ຄຣູ ຂໍໃຫ້ໄດ້ເງິນເດືອນ ບໍ່ຂາດ

ອະວາຣີ
2016.01.22
F-Teacher ຄູຣສອນໜັງສື ໃຫ້ນັກຮຽນ ຢູ່ ສປປລາວ
Courtesy of room to read.org

ບັນດາ ຄຣູແລະອາຈານ ຢູ່ ສປປລາວ ບໍ່ຄາດຫວັງ ຫຍັງຫຼາຍ ຈາກ ກອງປະຊຸມໃຫຽ່ ຂອງພັກ ປະຊາຊົນ ປະຕິວັດ ລາວ ທີ່ຫາກໍ ວາງແຜນພັທນາ ເສຖກິດ-ສັງຄົມ ສະບັບໃໝ່. ດັ່ງຄຣູສອນ ຊັ້ນ ມັທຍົມ ທີ່ ແຂວງວຽງຈັນ ທ່ານໜຶ່ງ ໄດ້ໃຫ້ທັສນະ ຕໍ່ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 20 ມົກກະຣາ ນີ້ວ່າ:

“ຄວາມຄາດຫວັງ ຂອງຄຣູ ປະຈຸບັນນີ້ ຫັ້ນນ່າ ຢາກໃຫ້ຄຣູຫັ້ນ ຢາກໃຫ້ເຂົາໄດ້ ເງິນເດືອນ ເປັນປົກກະຕິ ທຸກໆເດືອນ ຫັ້ນລະ ເພື່ອມາລ້ຽງຊີບ ລ້ຽງຄອບຄົວ ເຂົາຫັ້ນ ຂໍແຕ່ ຊໍ່ຳນີ້ແຫຼະ ບໍ່ຂໍ ຫຼາຍດອກ. ບໍ່ໄດ້ ຄາດຫວັງວ່າ ຕ້ອງ ຂຶ້ນເງິນ ເດືອນ ສວັດດີການ ຕ້ອງ ດີກວ່າເກົ່າ ທຸກສິ່ງ ທຸກຢ່າງໃຫ້ ມັນດີ ສົມບູນຂຶ້ນ ບໍ່ຢາກໄປ ຄາດຫວັງ ໂຕນັ້ນ ຫຼາຍ.”

ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ສປປລາວ ໄດ້ເຜີຍແຜ່ ແຜນການ ພັທນາ ເສຖກິຈ-ສັງຄົມ ຄັ້ງທີ 8 ຂອງພັກ ແຕ່ປີ 2016 ຫາປີ 2020 ຢ່າງຍືດຍາວ ຕໍ່ກອງ ປະຊຸມໃຫ່ຽ ຂອງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ 10 ວັນທີ 18 ມົກກະຣາ ນີ້ວ່າ:

“ທຸກຄົນຕ້ອງ ເຂົ້າເຖິງ ການສຶກສາ ຢ່າງທົ່ວເຖິງ ແລະ ມີຄຸນນະພາບ. ສືບຕໍ່ພັທນາ ຣະບົບ ການສຶກສາ ໃຫ້ເຂັ້ມແຂງ ຂຶ້ນກວ່າເກົ່າ ເຊິ່ງເຣີ້ມແຕ່ ເດັກນ້ອຍ ອະນຸບານ ຈົນເຖິງ ອາຊີວະສຶກສາ ແລະ ມະຫາ ວິທຍາລັຍ. ປັບປຸງ ແລະ ຂຍາຍ ພື້ນຖານ ໂຄ່ງລ່າງ ທາງດ້ານ ການສຶກສາ ໃຫ້ ທົ່ວເຖິງ. ຂຍາຍໂອກາດ ດ້ານການສຶກສາ ໃຫ້ແກ່ເດັກ, ວັຍໜຸ່ມ ຍິງ-ຊາຍ ແລະ ປະຊາຊົນ ຢູ່ເຂດ ຊົນນະບົດ ຫ່າງໄກ ສອກຫຼີກ”.

ແຕ່ ປະກົດວ່າ ແຜນພັທນາ ການສຶກສາ ນັ້ນບໍ່ໄດ້ ກ່າວເຖິງການ ຍົກຣະດັບ ຄຸນນະພາບ ຊີວິດ ຂອງ ຄຣູ-ອາຈານ ແຕ່ຢ່າງໃດ. ບັນຫາ ການເບີກຈ່າຍ ເງິນເດືອນ ຊັກຊ້າ ໃຫ້ແກ່ ຄຣູ-ອາຈານ ທົ່ວປະເທດ ຍັງເປັນ ບັນຫາໃຫຽ່ ທີ່ແກ້ບໍຕົກ ບໍ່ວ່າ ໃນຣັຖບານ ສປປລາວ ຊຸດ ໃດກໍຕາມ ຊຶ່ງໄດ້ ບັ່ນທອນ ກຳລັງໃຈ ຂອງ ຄຣູ-ອາຈານ ຕລອດມາ ແລະ ເຮັດໃຫ້ ຄຸນນະພາບ ຂອງການສຶກສາ ໃນ ສປປລາວ ຕົກຕ່ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.