ເຂື່ອນດອນສະໂຮງຍັງຢູ່ໃນແຜນ
2015.01.08

ສປປລາວ ຈະ ເດີນໜ້າ ໃນ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ຢູ່ຕໍ່ໄປ ເຖິງວ່າ ຈະມີສຽງ ຄັດຄ້ານ ຈາກ ປະຊາຊົນ ເຂດ ລຸ່ມ ແມ່ນ້ຳຂອງ ກໍຕາມ ເພາະ ຣັຖບານ ລາວ ບໍ່ມີທາງ ເລືອກ ໄດ້ ຫຼາຍທາງ ໃນການ ພັທນາ ເສຖກິດ ຂອງ ຊາດ.
ສະພາບການ ຂອງ ໂຄງການ ເຂື່ອນ ດອນສະໂຮງ ໃນ ປັດຈຸບັນ ກໍແມ່ນວ່າ ຍັງມີ ກະແສ ຕ້ານ ຈາກ ຊຸມຊົນ ທ້ອງຖິ່ນ ໃນ ປະເທດ ລຸ່ມ ແມ່ນ້ຳຂອງ ຫລາຍຢູ່ ຮວມທັງ ອົງກອນ ອິສຣະ ຫລາຍ ອົງກອນ; ຕົວຢ່າງ ກຸ່ມ ປະຊາຊົນ ແຄມຂອງ ຈາກ 8 ແຂວງ ຂອງໄທ ກໍໄດ້ຍື່ນ ຫນັງສື ປະທ້ວງ ໄປຫາ ສະຖານທູດ ລາວ ແລະ ຫລາຍ ຫນ່ວຍງານ ທີ່ ກ່ຽວຂ້ອງ ຂອງ ລາວ ແລະ ໄທ ກ່ຽວກັບ ໂຄງການ ເຂື່ອນ ໃນ ແມ່ນ້ຳຂອງ ຮວມທັງ ເຂື່ອນ ດອນ ສະໂຮງ ກຸ່ມ ດັ່ງກ່າວ ຕ້ອງການ ຢຸດ ໂຄງການ ສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ.
ນອກຈາກ ນັ້ນ ກໍມີ ກຸ່ມ ອະນຸຮັກ ຊຽງຂອງ ຊື່ງ ເປັນ ອົງກອນ ອະນຸຮັກ ວິຖີ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຕາມລຳ ແມ່ນ້ຳຂອງ ໃນເຂດ ພາກເຫນືອ ຂອງໄທ ກຸ່ມນີ້ ກໍໄດ້ ດຳເນີນ ການ ປະທ້ວງ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ມາຫລາຍຄັ້ງ ແລ້ວ ໂດຍສະເພາະ ແມ່ນ ເຂື່ອນ ໄຊຍະບູຣີ ແລະ ຜ່ານມາ ກໍມີ ຖແລງການ ຕ້ານ ເຂື່ອນ ດອນສະໂຮງ. ກຸ່ມທີສາມ ແມ່ນ ກຸ່ມ ອະນຸຮັກ ແມ່ນ້ຳຂອງ ຫລື SAVE MEKONG ກຸ່ມນີ້ ໄດ້ອອກ ຖແລງການ ຮຽກຮ້ອງ ໃຫ້ ທາງການ ລາວ ຢຸດ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຫລັງຈາກ ເວທີ ກອງປະຊຸມ ຂັ້ນຕອນ ການ ແຈ້ງການ ລ່ວງຫນ້າ ກັບ ປະຊາຊົນ ຂອງ ຄນະ ກັມມະການ ແມ່ນ້ຳຂອງ ໃນ ວັນທີ 12 ທັນວາ ປີ 2014 ຜ່ານມາ ກຸ່ມນີ້ ຕ້ອງການ ໃຫ້ ໂຄງການ ເຂື່ອນ ດອນສະໂຮງ ຖືກ ຍົກເລີກ; ໂດຍເວົ້າວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະສົ່ງ ຜົລກະທົບ ຕໍ່ ຄວາມປອດພັຍ ຂອງ ແຫລ່ງ ອາຫານ ແລະ ການຂຶ້ນລົງ ຂອງປາ ຮວມທັງ ຈະເຮັດໃຫ້ ອະນາຄົດ ຂອງ ແມ່ນ້ຳຂອງ ແລະ ປະຊາຂົນ ທ້ອງຖິ່ນ ມີ ຄວາມສ່ຽງ ໃນ ການດຳຣົງ ຊີວິດ ຂອງ ພວກຂະເຈົ້າ ຖ້າ ເຂື່ອນ ດອນສະໂຮງ ຖືກສ້າງ.
