ມະຫານະທີສີທັນດອນ ໃນຂັ້ນ ຮວບຮວມເອກສານ

ໄຊຍາ
2018.06.25
f-khong ສາຍນໍ້າຂອງ ໃນເຂດທີ່ຕໍ່ໃສ່ ແດນ ກໍາພູຊາ ທີ່ມີການ ລັກລອບ ຖິ້ມລະເບີດ ເອົາປາ
RFA

ປະຊາຊົນກວ່າ 140 ຄອບຄົວ ໃນ 6 ບ້ານ ຢູ່ເມືອງໂຂງ ແຂວງຈຳປາສັກ ຈະຖືກຜົນກະທົບ ຈາກໂຄງການພັທນາເສຖກິຈ ມະຫານະທີ ສີທັນດອນ. ດັ່ງເຈົ້າໜ້າທີ່ ຫ້ອງວ່າການເມືອງໂຂງ ແຂວງຈຳປາສັກ ກ່າວວ່າຜ່ານມາ ເຈົ້າໜ້າທີ່ພຽງແຕ່ລົງພື້ນທີ່ ເກັບກຳຂໍ້ມູນ ແລະ ຄວາມເປັນໄປໄດ້ໃນການກໍ່ສ້າງ ແລະ ຜົນກະທົບຕໍ່ປະຊາຊົນ ຍັງບໍ່ໄດ້ຈັດຕັ້ງປະຕິບັດ ການກໍ່ສ້າງແຕ່ຢ່າງໃດ, ຍັງຢູ່ໃນຂັ້ນຕອນດຳເນີນ ເອກກະສານເທົ່ານັ້ນ ດັ່ງທ່ານກ່າວວ່າ:

"ບ່ອນກ່ອນເຂົາລົງສຶກສາສຳຣວດ ຄວາມເປັນໄປໄດ້ກໍ່ແມ່ນ ແຕ່ກ່ອນມັນຖືກບ້ານເມືອງແສນ, ຫີນສິ່ວ ຫຼາຍບ້ານລະຫວະ ໃນຕົວເມືອງນີ້ ຖາມຄວາມເຫັນຂອງປະຊາຊົນ ສົມມຸດວ່າໄດ້ເຮັດວ່າຊັ້ນສະ ບໍ່ແມ່ນວ່າໄດ້ເຮັດໂລດໃດ໊ ສົມມຸດວ່າ ເຂົາກໍຍັງແລ່ນ ເອກກະສານຈັກສິເພິ່ນ ອະນຸມັດບໍ່ຫຼືບໍ່ຈັ່ງໃດ ເພາະວ່າຜົນກະທົບມັນຫຼາຍນະ ກໍ່ບໍ່ກ້າຊິຕອບວ່າ ເຂົາສິເຮັດສືບຕໍ່ ຫຼືບໍ່ສືບຕໍ່ ເພາະວ່າເອກກະສານ ບໍ່ທັນແລ້ວ."

ດ້ານເຈົ້າໜ້າທີ່ຂແນງຈັດສັນທີ່ີດິນ ແຂວງຈຳປາສັກ ກ່າວວ່າໃນການສຳຣວດ ໄດ້ແບ່ງຜູ້ຖືກຜົນກະທົບເປັນ 2 ກໍຣະນີ ທັງຜູ້ຖືກຜົນກະທົບ ເຮືອນ ແລະຖືກຜົນກະທົບ ໄຮ່ນາ ແຕ່ຢ່າງໃດກໍຕາມ ການລົງເກັບກຳຂໍ້ມູນ ເມື່ອຕົ້ນປີຜ່ານມານັ້ນເປັນພຽງ ການປະເມີນ ແລະສັງລວມ ຄວາມເປັນໄປໄດ້ ໃນການກໍ່ສ້າງ:

"ມັນອາດສິເປັນສອງກໍຣະນີ ກໍຣະນີທີ 1 ຜູ້ໃດຈະເອົາຄ່າຊົດເຊີຍ ແລ້ວກໍ່ແລ້ວ ສ່ວນບາງເທື່ອເຂົາເຈົ້າມີດິນ 2-3 ບ່ອນ ຂະເຈົ້າກໍ່ເອົາ ຄ່າຊົດເຊີຍເລີຍ ໃນກໍຣະນີຂະເຈົ້າ ບໍ່ມີບ່ອນຢູ່ ຣັຖຈະຈັດສັນໃຫ້ ເພິ່ນກໍ່ໄດ້ຄິດໄລ່ເວັນຄືນກັນເບິດຄືກັນ ແຕ່ວ່າມັນກໍ່ ສ່ວນເນື້ອທີ່ດິນ ຂອງປະຊາຊົນ ກໍ່ມີຄນະກັມມະການ ຂອງເມືອງຂອງແຂວງ ເພິ່ນປະເມີນ ກຳລັງລວມຂໍ້ມູນຢູ່."

