ລາວ ຈະປັບປຸງ ດໍາຣັດ ເຂດເສຖກິດ ພິເສດ
2018.01.25

ກະຊວງແຜນການ ແລະການລົງທຶນຂອງ ສປປລາວ ຈະປັບປຸງດໍາຣັຖວ່າດ້ວຍເຂດເສຖກິດພິເສດ ເພື່ອຄຸ້ມຄອງ ແລະສົ່ງເສີມເຂດດັ່ງກ່າວ ໃຫ້ມີລັກສນະລວມສູນ ເປັນໄປໃນທິດທາງດຽວກັນ ໃນການຈັດຕັ້ງປະຕິບັດ ແຜນຍຸທສາດການພັທນາ ຍ້ອນວ່າ ດໍາຣັຖສະບັບເກົ່າມີບາງ ເຂດເສຖກິດພິເສດ ໄດ້ນໍາໃຊ້ ຣະບຽບກົດໝາຍສະເພາະ ເຮັດໃຫ້ການຄຸ້ມຄອງ ແລະການພັທນາຫຍຸ້ງຍາກ, ດັ່ງເຈົ້າໜ້າທີ່ກົມແຜນການ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ມົກກະຣາ ນີ້ວ່າ:
"ໂດຍລວມສິເປັນເຣຶ່ອງປ່ຽນ ເຂດເສຖກິດສະເພາະ ມາປັບເປັນເຂດເສຖກິດຕ່າງໆ ໃຫ້ມັນເອີ້ນເປັນເຂດຕາມຊຶ່ແຂວງເລີຍ ມັນຈຶ່ງຮູ້ທີ່ຕັ້ງ ແລະພິດງ່າຍປະມານນີ້ ແບບເຂດເສຖກິດພິເສດ ສວັນ-ເຊໂນແຫລະ ເຂດດຽວແຕ່ວ່າມີຫລາຍໂຊນ A B C D ມີປັບໃຫ້ມັນກົມກືນກັນ ຊື່ໆ, ການລົງທຶນກໍມີການອະທິບາຍ ຂັ້ນຕອນໃໝ່ຫັ້ນແຫລະ ກໍໄປຜ່ານຄະນະສົ່ງເສີມ ການລົງທຶນຂັ້ນສູນກາງ ມັນກໍບໍ່ແຕກຫຼາຍ ເພາະ ມັນຫ່າງບົນພື້ນຖານຕົວເກົ່າ ອາຍຸສໍາປະທານເບາະ 50 ປີ."
ດໍາຣັຖວ່າດ້ວຍເຂດເສຖກິດພິເສດ ສະບັບປັບປຸງໃໝ່ນີ້ ຈະປ່ຽນແປງໃນເຣຶ່ອງການແບ່ງຂອບເຂດທີ່ດິນ ໃນເຂດເສຖກິດພິເສດ ໂດຍອີງໃສ່ ເຂດເສຖກິດພິເສດ ສວັນ-ເຊໂນ ເປັນແບບຢ່າງ ເຊັ່ນວ່າ ໂຊນ A ເປັນສູນກາງການຄ້າ 300 ເຮັກຕາ, ໂຊນ B ເປັນເຂດຈັດສົ່ງ ແລະ ກະຈາຍສິນຄ້າ 20 ເຮັກຕາ, ໂຊນ C ເປັນເຂດອຸດສາຫະກັມແລະການຄ້າ 211 ເຮັກຕາ ແລະໂຊນ D ເປັນເຂດຈັດສັນ 120 ເຮັກຕາ. ແລະຮ່າງດໍາຣັຖນີ້ ປັດຈຸບັນ ຢູ່ໃນຣະຫວ່າງການຍື່ນ ໃຫ້ຣັຖບາລພິຈາຣະນາ ຊຶ່ງຄາດວ່າຈະປະກາດໃຊ້ ໃນເດືອນ ມິນາ 2018 ນີ້.
ດໍາຣັຖສະບັບໃໝ່ທີ່ວ່ານີ້ ຍັງຈະປັບປຸງໜ່ວຍງານ ທີ່ຈະຮັບຜິດຊອບ ເຂດເສຖກິດພິເສດນີ້ນໍາດ້ວຍ ໂດຍຈະໃຫ້ ຫ້ອງການສົ່ງເສີມ ເຂດເສຖກິດພິເສດ ກະຊວງແຜນການ ແລະການລົງທຶນ ເປັນຜູ້ດູແລກວດກາ ແລະຕິດຕາມເຂດເສຖກິດ ທີ່ວ່ານີ້ທຸກແຫ່ງ ຊຶ່ງແຕ່ກ່ອນ ຜູ້ຮັບຜິດຊອບແມ່ນ “ຄະນະກັມການຄຸ້ມຄອງ ເຂດເສຖກິດພິເສດ ແຫ່ງຊາດລາວ” ທີ່ຂຶ້ນກັບຣັຖບາລໂດຍກົງ.
ສໍາຣັບຣະຍະເວລາສໍາປະທານທີ່ດິນ ຂອງນັກລົງທຶນຕ່າງປະເທສ ໃນເຂດເສຖກິດພິເສດນີ້ ແມ່ນອີງໃສ່ກົດໝາຍ ວ່າດ້ວຍການສົ່ງເສີມ ການລົງທຶນ ຄື 50 ປີ.