ຫຼັກການຂຸດຄົ້ນບໍ່ແຮ່ມີການ ຕິດຕາມ

ການ ສັມປະທານ ບໍ່ແຮ່ ໃນບາງ ແຂວງ ຢູ່ ສປປລ ຕ້ອງໄດ້ ຕິດຕາມ ຢ່າງ ໃກ້ຊິດ ຍ້ອນ ບໍ່ ປະຕິບັດ ຕາມ ຣະບຽບ ຫລັກການ.

ຫຼັກການຂຸດຄົ້ນບໍ່ແຮ່ ມີການ ຕິດຕາມ ຢ່າງໃກ້ຊິດ RFA

 

ກະຊວງ ພລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ ຄຸ້ມຄອງ ໂຄງການ ສັມປະທານ ຂຸດຄົ້ນ ບໍ່ແຮ່ ແລະ ການ ສ້າງຕັ້ງ ໂຮງງານ ໃຫ້ ຫລາຍຂຶ້ນ ໃນ ບາງແຂວງ ເຊັ່ນ ຂ.ຜົ້ງສາລີ ຂ.ຫົວພັນ ຂ.ຊຽງຂວາງ ແລະ ຂ.ຄຳມ່ວນ ທີ່ມີ ຫລາຍ ບັນຫາ ໃນຫລາຍປີ ຜ່ານມາ ໂດຍ ສະເພາະ ບັນຫາ ການ ຊົດເຊີຍ ໃຫ້ແກ່ ປະຊາຊົນ ທີ່ ຖືກ ຜົລກະທົບ ແລະຫຼາຍ ບໍຣິສັດ ບໍ່ຍອມຈ້າງ ຄົນງານ ທ້ອງຖີ່ນ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ພລັງງານ ແລະ ບໍ່ແຮ່ ໃນ ວັນທີ 18 ພຶສຈິກາ 2014:

"ໃນ ກໍຣະນີ ພິເສດ ກໍແມ່ນ ພວກເຮົາ ເວົ້າແຕ່ ກິຈການ ສັມປະທານ ບໍ່ແຮ່ ສັມປະທານ ດິນ ເຮັດ ໂຮງງານ ທີ່ ບໍ່ແມ່ນ ມາຜ່ານ ພວກເຮົາ ປະຕິບັດ ຕາມ ເລກທີ 13".

ທ່ານກ່າວ ຕໍ່ໄປວ່າ ການກວດກາ ຢ່າງ ເຂັ້ມງວດ ນັ້ນ ກໍເພື່ອ ປ້ອງກັນ ບັນຫາ ທີ່ ຈະຕາມມາ ທັງເຣື່ອງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ຕໍ່ ຊຸມຊົນ ໃນເຂດ ໃກ້ຄຽງ ແລະ ກໍຈະ ດຳເນີນ ໄປ ຈົນກວ່າວ່າ ບໍຣິສັດ ຫລື ໂຄງການ ສັມປະທານ ທັງໝົດ ຈະສາມາດ ປະຕິບັດ ຕາມ ມາຕຖານ ທີ່ ທາງການ ກຳນົດ ແລະ ຫລຸດຜ່ອນ ບັນຫາ ລົງໄດ້.

ປັຈຈຸບັນ ໃນ ປະເທດ ລາວ ມີ ບໍຣິສັດ ຂຸດຄົ້ນ ແລະ ສຳຣວດ ບໍ່ແຮ່ ທັງຂອງ ເອກກະຊົນ ແລະຕ່າງ ປະເທດ 226 ບໍຣິສັດ ກວມເອົາ ເນື້ອທີ່ ສັມປະທານ 58 ພັນ 569 ຕາຕະລາງ ກິໂລແມັຕ ຫລື ເທົ່າກັບ ຫຼາຍກວ່າ 24 ສ່ວນຮ້ອຍ ຂອງ ເນື້ອທີ່ ທັງໝົດ ທົ່ວ ປະເທດ. ໃນນັ້ນ 124 ບໍຣິສັດ ຢູ່ໃນ ຂັ້ນຕອນ ສຳຣວດ ແລະ 25 ບໍຣິສັດ ຢູ່ໃນ ຣະຫວ່າງ ກໍ່ສ້າງ ໂຮງງານ ແລະ 40 ບໍຣິສັດ ດຳເນີນການ ຂຸດຄົ້ນ ແລະ ປຸງແຕ່ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org