ເຈົ້າໜ້າທີ່ຜູ້ກ່ຽວຂ້ອງກັບໂຄງການ ກ່າວເສີມວ່າ ການອະທິບາຍໃຫ້ປະຊາຊົນເຂົ້າໃຈກົງກັນ ເຊັ່ນ; ເຣື່ອງຄ່າຊົດເຊີຍ ຫຼືການຍົກຍ້າຍຕ້ອງ ສົມເຫດສົມຜົນ ຢ່າງແນ່ນອນ ແລະ ຄາດວ່າຈະສາມາດ ດຳເນີນການໄດ້ໂດຍທີ່ ປະຊາຊົນບໍ່ເຂົ້າໃຈຜິດ ດັ່ງທ່ານກ່າວ:

"ມັນຂື້ນກັບໂຄງການເຂົາວ່າສິ ອະທິບາຍເພື່ອຄວາມພໍໃຈ ຂອງປະຊາຊົນນັ້ນໜ່າ ເບື້ອງຕົ້ນເຂົາເຄີຍດຳຣົງຊີວິດ ຈັ່ງຊັ້ນເຂົາກໍ່ບໍ່ຢາກໜີ ວ່າຊັ້ນສະ ແຕ່ສຸດທ້າຍມັນກໍ່ໄປເຫັນຄວາມສຳຄັນ ແລະ ຄວາມຈຳເປັນ ຂະເຈົ້າກໍ່ສາມາດ ຕົວນີ້ເຂົາຕ້ອງອະທິບາຍ ກັນຢ່າງຈະແຈ້ງເດ້ ບໍ່ມີມາຕການບັງຄັບແນວໃດດອກ ສົມມຸດບໍ່ສົມເຫດສົມຜົນ ຂະເຈົ້າກໍ່ບໍ່ໄດ້ຍ້າຍ ຄັນຕ້ອງສົມເຫດສົມຜົນກັນແລ້ວເນາະ ມັດລົດລ້ຽງກັນ ຈັ່ງເປັນໄປໄດ້ ວ່າຊັ້ນສະ ຕ້ອງເໝາະສົມ ສາມາດດຳເນີນດຳຣົງຊີວິດ ໄດ້ດີກ່ວາເກົ່າ ບໍ່ດີກ່ວາເກົ່າ ເຂົາບໍ່ໃຫ້ເຮັດເດ້ຕົວນັ້ນ ມັນເສັຍ ນະໂຍບາຍພວກເຮົາ."

ຜ່ານມາ ວິທຍຸເອເຊັຍເສຣີ ໄດ້ສອບຖາມຄວາມເຫັນຂອງປະຊາຊົນ ຢູ່ເມືອງໂຂງ ຫຼາຍຄົນມີຄວາມກັງວົນ ຕໍ່ໂຄງການ ຈະສົ່ງຜົນກະທົບ ຕໍ່ວິຖີຊີວິດການເປັນຢູ່ ເພາະບໍ່ຢາກຍົກຍ້າຍ ອອກຈາກບ້ານເກົ່າ ແລະ ບໍ່ໝັ້ນໃຈວ່າຄ່າຊົດເຊີຍທີ່ຣັຖບານ ໄດ້ສັງລວມໄປນັ້ນຈະສົມເຫດ ສົມຜົນບໍ່.

ໂຄງການ ມະຫານະທີສີທັນດອນ ມີເນື້ອທີ່ປະມານ 9,800 ເຮັກຕ້າ ມຸູນຄ່າ 9 ຕື້ໂດລາສະຫະຣັຖ ອາຍຸສັມປະທານ 99 ປີ ບໍຣິສັດ ມະຫານະທີສີທັນດອນ ຈາກຮົງກົ້ງປະເທດຈີນ ໄດ້ຮັບສັມປະທານ ເບື້ອງຕົ້ນຈະສ້າງເປັນໂຮງແຮມ 5 ດາວ ແລະກາຊິໂນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.