ຊັພສິນຂອງຣັຖທີ່ຖືກໂກງ ຈະຖືກ ທວງຄືນ

ຈຳປາທອງ
2016.12.11
f-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA/LX

ປັດຈຸບັນ ອົງການ ກວດສອບ ແຫ່ງຣັຖ ສປປລາວ ກຳລັງດຳເນີນ ການທວງເງິນ ຄືນຈາກ ເຈົ້າໜ້າທີ່ ທີ່ສໍ້ຣາສ ບັງຫລວງ ແລະ ຍັກຍອກ ເອົາເງິນຣັຖ ໄປເປັນຂອງ ສ່ວນຕົວ ຫລື ນໍາໄປໃຊ້ ໃນທາງທີ່ ບໍ່ຖືກຕ້ອງ ເຮັດໃຫ້ ງົບປະມານຂອງຣັຖ ສູນເສັຽ ຊຶ່ງຂນະນີ້ ຍັງບໍ່ສາມາດ ເປີດເຜີຍ ຣາຍຊື່ ຜູ້ທີ່ ກະທໍາຜິດ ໄດ້ເທື່ອ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຣະດັບສູງ ຜູ້ບໍ່ປະສົງ ອອກຊື່ ຕໍ່ວິທຍຸ ເອເຊັຽເສຣີ ເມື່ີ່ອວັນທີ 8 ທັນວາ ນີ້ວ່າ:

"ພວກອົງການ ກວດສອບ ເຂົາລົງກວດ ແຕ່ລະແຂວງ ໂຕໃດ ທີ່ມັນເສັຽຫາຍ ແນວໃດ ກະຖືກໃຜ ກະຕ້ອງໄດ້ ທົດແທນຄືນ ໃນກໍຣະນີ ວ່າເອົາໄປ ເປັນ ເງິນສ່ວນຕົວ ນະ ຕ້ອງໄດ້ໃຊ້ຄືນ ຜູ້ທີ່ ຖືກຄະດີຫັ້ນ ກະບໍ່ທັນຮູ້ ລະອຽດ ວ່າແມ່ນໃຜ ຫັ້ນນະ ແຕ່ວ່າ ສາເຫດມັນ ກະຮູ້ແລ້ວ".

ພ້ອມດຽວກັນນັ້ນ ທ່ານກໍວ່າ ເຈົ້າໜ້າທີ່ ທີ່ເຮັດຄວາມຜິດນັ້ນ ຈະຖືກຕັດສິນ ລົງໂທດ ນັບຕັ້ງແຕ່ ໃຫ້ພັກການ ຊົ່ວຄາວ, ຖືກຍົກຍ້າຍ, ປົດຕຳແໜ່ງ, ໃຫ້ອອກການ ຈົນໄປເຖິງ ການດຳເນີນ ຄະດີ ຕາມຣະບຽບ ກົດໝາຍ ແລະຕັດສິນ ລົງໂທດ ໜັກເບົາ ຂຶ້ນຢູ່ ກັບຄວາມຜິດ ຂອງແຕ່ລະຄົນ.

ທ່ານກ່າວຕື່ມອີກວ່າ ການທີ່ຈະໃຫ້ ເຈົ້າໜ້າທີ່ ຜູ້ກະທຳຜິດ ໃຊ້ແທນ ເງິນຣັຖຄືນນັ້ນ ກໍມີສິ່ງ ທ້າທາຍ ຫລືວ່າ ຄວາມຫຍຸ້ງຍາກ ຫຼາຍຢ່າງ ຮວມທັງ ບາງຄົນອາຈບໍ່ຍອມ ຮັບຄວາມຜິດຂອງຕົນ. ແຕ່ເຖິງຢ່າງໃດກໍຕາມ ທ່ານກໍວ່າ ພາກສ່ວນ ທີ່ກ່ຽວຂ້ອງ ໃນການແກ້ໄຂ ບັນຫານີ້ ກໍ ຈະພຍາຍາມ ກວດສອບ ຢ່າງລະອຽດ ເພື່ອບໍ່ໃຫ້ ຜູ້ກະທຳຜິດ ລອຍນວນຢູ່ໄດ້.

ເມື່ອອາທິດທີ່ຜ່ານມາ ອົງການກວດສອບ ແຫ່ງຣັຖ ໄດ້ຣາຍງານວ່າ ກວດພົບ ເງິນ ທີ່ສູນເສັຍໄປ ຈຳນວນ 14 ຕື້ 5 ຮ້ອຍ ລ້ານກີບ ຈາກ ຄ່າທຳນຽມ ການສຳປະທານ ໂຄງການ ທີ່ຣັຖບາລ ໄດ້ອະນຸມັດ ໄປໃນສົກ ປີ 2013-2014. ແຂວງ ທີ່ເສັຽຫາຍ ຫຼາຍ ກວ່າໝູ່ ແມ່ນ ແຂວງ ໄຊຍະບູຣີ ທີ່ເສັຽຫາຍ ເຖິງ 2 ຕື້ 2 ຮ້ອຍ ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.