ເຂດເສຖກິຈ ສີທັນດອນ ຈະເຣີ່ມສ້າງທາງ

ມະນີຈັນ
2018.10.05
F-Sithandone ນໍ້າຂອງໃນເຂດເມືອງໂຂງ ແຂວງຈໍາປາສັກ
RFA/MA

ບໍຣິສັດພັທນາເຂດເສຖກິດໃໝ່ສີທັນດອນ ໄດ້ຣາຍງານ ໃນມື້ວັນທີ່ 25 ກັນຍາ 2018 ກ່ຽວກັບ ຄວາມຄຶບໜ້າຂອງໂຄງການ ໃນໄລຍະທີ 1 ແຕ່ປີ 2018 ຫາປີ 2025 ທີ່ໄດ້ສໍາເຣັດ ການສໍາຣວດເນື້ອທີ່ ພ້ອມທັງຈົດທະບຽນ ສ້າງຕັ້ງບໍຣິສັດ ໃນເຂດພັທນາ ຈໍານວນ 6 ບໍຣິສັດ ແລະ ອອກແບບ ເສັ້ນທາງ ອ້ອມດອນໂຂງ ຍາວ 43 ກິໂລແມັດ, ຊຶ່ງຈະເຣີ່ມກໍ່ສ້າງ ໃນເດືອນຕຸລານີ້ ແລະ ທັງທາງລຽບແຄມຂອງ ຈາກຄອນພຣະເພັງ ຫາບ້ານຂີ້ນາກ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບ ໂຄງການນີ້ ກ່າວວ່າ:

"ຢູ່ໃນຂັ້ນຕອນສິລົງມື ກໍ່ສ້າງທໍາອິດນັ້ນ ປີກາຍຫັ້ນ ເພີ່ນເຊັນ MOU ນໍາກັນ ແມ່ນສຶກສາຄວາມເປັນໄປໄດ້ ໃນການພັທນາ ສຶກສາແລ້ວໆ ຄວາມເຊັນ PDA ຕຽມສິລົງມື ຖືວ່າ ການເຮັດທຸກຢ່າງຫັ້ນ ຍັງບໍ່ທັນໄດ້ເຮັດ ວັນເສົານີ້ ເພີ່ນສິລົງມື ແມ່ນເຮັດກິຈການນຶ່ງ ຊ່ວງ​ໄລ​ຍະທີ 1 ຢູ່ຣະຫວ່າງ ປີ 2018-2025, ມີປະມານ 17 ກິຈການນີ້ແຫລະ ເພີ່ນຈະເຣີ່ມລົງມືກໍ່ສ້າງ ແມ່ນທາງ ອ້ອມດອນໂຂງ.”

ທ່ານກ່າວຕື່ມວ່າ ສໍາລັບການໂຍກຍ້າຍ ປະຊາຊົນ ເມືອງໂຂງ 8 ບ້ານ ປະມານ 140 ຄອບຄົວ ທີ່ຈະໄດ້ຮັບຜົນກະທົບນັ້ນ ໄດ້ແຕ່ງຕັ້ງ ຄນະກັມມະການ ຊົດເຊີຍຄ່າເສັຽຫາຍ ແລະ ຈັດສັນໂຍກຍ້າຍ ຣະດັບສູນກາງ ແລະ ທ້ອງຖິ່ນແລ້ວ ແຕ່ຄົງຍັງອີກດົນ ດັ່ງທີ່ທ່ານ ກ່າວວ່າ:

"ກວມຫັ້ນໝາຍຄວາມວ່າ ຖ້າເຮົາໄດ້ເຮັດ ເຕັມໂຕຫັ້ນນະ ມັນຈະໄປຮອດພຸ້ນໆ ແຕ່ສ່ວນການໂຍກຍ້າຍຫັ້ນ ກໍຍັງຢູ່ໃນຂັ້ນຕອນຕໍ່ໄປ ຍັງດົນຕິ້ຕົວນັ້ນ ຖືວ່າ ຍັງບໍ່ທັນໄດ້ເຮັດຮອດພຸ້ນ ຫມາຍຄວາມວ່າ ທີ່ເຂົາໂຍກຍ້າຍ ຕ້ອງດີກວ່າເກົ່າ ເຂົາຍ້າຍໄປ ຕ້ອງມີບ່ອນຢູ່ ບ່ອນທໍາການຜລິດ ຊີວິດການເປັນຢູ່ ຕ້ອງດີກວ່າເກົ່າ ແຕ່ນີ້ ກໍກໍາບໍ່ໄດ້ລະອຽດ ບໍ່ທັນເຮັດຕົວຈິງ ມັນມີຄນະກັມມະການເພີ່ນ."

ຕາມຂໍ້ມູນ ຈາກທ່ານ ລາຕີ ສີສຸພັນນະວົງ, ຮອງປະທານ ບໍຣິສັດພັທນາສີທັນ ດອນຈໍາກັດ, ໃນໄລຍະ 3 ເດືອນ ນັບແຕ່ ມື້ເຊັນສັນຍາ ໂຄງການ ເມື່ອທ້າຍເດືອນ ມິຖຸນາ 2018 ມານັ້ນ ໄດ້ອອກແບບເຮືອນຮັບແຂກ ແລະ ທີ່ຢູ່ອາສັຍ ຂອງພະນັກງານ 200 ຫ້ອງ, ໄດ້ສໍາເຣັດ ການສໍາຣວດແຫຼ່ງທ່ອງທ່ຽວ ໂດຍສະເພາະ ແມ່ນຄອນພຣະເພັງ ແລະ ສົມພາມິດ ແລະ ກໍາລັງປັບປຸງ ແຜນແມ່ບົດ ໃຫ້ເໝາະສົມ ກັບສະພາບໂຕ​ຈິງ ໂດຍສະເພາະ ໂຄງຮ່າງພື້ນຖານ ຂອງເຂດຕ່າງໆ ໃນເນື້ອທີ່ 7 ພັນປາຍເຮັກຕາຣ໌, ສໍາຣວດ ອອກແບບຣີສອຣ໌ດ 2 ແຫ່ງ ຮວມທັງ ໂຮງແຮມ, ກາຊິໂນ ທີ່ຈະເຣີ່ມກໍ່ສ້າງ ໃນປີ 2019.

ເນື້ອທີ່ໂຄງການ ເຂດເສຖກິຈໃໝ່ສີທັນດອນ ທັງໝົດ 9 ພັນ 846 ເຮັກຕາຣ໌. ການກໍ່ສ້າງ ແບ່ງອອກເປັນ 6 ໄລຍະ ແຕ່ປີ 2018 ຫາປີ 2050.

ໄລຍະທີ 1 ແຕ່ ປີ 2018 ຫາປີ 2025 ໃນເນື້ອທີ່ 7,075 ເຮັກຕາຣ໌ ໃນເຂດຄອນພຣະເພັງ ກວມເອົາ 8 ບ້ານ. ອາຍຸສັມປະທານ 50 ປີ. ທາງການ ຕັ້ງເປົ້າຫມາຍ ຈະສ້າງເມືອງໂຂງ ໃຫ້ເປັນເມືອງຕົວແບບ ຂອງການພັທນາ ເສຖກິຈ-ສັງຄົມ, ຈະໃຊ້ ງົບປະມານສ້າງ 9 ຕື້ປາຍໂດລາສະຫະຣັັຖ. ບໍຣິສັດຈີນ ລົງທຶນ 80% ແລະ ບໍຣິສັດ ໃນປະເທດລາວ 20%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.