ສຳລັບ ເຄື່ອຂ່າຍ ປະຊາຊົນ ກຳພູຊາ ຊື່ງ ເປັນ ປະເທດ ທີ່ ຢູ່ລຸ່ມ ເຂື່ອນ ດອນສະໂຮງ ກໍສະແດງ ຄວາມ ບໍ່ພໍໃຈ ຢ່າງໃຫຍ່ ຕໍ່ ໂຄງການ ເຂື່ອນ ດອນສະໂຮງ ກຸ່ມ ດັ່ງກ່າວ ໃຫ້ ເຫດຜົລ ວ່າ ເຂື່ອນ ດອນສະໂຮງ ຖ້າສ້າງ ຈະສົ່ງ ຜົລກະທົບ ຕໍ່ ຊີວີດ ການເປັນຢູ່ ຂອງ ພວກຂະເຈົ້າ ຍ້ອນວ່າ ປະຊາຊົນ ກຳພູຊາ ທີ່ຢູ່ຕາມ ແຄມຂອງ ສ່ວນໃຫຍ່ ອາສັຍ ລ້ຽງຊີວິດ ຄອບຄົວ ດ້ວຍການ ຫາປາ ຕາມລຳ ແມ່ນ້ຳຂອງ ຂະເຈົ້າ ເຊື່ອວ່າ ເຂື່ອນ ດອນສະໂຮງ ຈະສົ່ງ ຜົລກະທົບ ຕໍ່ ການຂຶ້ນລົງ ຂອງ ໝູ່ປາ ໃນຍາມ ເພາະໄຂ່ ແລະ ປະສົມພັນ ຈຳນວນ ປາ ຈະຫລຸດລົງ ແລະ ປະຊາຊົນ ກໍ ຈະອຶດຫວິ ເຂື່ອນ ດອນສະໂຮງ ຈະເປັນພັຍ ນາບຂູ່ ຕໍ່ ຄວາມປອດພັຍ ດ້ານ ອາຫານ ຂອງ ພວກ ຂະເຈົ້າ.
ນອກຈາກ ນັ້ນ ເຄຶອຂ່າຍ ປະຊາຊົນ ກຳພູຊາ ຍັງເຊື່ອວ່າ ເຂື່ອນ ດອນສະໂຮງ ອາດຈະສົ່ງ ຜົລກະທົບ ຕໍ່ ຣະດັບນ້ຳ ແລະ ຝຸງປາ ໃນ ຕົງເລສາບ ຊື່ງ ເປັນແຫລ່ງ ອາຫານ ແລະ ບ່ອນຫາປາ ທີ່ ອຸດົມ ສົມບູນ ສຳລັບ ຊາວ ກຳພູຊາ ຍ້ອນ ຣະດັບນ້ຳ ໃນ ແມ່ນ້ຳຂອງ ອາດມີ ການປ່ຽນແປງ ຖ້າມີເຂື່ອນ. ດັ່ງນັ້ນ ຂະເຈົ້າ ຈຶ່ງ ຄັດຄ້ານ ໂຄງການ ເຂື່ອນ ດອນສະໂຮງ. ແຕ່ ທາງການ ກຳພູຊາ ຍັງບໍ່ມີ ປະຕິ ກິຣິຍາ ຢ່າງໃດ ມີແຕ່ ສະແດງ ຄວາມ ເປັນຫ່ວງ ຍ້ອນວ່າ ກຳພູຊາ ມີ ແຜນການ ຈະສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ສອງ ເຂື່ອນ ໃນ ອະນາຄົດ.
