ໜີ້ຄ່າໄຟຂອງທາງການ ສປປ ລາວ
2018.06.25

ໃນພາກສ່ວນທຸຣະກິດຫລາຍແຫ່ງ ຍັງຕິດໜີ້ຄ່າໄຟຟ້າ ຣັຖວິສາຫະກິດໄຟຟ້າລາວ ທັງໝົດກວ່າ 400 ຕື້ກີບ ຮວມເຖິງບັນດາ ຫ້ອງການ ຕ່າງໆຂອງຣັຖບານ ຍັງບໍ່ຈ່າຍຄ່າໄຟຟ້າ ເປັນຈໍານວນຫລາຍຮ້ອຍລ້ານກີບ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຣັຖວິສາຫະກິດ ໄຟຟ້າລາວ ນະຄອນຫລວງວຽງຈັນ:
“ເຮົາກໍຣາຍງານໄປຕາມຂັ້ນເດ້ ໄຟຟ້າລາວ ກະຊວງຣັຖບານ ເພິ່ນກໍຮັບຊາບ ວ່າຈຸດໃດມີຄວາມຫຍຸ້ງຍາກ ເຮົາກໍເຮັດບົດ ບັນທຶກຣາຍງານ ໄປຕາມຂັ້ນຕອນ ມັນກໍມີຢູ່ເຣື້ອງໜີ້ສີນ ແຕ່ວ່າເພິ່ນກໍຊ່ວຍເຮົາ ເພິ່ນກໍໂອນໃຫ້ ຕົວໃດທີ່ວ່າມີຫນີ້ສິນ ເພິ່ນກໍທວງ ຊ່ວຍຫັ້ນແຫລະ ແລະ ຊ່ວຍແຈ້ງໄປບ່ອນທີ່ກ່ຽວຂ້ອງ ໃຫ້ໃຊ້ຈ່າຍ ໃຫ້ໄຟຟ້າລາວ ເພິ່ນກໍໂອນມາ ດຽວນີ້ເພິ່ນກໍບໍ່ຄ່ອຍຕິດໜີ້ປານໃດ ເພິ່ນກໍໂອນມາເປັນປົກກະຕິ ເພິ່ນກໍຊ່ວຍຢູ່ເປັນງວດໆ.”
ກ່ຽວກັບບັນຫານີ້ ທ່ານວ່າເປັນເພາະຄວາມບໍ່ປົ່ງໃສ ຂອງພະນັກງານເອງ ແລະບັນຫາພື້ນທີ່ ໃນເຂດຫ່າງໄກ ບາງເທື່ອເຮັດໃຫ້ ຄ່າໄຟຟ້າ ໄປບໍ່ຮອດກໍມີ ແຕ່ເຣື້ອງການທວງໜີ້ນັ້ນ ເຈົ້າໜ້າທີ່ກໍໄດ້ ອະທິບາຍໃຫ້ລູກຄ້າເຂົ້າໃຈ ເພາະຣັຖວິສາຫະກິດໄຟຟ້າລາວ ຈະຕ້ອງຊື້ອຸປກອນ ແລະສ້ອມແປງຕ່າງໆ ເພື່ອບໍຣິການປະຊາຊົນ ບໍ່ໃຫ້ມີຄວາມຫຍຸ້ງຍາກ. ນອກຈາກທຸຣະກິດ ທີ່ບໍ່ດໍາເນີນການແລ້ວ ທາງຣັຖວິສາຫະກິດ ໄຟຟ້າລາວ ຈຶ່ງຖອນການຕິດຕັ້ງຄືນ.
ແຕ່ເຈົ້າໜ້າທີ່ ຣັຖວິສາຫະກິດໄຟຟ້າລາວ ແຂວງສາຣະວັນ ເວົ້າວ່າ ຈໍາເປັນຕ້ອງໃຊ້ ມາຕການເດັດຂາດ ກັບຜູ້ບໍ່ຈ່າຍຄ່າໄຟ:
“ມັນກໍຍາກ ຢາກຍາກຫັ້ນແລ້ວ ເພາະວ່າມັນສັບສົນນະ ຜູ້ມັນຈ່າຍ ຜູ້ມັນບໍ່ຈ່າຍ ໃຊ້ມາເສັຽ 4-5 ພັນກີບຮູ້ວ່າມັນແພງ ກໍບໍ່ຢາກຈ່າຍກໍມີ ກໍຕັດໄຟໂລດ ແລ້ວກໍານົດເດືອນນຶ່ງ ບໍ່ຈ່າຍຮອດທ້າຍເດືອນ ກໍຕັດກໍປັບໃຫມ 50 ພັນ ຄ່າຕັດ ເບື້ອງຜ່ານມາ ກໍບໍ່ຫລາຍດອກມັນຕິດ ສ່ວນຫຼາຍມັນຕິດ ຊ່ວງຫລັງເຮົາຕັດ ມັນກໍມາຈ່າຍ.”
ເຈົ້າໜ້າທີ່ອະທິບາຍວ່າ ສໍາລັບຄ່າໄຟຟ້າ ຫ້ອງການຕ່າງໆຂອງຣັຖບານນັ້ນ ເຈົ້າໜ້າທີ່ຈະທວງເງິນ 3 ເດືອນຕໍ່ຄັ້ງ ເພາະຣັຖບານຕ້ອງ ໃຊ້ເງິນບໍຣິຫານ ບາງເທື່ອ 3 ເດືອນ 6 ເດືອນ ຈ່າຍງວດນຶ່ງ ຕົວຢ່າງ 50 ລ້ານກິບ ພາກຣັຖບານ ຈ່າຍກ່ອນ 40 ລ້ານກິບ ກໍຊອກເງິນ ບໍຣິຫານອອກມາຈ່າຍ ຣະຍະໃດທີ່ຣັຖບານ ມີເງິນກໍຈ່າຍທຸກເດືອນ ຈະບໍ່ເກີນ 3 ເດືອນ.