຳເຂົ້ານ້ຳມັນ ເຊຶ້ອເພີງ ເກີນກວ່າອັດຕຣາ ທີ່ທາງການ ກຳນົດໃຫ້ ແລ້ວ ລັກລອບ ນໍາອອກໄປຂາຍ ໃຫ້ປັ້ມນ້ຳມັນ ເອກກະຊົນ ໃນຣາຄາຖືກກວ່າ ຜູ້ປະກອບການນ້ຳມັນເຊື້ອເພີງໃນລາວ ຜູ້ທີ່ເສັຽພາສີ ແບບຖືກຕ້ອງ ຕາມກົດຫມາຍ ກ່າວໃນຕອນນື່ງວ່າ:

"ບໍຣິສັດທີ່ເຮັດຖືກຕ້ອງນຳ ນ້ຳມັນ ເຂົ້າມາຖືກຕ້ອງແລ້ວ ເອົານ້ຳມັນ ໄປສົ່ງໃຫ້ປັ້ມຫັ້ນ ຖືວ່າປັ້ມຫັ້ນ ໄດ້ກຳໄຣ ລິດນື່ງ 150 ກີບ ນ້ຳມັນຈາກ ໂຄງການນ້ຳມັນ ຍົກເວັ້ນພາສີ ຣາຄາທີ່ເພີ່ນ ເອົາໄປສົ່ງໃຫ້ປັ້ມ ລາງເທືຶ່ອ ເພີ່ນກໍໃຫ້ກຳໄຣ ພໍ່ຄ້າ ບໍຣິການ ປັ້ມນັ້ນ ລິດນື່ງ 400-500 ກີບ ບາງເທື່ອຮອດ 1100-1200 ກວ່າກີບ ຕໍ່ລີດ".

ພຶດຕິກັມດັ່ງກ່າວ ບໍ່ພຽງແຕ່ສົ່ງຜົລກະທົບ ຕໍ່ຜູ້ປະກອບການ ປັ້ມນ້ຳມັນ ທີ່ໄດ້ເສັຽພາສີ ການນຳເຂົ້ານ້ຳມັນ ຢ່າງຖືກຕ້ອງເທົ່ານັ້ນ ແຕ່ຍັງເຮັດໃຫ້ ຣັຖບານລາວ ເສັຽລາຍຮັບຈາກການເກັບພາສີ ການນຳເຂົ້ານ້ຳມັນ ຢ່າງ ຫລວງຫລາຍ ນຳອີກ.ວ່າງປີທີ່ຜ່ານມາ ບັນດາ ຜູ້ປະກອບການ ປັ້ມນ້ຳມັນ ໃນລາວ ໄດ້ນຳເຂົ້ານ້ຳມັນ ຢ່າງຖືກຕ້ອງ ຕາມກົດຫມາຍ ໃນປາຣິມານ ໂດຍຮວມ 900 ກວ່າລ້ານລິດ ໃນຂນະທີ່ ບັນດາ ບໍຣິສັດ ຜູ້ລົງທຶນ ຕ່າງຊາດ ໄດ້ນຳເຂົ້ານ້ຳມັນ ໂດຍຮວມກວ່າ 350 ລ້ານລິດ ແຕ່ເຊື່ອວ່າເກີນ ຄວາມເປັນຈິງ 60%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.