ສຳລັບ ປະຊາຊົນ ວຽດນາມ ແລ້ວ ອົງກອນ Vietnam river network ຜ່ານມານີ້ ໄດ້ຈັດ ກອງປະຊຸມ ກັບ ສະມາຊິກ ແລະ ພາກສ່ວນ ທີ່ ກ່ຽວຂ້ອງ ເພື່ອ ຮີບໂຮມ ຂໍ້ມູນ ຄວາມຄິດ ຄວາມເຫັນ ປະຊາຊົນ ທ້ອງຖິ່ນ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ໂດຍ ສະເພາ ປະຊາຊົນ ວຽດນາມ ທີ່ອາສັຍ ຢູ່ເຂດ ສາມຫລ່ຽມ ປາກ ແມ່ນ້ຳຂອງ ຣະຫວ່າງ ເດືອນ ພຶສຈິກາ ຫາ ເດືອນ ທັນວາ ປີ 2014. ກຸ່ມ ດັ່ງກ່າວ ໄດ້ຈັດ ເວທີ ກອງປະຊຸມ 15 ຄັ້ງ ທີ່ມີ ປະຊາຊົນ ຮາກຫຍ້າ ຊາວ ກະສິກອນ ຕົວແທນ ແມ່ຍິງ ແລະ ຊຸມຊົນ ກຸ່ມອື່ນໆ ໃນຈຳນວນ 12 ແຂວງ ປາກ ແມ່ນ້ຳຂອງ ເຂົ້າຮ່ວມ ທັງຫມົດ ຕ້ານການ ສ້າງ ເຂື່ອນ ດອນສະໂຮງ.
ກຸ່ມ ດັ່ງກ່າວ ເວົ້າວ່າ ເຂຶ່ອນ ດອນສະໂຮງ ຈະເປັນ ພັຍ ຕໍ່ການ ການກະເສດ ໃນເຂດ ສາມຫລ່ຽມ ປາກ ນ້ຳຂອງ ຊື່ງເປັນ ອູ່ເຂົ້າ ອູ່ນ້ຳ ຂອງ ຄົນວຽດນາມ ມາແຕ່ ດຶກດຳບັນ, ຊາວ ກະສິກອນ ຢ້ານວ່າ ເຂື່ອນ ດອນສະໂຮງ ຈະຫລຸດ ຣະດັບ ນ້ຳຂອງ ລົງ ແລະ ຈະເຮັດໃຫ້ ນ້ຳເກືອ ຈາກ ທະເລ ເຂົ້າມາ ໃນພື້ນທີ່ ປູກຝັງ ຂອງ ພວກຂະເຈົ້າ ດິນ ຈະເຄັມ ປູກເຂົ້າ ບໍ່ໄດ້ ຕ້ອງການ ຢາກໃຫ້ ທາງການ ລາວ ສຶກສາ ຜົລກະທົບ ຂ້າມແດນ ເພີ້ມຕື່ມ.
ນອກຈາກ ຜົລກະທົບ ຕໍ່ການ ກະເສດ ແລ້ວ ພວກຂະເຈົ້າ ຍັງ ເປັນຫວ່ງ ກ່ຽວກັບ ການປະໂມງ ຂອງ ຊາວບ້ານ ຍ້ອນວ່າ ການຂຶ້ນລົງ ຂອງ ນ້ຳຂອງ ອາດຈະປ່ຽນ ທິດທາງ ເຮັດໃຫ້ ຈຳນວນປາ ຫລຸດລົງ. ຄວາມປອດພັຍ ທາງດ້ານ ອາຫານ ກໍຈະມີ ບັນຫາ.
