ຄວາມສາມາດຂອງສປປລາວ ໃນກຸ່ມ ອາຊຽນ

ສປປ ລາວ ມີຄວາມສາມາດ ຕໍ່າ ທີ່ສຸດ ໃນການ ແຂ່ງຂັນ ດ້ານເສຖກິດ ໃນກຸ່ມ ອາຊຽນ.

ນັກສຶກສາ ວິທຍາໄລ ລາວ-ອະເມຣິກັນ ຄືສ່ວນນຶ່ງ ທີ່ຈະເຮັດໃຫ້ ຊັພຍາກອນມະນຸສ ໃນປະເທດລາວ ມີຄຸນນະພາບ ໃນກຸ່ມອາຊຽນ Citizen journalist/fb

 

ສປປ ລາວ ມີຄວາມສາມາດ ຕໍ່າ ທີ່ສຸດ ໃນການ ແຂ່ງຂັນ ດ້ານເສຖກິດ ໃນກຸ່ມ ອາຊຽນ.

ກອງປະຊຸມ ເສຖກິດໂລກ ອອກຣາຍງານ ກ່ຽວກັບການແຂ່ງຂັນ ດ້ານເສຖກິດ ຂອງຫລາຍປະເທດໃນໂລກ ສະເພາະກ່ຽວກັບ ສປປລາວ ກອງປະຊຸມຣາຍງານວ່າ ລາວເປັນປະເທດທີ່ມີຄວາມສາມາດໃນການແຂ່ງຂັນທາງດ້ານເສຖກິດ ຕໍ່າທີ່ສຸດອັນດັບສອງໃນອາຊຽນ. ປະເທດ ທີ່ມີຄວາມສາມາດ ແຂ່ງຂັນ ຕໍ່າກວ່າສປປລາວ ແມ່ນພະມ້າ.

ບົດຣາຍງານນັ້ນ ແຈ້ງອີກວ່າ ສປປລາວ ແລະພະມ້າ ຖືກສຶກສາສຳຫຣວດ ໃນຄວາມສາມາດ ໃນການແຂ່ງຂັນ ເປັນຄັ້ງທຳອິດ ຂອງປີນີ້. ກອງປະຊຸມເສຖກິດໂລກຣາຍນງານອີກວ່າ ລາວແລະພະມ້າ ຖືກຈັດໃຫ້ເປັນປະເທດທີ່ມີຄວາມສາມາດໃນການແຂ່ງຂັນຕໍ່າທີ່ສຸດ ກໍເພາະວ່າ ສອງປະເທດນີ້ ມີຣະບົບເສຖກິດ-ການເມືອງ ທີ່ຍັງບໍ່ທຸຸ່ນທ່ຽງ ນະໂຍບາຍເສຖກິດ ບໍ່ແນ່ນອນ ປ່ຽນແປງເລື້ອຍໆ ມີການໃຊ້ສິດ ໃຊ້ອຳນາດ ເກີນຂອບເຂດ ແລະ ມີອາດຍາສິດ ຫລາຍເກີນໄປ ຕົວຢ່າງການຂໍອະນຸຍາດເຮັດທຸຣະກິດກໍຕ້ອງຜ່ານ ຫລາຍເຈົ້າຫລາຍນາຍ ແລະ ຫລາຍ ຂັ້ນຕອນ. ຮ້າຍໄປກວ່ານັ້ນ ລາວແລະພະມ້າ ຍັງມີ ການສໍ້ຣາສບັງຫລວງ ບໍ່ມີຄວາມປອດໄພ ການຄົມມະນາຄົມ ແລະຂົນສົ່ງຍັງບໍ່ສະດວກ ແລະຊັພຍາກອນມະນຸດ ກໍຍັງຂາດຄຸນນະພາບ. ສຳລັບປະເທດອື່ນໆໃນອາຊຽນຄື: ສິງກະໂປ ເປັນປະເທດທີ່ມີຄວາມສາມາດ ໃນການແຂ່ງ ຂັນດ້ານເສຖກິດ ສູງທີ່ສຸດໃນອາຊຽນ; ທີ່ສອງໄດ້ແກ່ ມາເລເຊັຍ ແລະ ທີ່ສາມ ແມ່ນປະເທດໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org