ມ.ສອງຄອນ ຂໍທຶນແປງ ໂຮງຮຽນ

ເມືອງສອງຄອນ ແຂວງສວັນນະເຂດ ຂໍທຶນ ຊ່ອຍເຫຼືອ ສ້ອມແປງ ໂຮງຮຽນ ມັທຍົມສົມບູນ.

ໂຮງຮຽນ ໃນເຂດຊົນນະບົດ ຂອງລາວ Public Domain

ອຳນາດການປົກຄອງ 9 ບ້ານ ຂອງເມືອງສອງຄອນ ແຂວງສະຫວັນນະເຂດ ຍັງຕ້ອງການອຸປກອນກໍ່ສ້າງ ມາສ້ອມແປງໂຮງຮຽນ ແລະ ສ້າງ ອາຄານຮຽນ ຫລັງໃໝ່ ໃນໂຮງຮຽນມັທຍົມສົມບູນ ຢູ່ບ້ານນາສະໂນ ພາຍຫລັງທີ່ການຊ່ອຍເຫຼືອ ຈາກຣັຖບາລ ແລະເອກຊົນ ຍັງບໍ່ ພຽງພໍ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ຕຸລາ ນີ້ວ່າ:

"ໂຮງຮຽນ 9 ໝູ່ບ້ານ ມສ ຈຸດສຸມຂຶ້ນກັບບ້ານນາສະໂນ ນັກຮຽນ 200 ປາຍ ສັງກະສີ ນີ້ກໍ່ທາງພວກສຶກສາ ເມືອງເພິ່ນ ຊ່ອຍຫັ້ນນ່າ ແຕ່ຍັງ ຂາດຝາແອ້ມ ແລ້ວກໍ່ເທພື້ນ ແລ້ວກໍ່ປຸກຫຼັງໃໝ່ອີກ ແຕ່ຫຼັງເກົ່າກໍ່ຖືວ່າບໍ່ທັນສົມບູນແບ ບໍ່ທັນສຳເຣັດແບບວ່າແອ້ມໄວ້ ພໍຢຽວຢາ ໄວ້ຊື່ໆ ຫັ້ນນາ ຫຼັງເກົ່າບາດນີ້ ແລະຍັງຄັນເວົ້າແລ້ວຝາເທພື້ນ ແອ້ມ ແລ້ວກໍ່ໄຟເປັນຂໍ້ຫຍຸ້ງຍາກຫຼາຍ."

ໂຮງຮຽນມັທຍົມສົມບູນ ບ້ານນາສະໂນ ເຣິ່ມກໍ່ສ້າງມາຕັ້ງແຕ່ປີ 2013 ໂດຍການຊີ້ນໍາ ຂອງທາງການເມືອງສອງຄອນ ແຕ່ການກໍ່ສ້າງ ນັ້ນສ່ວນໃຫຍ່ແມ່ນ ປະຊາຊົນ ແລະນາຍຄຣູ ເປັນຜູ້ອອກແຮງງານ ແລະ ອອກເງິນຊື້ອຸປກອນ ຕ່າງໆ ມາກໍ່ສ້າງເອງ.

ປະຊາຊົນທັງ 9 ບ້ານ ຢາກໃຫ້ຫຼາຍພາກສ່ວນ ມາຊ່ອຍພວກເຂົາເຈົ້າ ສ້າງອາຄານຮຽນ ເພີ່ມອີກຫຼັງນຶ່ງ ຍ້ອນປັດຈຸບັນ ມີນັກຮຽນຫລາຍ ເຖິງ 260 ຄົນ ແຕ່ ອາຄານຮຽນມີພຽງ 2 ຫຼັງ. ນັກຮຽນຕ້ອງໄດ້ນັ່ງ ແອອັດ ໃນຫ້ອງນ້ອຍໆ ທີ່ຍັງ ບໍ່ມີຝາແອ້ມ, ບໍ່ທັນໄດ້ ເທພື້ນ ແລະ ບາງຫ້ອງ ກໍ່ບໍ່ທັນມີກະດານເທື່ອ ແຕ່ນັກ ຮຽນຕ້ອງໄດ້ ທົນຮຽນ ເພາະໃນເຂດດັ່ງກ່າວ ມີໂຮງຮຽນມັທຍົມ ພຽງແຫ່ງດຽວ.

ເຈົ້າໜ້າທີ່ທ້ອງຖິ່ນ ອີກທ່ານນຶ່ງເວົ້າວ່າ ຖ້າພໍເປັນໄປໄດ້ ກໍຢາກຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ຫຼືພາກສ່ວນໃດນຶ່ງ ມາຊ່ອຍເອົາ ໄຟຟ້າ ແລະຕິດຕັ້ງກົງເຕີ ໃຫ້ທາງໂຮງຮຽນ ຍ້ອນວ່າຈະຕ້ອງໄດ້ ໃຊ້ຈ່າຍຫລາຍ ຊາວບ້ານບໍ່ມີເງິນ ທີ່ຈະຈ່າຍ:

"ອຸປກອນກິລາຂອງໂຮງຮຽນ ເຮົາກໍ່ບໍ່ມີເນາະ ຫຼາຍຢ່າງໂຮງຮຽນເຮົາຂາດຫຼາຍຢ່າງໃດ ຍົກຕົວຢ່າງທີ່ພັກຄຣູຢູ່ ກໍບໍ່ມີຝົນຕົກ ຄຣູກໍໄປນັ້ງນໍາ ນັກຮຽນຫັ້ນໂຕະຕັ່ງກໍ່ບໍ່ມີ ຄືປັດຈຸບັນນີ້ຂະເຈົ້າ ຈະເອົາໄຟຟ້າລົງແລ້ວ ເຮົາກໍ່ຍັງບໍ່ທັນໄດ້ ມີເງີນເທື່ອ ທີ່ວ່າຈະ ຕ້ອງດຶງເອົາໄຟຟ້າ ລົງມາ ມູນຄ່າ ເປັນເງີນບາດນີ້ 3 ໝື່ນ."

ຫລາຍປີທີ່ຜ່ານມານີ້ ຂແນງສຶກສາເມືອງສອງຄອນ ໄດ້ຊ່ອຍພັທນາ ໂຮງຮຽນແຫ່ງນີ້ ຫຼາຍເທື່ອແລ້ວ ແລະເທື່ອຫລ້າສຸດ ກໍແມ່ນປະຊາຊົນ ທີ່ເປັນອາສາສມັກ ມາຊ່ອຍ ແຕ່ກໍຊ່ອຍໄດ້ພຽງບາງສິ່ງບາງຢ່າງເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org