ທາງການ ວຽດນາມ ບໍ່ໄດ້ອອກ ຖແລງການ ຢ່າງເປັນ ທາງການ ໃນການຕ້ານ ເຂື່ອນ ດອນສະໂຮງ ແຕ່ ເຈົ້າຫນ້າທີ່ ກ່ຽວຂ້ອງ ວຽດນາມ ໄດ້ສະແດງ ຄວາມ ເປັນຫ່ວງ ຕໍ່ ໂຄງການ ເຂື່ອນ ດອນສະໂຮງ ໃນ ກອງປະຊຸມ ທີ່ ຜ່ານມາ ພວກ ຂະເຈົ້າ ຕ້ອງການ ໃຫ້ສຶກສາ ເພີ້ມຕື່ມ ຫລື ເລື່ອນເວລາ ໂຄງການ ເຂື່ອນ ດອນສະໂຮງ ອອກໄປ ຢ່າງນ້ອຍ 10 ປີ.
ທັງຫມົດນີ້ ແມ່ນ ສະພາບການ ໃນ ປັດຈຸບັນ ທີ່ ຊຸມຊົນ ຈາກ ປະເທດ ລຸ່ມ ແມ່ນ້ຳຂອງ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ ຫລາຍອົງການ ສະແດງ ຄວາມເຫັນ ຕໍ່ໂຄງການ ເຂື່ອນ ດອນສະໂຮງ ຈື່ງເຮັດໃຫ້ ທາງການ ລາວ ຕົກລົງ ຈັດເວທີ ຂັ້ນຕອນ ການປຶກສາ ຫາລື ລ່ວງຫນ້າ ກັບ ຄນະ ກັມມະການ ແມ່ນ້ຳຂອງ ເພື່ອ ໃຫ້ ປະຊາຊົນ ແລະ ອົງການ ກຸ່ມ ດັ່ງກ່າວ ໄດ້ອອກ ຄວາມຄິດ ຄວາມເຫັນ. ທາງການ ລາວ ພຍາຍາມ ທຸກຢ່າງ ເພື່ອໃຫ້ ທຸກ ຝ່າຍ ພໍໃຈ ໃນການ ສ້າງ ເຂື່ອນ ດອນສະໂຮງ ແຕ່ ກໍເປັນພຽງ ການ ປະຕິບັດ ຕໍ່ ກົດຣະບຽບ ຂໍ້ຕົກລົງ ຂອງ ປະເທດ ສະມາຊິກ ແມ່ນ້ຳຂອງ ໃນປີ 1995 ເທົ່ານັ້ນ. ຕາມ ຄວາມຈິງແລ້ວ ນັກ ວິຊາການ ເວົ້າວ່າ ສປປລາວ ຍັງ ຈະເດີນຫນ້າ ໃນ ໂຄງການ ເຂື່ອນ ດອນສະໂຮງ ຍ້ອນວ່າ ລາວ ບໍ່ມີທາງ ເລືອກ ທາງອື່ນ ໃນການ ພັທນາ ເສຖກິດ ຂອງລາວ.
ສປປລາວ ມີແຜນການ ມາແຕ່ຕົ້ນ ໃນ ໂຄງການ ພັທນາ ເສຖກິດ ແລະ ສັງຄົມ ໃນລາວ ໂດຍ ເນັ້ນໃສ່ ການ ສ້າງເຂື່ອນ ໄຟຟ້າ ເປັນຫລັກ ເພາະ ສປປລາວ ຢາກເປັນ ຫມໍ້ໄຟ ຂອງ ອາຊຽນ ໃນ ອະນາຄົດ ດ້ວຍການ ສ້າງ ເຂື່ອນ ໄຟຟ້າ ຢ່າງນ້ອຍ 50 ຫາ 70 ເຂື່ອນ ໃນທົ່ວ ປະເທດ ໃນນັ້ນ 9 ເຂື່ອນ ແມ່ນ ໃສ່ ແມ່ນ້ຳຂອງ ທີ່ ຮວມດ້ວຍ ເຂື່ອນ ດອນສະໂຮງ ແລະ ໄຊຍະບູຣີ.
