ຣັຖບາລສັ່ງໂຈະຫຼາຍໂຄງການ ກໍ່ສ້າງ

ຣັຖບາລລາວ ສັ່ງໂຈະ ໂຄງການ ກໍ່ສ້າງຫລາຍ ໂຄງການ ໃນປີນີ້ ຍ້ອນ ບັນຫາ ການເງິນ.

ຣັຖບາລຈໍາເປັນສັ່ງໂຈະ ຫຼາຍໂຄງການ ກໍ່ສ້າງ Laosgpsmap

 

ຣັຖບາລລາວໄດ້ສັ່ງໃຫ້ໂຈະໂຄງການກໍ່ສ້າງຕ່າງໆຫລາຍໂຄງການໃນສົກງົບປະມານ ປີ 2013-2014 ນີ້ ພາຍຫລັງທີ່ປີ 2013 ເກັບຣາຍຮັບ ບໍ່ໄດ້ດີຕາມຄາດໝາຍຈົນເຮັດໃຫ້ຣັຖບາລຂາດແຄນ ງົບປະມານ. ຕາມ ການເປີດເຜີຍຂອງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ:

"ມັນກໍມີຫລາຍກໍຣະນີ ຂັ້ນເທິງເພີ່ນຊີ້ນໍາມາໃຫ້ຣະບຸຕາມເພີ່ນຊະເນາະ ສ່ວນຫລາຍເປັນໂຄງການໃໝ່ ກໍຄືໃຫ້ຢຸດກ່ອນ".

ທ່ານເວົ້າຕື່ມອີກວ່າ ໂຄງການທີ່ຖືກສັ່ງໃຫ້ໂຈະ ມີໂຄງການກໍ່ສ້າງສໍານັກງານ ອົງການໃໝ່ຢູ່ສູນກາງ 4 ໂຄງການ ມູນຄ່າ 15 ຕື້ກີບ ໂຄງການສເນີໃໝ່ ຂອງກະຊວງແລະອົງການຕ່າງໆ 68 ໂຄງການ ມູນຄ່າ 1000 ກວ່າຕື້ກີບ ແລະ ໂຄງການຂອງນະຄອນຫລວງວຽງຈັນ ແລະແຂວງອື່ນໆທົ່ວປະເທສ  ທີ່ມີມູນຄ່າຫລາຍກວ່າ 100 ຕື້ຂຶ້ນໄປ 12 ໂຄງການ.

ສົກງົບປະມານປີ 2012-2013 ຣັຖບາລລາວເກັບຣາຍຮັບໄດ້ພຽງ 15,600 ຕື້ກີບ ຄືປະຕິບັດໄດ້ພຽງ 80% ຂອງແຜນການ ຊຶ່ງເປົ້າໝາຍວາງໄວ້ວ່າ ຈະເກັບໃຫ້ໄດ້ 19,500 ຕື້ກີບ. ດັ່ງນັ້ນຈຶ່ງເຮັດໃຫ້ຣັຖບາລ ປະສົບ ກັບບັນຫາການເງິນຢ່າງໜັກໜ່ວງ. ບໍ່ມີເງິນເບີກຈ່າຍເງິນເດືອນໃຫ້ພນັກງານ ຣັຖກອນພຽງພໍ, ເບີກຈ່າຍລ່າຊ້າ.

ສໍາລັບຣາຍລະອຽດກ່ຽວກັບໂຄງການກໍ່ສ້າງຕ່າງໆ ທີ່ຖືກສັ່ງໃຫ້ໂຈະ ແລະຈະກັບມາດໍາເນີນຕໍ່ໄປນັ້ນ ເຈົ້າໜ້າທີ່ທ່ານນີ້ ບໍ່ສາມາດຮູ້ໄດ້ ແຕ່ຄາດວ່າ ຈະເລີ່ມປະຕິບັດໂຄງການໄດ້ ໃນເມື່ອທາງຣັຖບາລ ແກ້ໄຂບັນຫາ ການເງິນໄດ້ ຊຶ່ງບໍ່ຮູ້ວ່າຈະແກ້ໄຂໄດ້ເມື່ອໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org