ລາວ-ເບລາຣຸສ ຮ່ວມມືເສຖກິຈ


2013.07.02
Alexander Lukashenko ທ່ານ ອາເລັກເຊນເດີ ລຸກາເຊນໂກ (Alexander Lukashenko) ປະທານາທິບໍດີ ປະເທສ ເບລາຣຸສ
Wikipedia

 

ສປປ ລາວ ສນັບສນູນ ເຈຕນາຣົມ ຂອງ ເບລາຣຸສ ທີ່ ຢາກເຂົ້າ ຮ່ວມ ອົງການ ການຄ້າ ໂລກ, ທັງສອງ ປະເທສ ມີ ຖແລງການ ຮ່ວມກັນ ຣະຫວ່າງ ປະທານາທິບໍດີ ຂອງ ເບລາຣຸສ ແລະ ປະທານ ປະເທສ ສປປລາວ ທີ່ໄດ້ ລົງນາມ ຮ່ວມກັນ ພາຍຫລັງ ການປຶກສາ ຫາລືກັນ ຢູ່ ນະຄອນຫລວງ ມິນສກ໌ (Minsk) ໃນວັນ ທີ 1 ກໍຣະກະດາ 2013 ນີ້. ຕາມຣາຍງານ ຂອງ ອົງການ ຂ່າວ ແບວຕ້າ (BelTA) ຂອງ ເບລາຣຸສ. ໃນຖແລງການຮ່ວມ ເວົ້າວ່າ: "ສອງຝ່າຍ ຢືນຢັນ ເຖິງການ ຮັບຮູ້ ຮ່ວມກັນ ກ່ຽວກັບ ຖານະ ການຕລາດ ເສຖກິດ ຂອງ ປະເທສ ເບລາຣຸສ ແລະ ລາວ. ລາວ ສນັບສນູນ ຄວາມຕັ້ງໃຈ ຂອງ ເບລາຣຸສ ທີ່ ຢາກເຂົ້າເປັນ ສະມາຊິກ ອົງການ ການຄ້າ ໂລກ “.

ຜູ້ນໍາ ທັງສອງ ປະເທສ ໄດ້ເນັ້ນເຖິງ ສັກກະຍະພາບ ສູງ ໃນການ ຮ່ວມມືກັນ ທາງ ເສຖກິດ ແລະ ຮັບຮູ້ ເຖິງຄວາມ ຕ້ອງການ ທີ່ ຈະພັທນາ ການຕິດຕໍ່ ພົວພັນ ຣະຫວ່າງ ໜ່ວຍງານ ເສຖກິດ ໂດຍມີ ວັດຖຸປະສົງ ເພີ່ມ ຄຸນນະພາບ ທາງດ້ານ ການຄ້າ ແລະ ການພົວພັນ ທາງ ດ້ານເສຖກິດ ຣະຫວ່າງ ເບລາຣຸສ ແລະ ລາວ ໃຫ້ຢູ່ໃນ ຣະດັບ ໃໝ່.

ພ້ອມກັນນັ້ນ ຜູ້ນໍາ ທັງສອງ ປະເທສ ຍັງໄດ້ ຢືນຢັນ ເຖິງຄວາມພ້ອມ ທີ່ຈະເພີ່ມ ການຄ້າ ຊຶ່ງກັນ ແລະກັນ, ຂຍາຍ ການຮ່ວມມື ທາງດ້ານ ວິສວະກັມ ກົນຈັກ, ການກະເສດ ແລະ ອຸດສາຫະກັມ ອາຫານ, ການຂຸດຄົ້ນ ບໍ່ແຮ່, ນໍ້າມັນ ເຄມີ ແລະ ອຸດສາຫະກັມ ການຢາ. ຜູ້ນໍາທັງສອງ ເຫັນພ້ອມນໍາ ກັນ ກ່ຽວກັບ ການມີ ສ່ວນຮ່ວມນໍາກັນ ຣະຫວ່າງ ບໍຣິສັດ ຕ່າງໆ ຂອງ ສອງ ປະເທສ ໃນໂຄງການ ຂອງຣັຖ.

ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ອາເລັກຊານເດີ ລຸກາເຊນໂກ (Alexander Lukashenko) ໄດ້ສັລເສີນ ການຈັດຕັ້ງ ຄະນະ ກັມມາທິການ ຮ່ວມ ຣະຫວ່າງ ຣັຖບາລ ເພື່ອການຮ່ວມມື ສອງຝ່າຍ ແລະ ຍັງ ສະແດງ ຄວາມເຊື່ອໝັ້ນ ວ່າ ຄະນະ ກັມມາທິການ ດັ່ງກ່າວ ຈະເປັນ ກົນໄກ ທີ່ມີ ປະສິດທິພາບ ໃນການ ສນັບສນູນ ໃຫ້ເກີດການ ຮ່ວມມື ຮອບດ້ານ ຣະຫວ່າງ ລາວ ແລະ ເບລາຣຸສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.