ໃນ ປັດຈຸບັນ ສປປລາວ ອາສັຍ ການພັທນາ ແລະ ຣາຍໄດ້ ຈາກ ການຂຸດຄົ້ນ ແຮ່ທາດ ສ້າງ ເຂຶ່ອນ ໄຟຟ້າ ແລະ ປູກ ຢາງພາຣາ ແຕ່ການ ຂຸດຄົ້ນ ແຮ່ທາດ ກໍ່ຈະຫມົດ ແລ້ວ ຫລາຍ ໂຄງການ ກໍຖືກໂຈະ ແລະ ໃຫ້ ຍົກເລີກ ຍ້ອນມັນ ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແມ່ນ້ຳ ລຳທານ ແລະ ບໍ່ມີ ບໍ່ແຮ່ ໃຫມ່ ໃຫ້ຕ່າງ ປະເທດ ມາຂຸດ ອີກແລ້ວ.
ສຳລັບ ການປູກ ຢາງພາລາ ນັ້ນ ໃນ ປັດຈຸບັນ ຫລາຍ ບໍຣິສັດ ກໍເຊົາ ປູກ ແລະ ເຊົາປາດ ຢາງຍ້ອນ ຣາຄາ ຢາງພາຣາ ຕົກຕ່ຳ ບໍ່ ກຸ້ມຄ່າ ໃນການ ປູກ ແລະ ປາດ ບໍຣິສັດ ວຽດນາມ ແລະ ຈີນ ທີ່ ປູກ ຢາງພາລາ ໃນລາວ ຫລາຍ ບໍຣິສັດ ກໍ ເຊົາ ກິຈການ ໄປ ຫລັງຈາກ ຕັດຕົ້ນໄມ້ ໄປຂາຍ ແລະ ປູກຕົ້ນຢາງ ຊົ່ວ ຣະຍະ ນຶ່ງ.
ຍັງເຫລືອ ແຕ່ ໂຄງການ ສ້າງເຂຶ່ອນ ເທົ່ານັ້ນ ທີ່ ນັກລົງທຶນ ຕ່າງຊາດ ຍັງສົນໃຈ ຢາກມາ ລົງທຶນ ໃນລາວ ແລະ ຣັຖບານ ລາວ ກໍຍັງ ຢຶດຫມັ້ນ ຈະ ອາສັຍ ຣາຍໄດ້ ຈາກ ທຸຣະກິດ ຂແນງນີ້ ໃນການ ພັທນາ ປະເທດ ໃນ ອະນາຄົດ ຖ້າບໍ່ມີ ໂຄງການ ສ້າງ ເຂື່ອນ ໄຟຟ້າ ແລ້ວ ທາງການ ລາວ ກໍຈະ ບໍ່ສາມາດ ພັທນາ ສ້າງສາ ຕາມ ເປົ້າຫມາຍ ທີ່ ໄດ້ວາງໄວ້ ຍ້ອນວ່າ ຂແນງອື່ນໆ ບໍ່ມີ ປະເທດໃດ ສົນໃຈ ມາລົງທຶນ.
