ໄມ້ຢູ່ລາວບໍ່ເຄີຍຢຸດ ສົ່ງອອກ
2017.10.10
ຄຳສັ່ງຂອງ ນາຍົກຣັຖມົນຕຼີ ເລກທີ 15 ວ່າດ້ວຍການ ເພີ້ມທະວີຄ ວາມເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້, ການ ເຄື່ອນຍ້າຍໄມ້ ແລະ ທຸຣະກິດໄມ້ ໄດ້ອອກມານັບແຕ່ ເດືອນ ພຶສພາ 2016 ທີ່ຜ່ານມາ, ແຕ່ປັດຈຸບັນ ກໍຍັງມີ ການລັກລອບ ສົ່ງໄມ້ອອກ ໄປຕ່າງປະເທດຢູ່.
ເຈົ້າໜ້າທີ່ອົງການຈັດຕັ້ງ ທາງສັງຄົມ ຜູ້ທີ່ເຮັດວຽກທັທນາຊົມຊຸມ ໃຫ້ຄໍາເຫັນວ່າ ປັດຈຸບັນນີ້ ການລັກລອບ ສົ່ງໄມ້ອອກໄປ ຕ່າງປະເທດ ງຽບຢູ່ ແຕ່ກໍບໍ່ໄດ້ ໝາຍຄວາມວ່າ ມັນຈະໝົດໄປ ຍ້ອນວ່າ ຜູ້ລັກລອບ ຄ້າໄມ້ຜິດກົດໝາຍ ຍັງເອົາໄມ້ ໄປເຊື່ອງໄວ້ ແລະລໍຖ້າລັກລອບ ສົ່ງອອກ.
ນອກຈາກນີ້ ເຈົ້າໜ້າທີ່ກວດກາຣັຖບານ ທ່ານນຶ່ງ ທີ່ເຮັດວຽກຢູ່ ແຂວງພາກໃຕ້ຂອງລາວ ກໍໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 9 ຕຸລາ ວ່າ:
"ປັດຈຸບັນນີ້ ພວກລັກລອບຄ້າໄມ້ ຈະຂົນໄມ້ໃສ່ ຣົດບັນທຸກ ອອກດ່ານເທື່ອລະ ຄັນ-ສອງຄັນ, ແຕ່ພວກເຂົາ ຈະບໍ່ຂົນໄປເປັນ ຂະບວນ ໃຫຍ່ ຍ້ອນວ່າ ຈະຖືກເຈົ້າໜ້າທີ່ ກວດ-ຢຶດໄດ້ງ່າຍ. ກໍຣະນີນຶ່ງ ທີ່ເກີດຂຶ້ນ ເຈົ້າໜ້າທີ່ ພາສີຂອງໄທ ຍຶດໄມ້ເຖືອນທີ່ໄປ ຈາກປະເທດ ລາວ 20 ຕູ້ຄອນເທນເນີ ຢູ່ທ່າເຮືອ ແຫລມສະບັງ ເພື່ອກຽມສົ່ງໄປ ຮົງກົງ ໃນວັນທີ 24 ສິງຫາ ຊຶ່ງໄມ້ດັ່ງກ່າວ ມີມູນຄ່າ ປະມານ 1 ລ້ານໂດລາ ແຕ່ຖ້າສົ່ງໄປຮອດ ຮົງກົງ ມູນຄ່າຂອງໄມ້ຈະເປັນ 3 ລ້ານໂດລາ"
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ພາສີ ທ່ານນຶ່ງ, ໄມ້ຈຳນວນໄມ້ 20 ຕູ້ຄອນເທນເນີ ນັ້ນແມ່ນສົ່ງຜ່ານໄປຈາກດ່ານຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ. ເຈົ້າໜ້າທີ່ພາສີ ທ່ານນີ້ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 9 ຕຸລາ ຜ່ານມາ ວ່າ:
"ເຈົ້າໜ້າທີ່ ຢູ່ດ້ານພາສີຂົວ ມິດຕະພາບ ໄດ້ມີການກວດກາ ແລ້ວວ່າໄມ້ ຈຳນວນທີ່ສົ່ງໄປ ແມ່ນຖືກຕ້ອງທຸກຢ່າງ, ແຕ່ວ່າມີການເອົາໄມ້ ຂຶ້ນຣົດຫລັງຈາກ ຣົດຜ່ານດ່ານຂົວ ມິຕພາບ ຫວິດໄປຈາກ ປະເທດລາວໄປແລ້ວ. ສະເພາະຢູ່ ປະເທດລາວ ເຈົ້າໜ້າທີ່ ສະເພາະກິຈ ກໍໄດ້ຈັບ ແລະ ຢຶດໄມ້ໄດ້ ເປັນປະຈຳ".
ໃນຕົ້ນເດືອນກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ຕຳຣວດ ດ່ານບ້ານມອມ ເມືອງສິງ ແຂວງຫລວງນ້ຳທາ ໄດ້ຢຶດໄມ້ ເກືອບ 4 ພັນແມັດກ້ອນ ແລະ ຈັບຜູ້ຕ້ອງສົງໃສໄດ້ 6 ຄົນ ທີ່ ເປັນຄົນລາວ 4 ຄົນ ແລະ ຄົນຈີນ 2 ຄົນ ໃນຂະນະທີ່ ກຳລັງ ລັກລອບຂົນໄມ້.
ນອກຈາກນີ້ ໃນເດືອນ ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ ດ່ານບໍ່ເຕັນ ໄດ້ຈັບຢຶດຣົດໄມ້ 8 ຄັນ, ແຕ່ບໍ່ມີການເປີດເຜີຍ ຈຳນວນໄມ້. ແລະໃນ ອີກກໍຣະນີ ນຶ່ງໃນເດືອນ ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ ອົງການກວດກາ ຣັຖບານ ກໍສາມາດຍຶດຣົດໄມ້ ທີ່ຜິດກົດໝາຍໄດ້ 27 ຄັນ ຢູ່ດ່ານ ພູເກືອ ເມືອງພູວົງ ແຂວງອັດຕະປື, ຈົນມາເຖິງປັດຈຸບັນ ກໍຍັງບໍ່ສາມາດ ສລຸບຈຳນວນໄມ້ ທີ່ຢຶດໄດ້.
ປັດຈຸບັນ ຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ກຽມການປະມູນຂາຍໄມ້ ປະມານ 600 ແມັດກ້ອນ ຈາກຣົດ 13 ຄັນ ໃນ ຈຳນວນຣົດ 27 ຄັນ ທີ່ຍຶດໄດ້ ຊຶ່ງຈະໄດ້ ເປີດຊອງປະມູນ ໃນມື້ວັນທີ 10 ຕຸລາ 2017, ສ່ວນໄມ້ທີ່ເຫຼືອ ຈະໄດ້ນຳ ອອກມາປະມູນ ຄັ້ງ ຕໍ່ໄປ.
ໃນກອງປະຊຸມສະໄໝສາມັນ ຂອງຣັຖບານ ກໍຍັງມີການຍົກເອົາ ການປະຕິບັດ ຄຳສັ່ງເລກທີ 15 ຂຶ້ນມາເວົ້າກັນ. ອັນນັ້ນ ກໍເປັນຕົວຊີ້ວັດ ທີ່ສະແດງ ໃຫ້ເຫັນວ່າ ເຖິງວ່າ ບັນຫາການລັກລອບ ສົ່ງອອກໄມ້ຈະມິດງຽບໄປ ແຕ່ກໍຍັງ ບໍ່ໝົດໄປ ຢ່າງແນ່ນອນ.