ທຸຣະກິດໃນລາວຈະບໍ່ທັນ ອາຊຽນ
ທຸຣະກິດ ຂນາດນ້ອຍ ໃນລາວ ຈະບໍ່ສາມາດ ແຂ່ງຂັນ ໄດ້ ໃນປະຊາຄົມ ເສຖກິດ ອາຊຽນ.
-
2013-10-01 -
-
-
Your browser doesn’t support HTML5 audio
ຜູ້ຊ່ຽວຊານດ້ານເສຖກິດ ໃນລາວ ທ່ານນື່ງເວົ້າວ່າ ທຸຣະກິດຂນາດນ້ອຍ ແລະຂນາດກາງ ໃນລາວອາດມີຜົລກະທົບຫລັງຈາກການເຂົ້າຮ່ວມ ປະຊາຄົມເສຖກິດອາຊຽນ ໃນປີ 2015 ຍ້ອນວ່າ ບັນດານັກທຸຣະກີດລາວ ຍັງບໍ່ພ້ອມ ແລະຂາດ ຄວາມຮູ້ກ່ຽວກັບ ກົດຣະບຽບຕ່າງໆ ຂອງ AEC ທີ່ອາດຈະບໍ່ສາມາດ ແຂ່ງຂັນກັບບໍຣິສັດໃຫຍ່ໆ ຈາກປະເທດເພື່ອນບ້ານໄດ້. ດ່ັງທ່ານກ່າວວ່າ:
"ທຸຣະກິດໃຫຍ່ຄືໄຟຟ້າບໍ ອຸດສາຫະກັມບໍ່ແຮ່ບໍ ຂະເຈົ້າກໍ ຮູ້ກ່ຽວກັບບັນຫາຕົວນີ້ ເພາະຂະເຈົ້າໄດ້ສຶກສາມາແລ້ວ ໄດ້ເຈຣະຈາໂຕຈິງ ແຕ່ອັນ ທີ່ຍັງບໍ່ທັນໄດ້ລາຍລະອຽດແມ່ນວ່າ ບັນດານັກທຸຣະກິດຂນາດນ້ອຍຂນາດກາງ ຢູ່ບ້ານເຮົານີ້ຍັງ ບໍ່ທັນເປັນຣະບຽບເທື່ອ ຂໍ້ມູນກ່ຽວກັບ AEC ຂະເຈົ້າ ຍັງບໍ່ທັນຮູ້ ເວລາເຂົ້າ AEC ແລ້ວບັນດາທຸຣະກິດຂນາດນ້ອຍຂນາດກາງ ທີ່ບໍ່ຮູ້ຈັກຣະບົບຂະເຈົ້າ ກໍຊີ່ຖືກມີທ່າຮັບ".
ທ່ານກ່າວຕໍ່ໄປວ່າ ເມື່ອປະຊາຄົມເສຖກິດອາຊຽນ ເຂົ້າຮ່ວມກຸ່ມໃນປີ 2015 ພາກທຸຣະກິດຕ່າງໆ ຈະໄດ້ຮັບຜົລປໂຍດອັນມະຫາສານ ຍ້ອນ ການຍົກເວັ້ນ ພາສີເຂົ້າອອກ ແລະການຊື້ວັດຖຸດິບ ຈາກປະເທດສະມາຊິກ ແຕ່ໃນປັດຈຸບັນ ທຸຣະກິດ ຂນາດນ້ອຍແລະຂນາດກາງ ໃນລາວ ຍັງບໍ່ມີການສຶກສາໃນບັນຫາດັ່ງກ່າວ ຈື່ງຈະເຮັດໃຫ້ທຸຣະກິດໃນລາວ ເສັຽປຽບໃນການເຂົ້າຮ່ວມປະຊາຄົມເສຖກິດອາຊຽນ ໃຫ້ແກ່ບໍຣິສັດຈາກ ຕ່າງປະເທດ ຖ້າບໍ່ມີການ ປັບຕົວ. ຜູ້ຊ່ຽວຊານ ອີກທ່ານນື່ງ ເວົ້າວ່າ:
"ໃນຣະຍະສັ້ນໆລາວຈະ suffering ເຣື້ອງ trade deficit ແລະກໍເຣື້ອງການສູນເສັຽ ຂອງ competitiveness ຂອງ local firm ແຂ່ງ ບໍ່ໄດ້ ບາງຄັ້ງກໍຈະລົ້ມລະລາຍ ແຕ່ໃນຣະຍະຍາວ ເຮົາຈະ gain ໄດ້ຈາກ term ເຣື້ອງ economic efficiency ກັບຕົວທີສອງ ການ spill over ຂອງ fdi ຊື່ງເຂົາມາລົງທຶນ ແລ້ວກໍເຣື້ອງ economic reform".
ໃນປັດຈຸບັນເຖິງແມ່ນວ່າລາວຍັງບໍ່ທັນເຂົ້າຮ່ວມປະຊາຄົມເສຖກິດອາຊຽນເທື່ອແຕ່ກໍຍັງມີຕົວຢ່າງໃຫ້ເຫັນແລ້ວວ່າ ທຸຣະກິດຂນາດນ້ອຍໃນລາວ ບໍ່ສາມາດແຂ່ງຂັນໄດ້ ດ່ັງກໍຣະນີພໍ່ຄ້າໄຂ່ລາຍຍ່ອຍບໍ່ສາມາດແຂ່ງຂັນກັບບໍຣິສັດ CP ຂອງໄທໄດ້ໃນຕລາດໄຂ່ໄກ່ໃນລາວ.