ຖ້າລາວ ຈະອາສັຍ ການສ້າງ ເຂດ ເສຖກິດ ພິເສດ ເພື່ອ ກະຕຸ້ນ ເສຖກິດ ແຕ່ໃນ ປັດຈຸບັນ ຫລາຍແຫ່ງ ກໍບໍ່ມີ ນັກລົງທຶນ ສົນໃຈ ຫລາຍ ປານໃດ ແມ້ນແຕ່ ສວັນ-ເຊໂນ ກໍມີບໍ່ ຫລາຍ ແລະ ເຂດອື່ນໆ ກໍເຊັ່ນກັນ ຍ້ອນລາວ ມີຕລາດໜ້ອຍ ແລະ ຂາດ ແຮງງານ ທີ່ ມີສີມື ຮ້າຍ ໄປກວ່ານັ້ນ ທີ່ ຜ່ານມານີ້ ຣັຖບານ ໄທ ກໍປະກາດ ວ່າ ຈະສ້າງ ເຂດ ເສຖກິດ ຂຶ້ນ ຫລາຍແຫ່ງ ຕາມ ແຂວງ ທີ່ ຕິດຊາຍ ແດນກັບລາວ ນັກລົງທຶນ ຕ່າງຊາດ ທີ່ ຈະມາລົງທຶນ ໃນ ລາວ ອາດ ປ່ຽນໃຈ ໄປລົງທຶນ ໃນໄທ ຫລາຍກວ່າ ຍ້ອນ ແຮງງານ ມີ ຄຸນນະພາບ ແລະ ຕລາດໃຫຍ່.
ຈີນ ວຽດນາມ ແລະ ໄທ ທີ່ ລົງທຶນ ຣາຍໃຫຍ່ ໃນລາວ ໃນ ປັດຈຸບັນ ກໍຫັນ ຄວາມສົນໃຈ ໄປໃສ່ ການສ້າງ ເຂື່ອນ ຫລາຍກວ່າ ດັ່ງ ວຽດນາມ ກໍສ້າງ 4-5 ເຂື່ອນ ແລ້ວ ໃນແຂວງ ພາກໃຕ້ ຂອງລາວ; ເຊັ່ນ ແຂວງ ເຊກອງ ແລະ ອັດຕະປື ແລະ ມີແຜນ ຈະສ້າງ ອີກຫລາຍ ເຂື່ອນ ທີ່ ຮວມດ້ວຍ ເຂຶ່ອນ ນ້ຳຂອງ ທີ່ ແຂວງ ຫລວງພຣະບາງ.
ຈີນ ສ້າງ 6 ເຂື່ອນ ແລ້ວ ໃນເຂດ ພາກເຫນືອ ຂອງລາວ; ດັ່ງ ທີ່ນ້ຳອູ່ ແລະ ນ້ຳຄານ ທີ່ ແຂວງ ຫລວງ ພຣະບາງ ແລະ ກໍໄດ້ ສຳປະທານ ສ້າງອີກ 13 ເຂື່ອນ ຂນາດໃຫຍ່ ໃນລາວ ໃນ ອະນາຄົດ ອາດຈະແມ່ນ ເຂື່ອນ ນ້ຳຂອງ ນຳອີກ. ສຳລັບ ປະເທດໄທ ແລ້ວ ທີ່ ເປັນຜູ້ ສ້າງ ເຂຶ່ອນ ໃນລາວ ມາແຕ່ຕົ້ນ ດັ່ງ ບໍຣິສັດ ຊໍ ການຊ່າງ ທີ່ ເປັນຜູ້ ຮັບເໝົາ ໃນໂຄງການ ເຂື່ອນ ຕ່າງໆ ຄາດວ່າ ໃນ ປັດຈຸບັນ ໄທ ສ້າງ ແລະ ເປັນເຈົ້າຂອງ ຫລາຍ ເຂື່ອນ ແລ້ວ ໃນລາວ ຍ້ອນໄທ ເປັນຜູ້ ຊື້ ໄຟຟ້າ ຣາຍໃຫຍ່ ຈາກ ເຂຶ່ອນ ໃນລາວ.
ການລົງທຶນ ໃນຂແນງ ອື່ນໆ ໃນລາວ ບໍ່ຄ່ອຍມີ ນັກ ລົງທຶນ ຕ່າງຊາດ ມາລົງທຶນ ຫລາຍ, ດັ່ງ ອຸດສາຫະກັມ ການຜລິດ ສິນຄ້າ ເພື່ອ ສົ່ງອອກ ການ ຕັດຫຍິບ ອາຫານ ແລະ ການກະເສດ ປະເພດ ຕ່າງໆ ຍ້ອນວ່າ ລາວ ບໍ່ມີຕລາດ ແລະ ຂາດສີມື ແຮງງານ.
ປັດຈຸບັນ ສປປລາວ ອາສັຍ ຣາຍໄດ້ຈາກ ການຂາຍ ໄຟຟ້າ ແຕ່ກໍຍັງ ເປັນ ກຳມະສິດ ຂອງ ນັກລົງທຶນ ຕ່າງຊາດ ສ່ວນຫລາຍ ຈົນກວ່າ ຮອດ 30-40 ປີ ຕາມສັນຍາ ເຂື່ອນ ດັ່ງກ່າວ ຈຶ່ງ ຈະຕົກເປັນ ຂອງ ລາວ. ການຂຸດ ແຮ່ທາດ ໃຫມ່ ກໍບໍ່ມີ ຫລາຍ ໂຄງການ ແຮ່ທາດໃຫຍ່ໆ ດັ່ງ ບໍ່ຄຳ ເຊໂປນ ພູເບັ້ຽ ພູຄຳ ແລະ ບ້ານ ຫ້ວຍຊາຍ ຣັຖບານ ລາວ ກໍເອົາເງິນ ຄ່າຊົດຊີຍ ມາໃຊ້ ເກືອບ ຫມົດແລ້ວ. ອາສັຍ ການ ທ່ອງທ່ຽວ ສປປລາວ ກໍບໍ່ ພັທນາ ແຫລ່ງ ທ່ອງທ່ຽວ ໃຫ້ໄດ້ ມາຕຖານ ແລະ ໃຫ້ ຫລາຍຂຶ້ນ ອາສັຍແຕ່ ບ່ອນເກົ່າ ຄື ຫລວງ ພຣະບາງ ເມືອງ ມໍຣະດົກ ໂລກ ທົ່ງ ໄຫຫີນ ວັດພູ ຈຳປາສັກ ນັກ ທ່ອງທ່ຽວ ກໍເບື່ອ ແລະ ບໍ່ ກັບຄືນມາ ອີກໃຫມ່.
ຣາຍໄດ້ ຈາກການ ສົ່ງໄມ້ອອກ ໄມ້ທ່ອນ ແລະ ການເກັບ ພາສີ ປະເພດ ຕ່າງໆ ກໍມີການ ຮົ່ວໄຫລ ນັກລົງທຶນ ຕ່າງຊາດ ທີ່ ມາລົງທຶນ ໃນລາວ ນັ້ນ ສ່ວນໃຫຍ່ ແມ່ນ ເພື່ອຫວັງ ຜົລປໂຍດ ເຂົາເອງ ບໍ່ແມ່ນ ເພື່ອຫວັງ ໃຫ້ ລາວ ຈະເຣີນ ແມ່ນມາ ໃຊ້ ຊັພຍາກອນ ທັມມະຊາດ ຂອງລາວ ຫລາຍກວ່າ ເມື່ອໃດ ຫາກ ຊັພຍາກອນ ທັມມະຊາດ ຂອງລາວ ຫມົດໄປ ນັກລົງທຶນ ຕ່າງຊາດ ຈະບໍ່ກັບ ຄືນມາ ລົງທຶນ ໃນລາວ ອີກ.
ດັ່ງນັ້ນ ຣັຖບານ ລາວ ຈື່ງຖືວ່າ ການສ້າງ ເຂື່ອນ ເປັນ ການພັທນາ ທີ່ ຍັ້ງຍືນ ໃນ ການສ້າງ ຣາຍໄດ້ ໃຫ້ແກ່ ສປປລາວ ໃນ ອະນາຄົດ ຍ້ອນວ່າ ຫລັງຈາກ ສີ້ນສຸດ ອາຍຸ ຂອງການ ເປັນ ເຈົ້າຂອງ ຂອງ ນັກລົງທຶນ ຕ່າງຊາດ ແລ້ວ ເຂື່ອນ ດັ່ງກ່າວ ກໍຈະຕົກ ເປັນ ກຳມະສິດ ຂອງ ຣັຖບານລາວ ແຕ່ເມື່ອ ຮອດເວລາ ນັ້ນ ບໍ່ຮູ້ວ່າ ຄຸນນະພາບ ຂອງ ເຂື່ອນ ຈະ ເປັນຢ່າງໃດ ຍັງ ຈະສາມາດ ໃຊ້ ປັ່ນໄຟຟ້າ ໄປຂາຍ ໄດ້ຫລືບໍ ຫລື ບັນດາ ປະເທດ ທີ່ ຊື້ໄຟຟ້າ ຈາກ ລາວ ຈະເຫັນ ຊ່ອງທາງ ແນວໃຫມ່ ກ່ຽວກັບ ພລັງງານ, ຕົວຢ່າງ ໂຄງການ ໄຟຟ້າ ນິວເຄລັຽ ທີ່ ວຽດນາມ ແລະ ໄທ ກຳລັງ ສຶກສາ ຄວາມ ເປັນໄປໄດ້ ຢູ່ ໃນ ເວລານີ້.
ເຫດຜົລ ອັນສຸດທ້າຍ ທີ່ ສປປລາວ ສາມາດ ສ້າງ ເຂຶ່ອນ ດອນສະໂຮງ ແລະ ຈະເດີນຫນ້າ ໃນການສ້າງ ໄດ້ນັ້ນ ກໍຍ້ອນວ່າ ຕາມກົດ ຣະບຽບ ຂອງ ສະມາຊິກ ຄນະ ກັມມະການ ແມ່ນ້ຳຂອງ ປີ 1995 ໄດ້ ຣະບຸໄວ້ ຢ່າງ ຊັດເຈນ ວ່າ ປະເທດ ສະມາຊິກ ສາມາດ ສະແດງ ຄວາມ ເປັນຫ່ວງ ແລະ ໃຫ້ ຄວາມຄິດ ຄວາມເຫັນ ໄດ້ ແຕ່ບໍ່ມີ ສິດອອກ ສຽງ ຄັດຄ້ານ ຫລື VETO ໂຄງການ ສ້າງ ເຂື່ອນ ໃນ ແມ່ນ້ຳ ສາຍຫລັກ ຂອງ ປະເທດໃດ ປະເທດນຶ່ງ. ສະແດງ ວ່າ ສັນຍາ ດັ່ງກ່າວ ເປັນພຽງແຕ່ ການທູດ ເທົ່ານັ້ນ ເພື່ອໃຫ້ ປະເທດ ສະມາຊິກ ໄດ້ອອກ ຄວາມເຫັນຊື່ໆ ແຕ່ ບໍ່ສາມາດ ຄັດຄ້ານ. ດັ່ງນັ້ນ ຈື່ງເຮັດໃຫ້ ສປປລາວ ມີສີດ ເຕັມຕົວ ທີ່ຈະສ້າງ ເຂື່ອນ ດອນສະໂຮງ ເພາະ ສ້າງ ຢູ່ໃນເຂດ ແດນ ອະທິ ປະຕັຍ ຂອງລາວ.
ຂ່າວຫລ້າສຸດ ຈາກ ຫນັງສືພີມ Asia news ຣາຍງານ ຈາກ ນະຄອນໂຮ່ຈີມີນ ວຽດນາມ ໃນ ມື້ນີ້ວ່າ ທາງການ ລາວ ໄດ້ປະກາດ ຢ່າງ ເປັນທາງການ ໃນການ ສ້າງ ເຂຶ່ອນ ດອນສະໂຮງ ດ້ວຍການ ຊ່ອຍເຫລືອ ທາງດ້ານ ເທັກນິກ ຂອງຈີນ ແຕ່ຍັງ ບໍ່ມີການ ຢືນຢັນ ຈາກ ແຫລ່ງຂ່າວ ອື່ນເທື່ອ.