ຊາວເມືອງສິງບໍ່ພໍໃຈ ເສັຽຄ່າ ຜ່ານທາງ
2017.01.23
ປະຊາຊົນ ຢູ່ ເມືອງສິງ ແຂວງ ຫຼວງນໍ້າທາ ບໍ່ພໍໃຈ ທີ່ທາງການ ອະນຸຍາດ ໃຫ້ນັກລົງທຶນ ຈີນ ຮ່ວມກັບ ນັກລົງທຶນ ລາວ ສ້ອມແປງ ທາງແລ້ວ ເກັບຄ່າ ຜ່ານທາງ. ຊາວບ້ານເວົ້າວ່າ ການສ້ອມແປງ ແມ່ນການ ເກຣດທາງໃຫ້ລຽບ ແລ້ວປູດ້ວຍດິນແດງ ເທົ່ານັ້ນ, ຈາກນັ້ນ ຜູ້ຮັບເໝົາ ກໍຕັ້ງດ່ານ ເກັບເງິນ ຖ້າໃຜບໍ່ຈ່າຍ ຈະບໍ່ ອະຍຸຍາດ ໃຫ້ຜ່ານ, ດັ່ງຊາວບ້ານ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ເປັນສຳນຽງພາສາ ລື້ວ່າ:
"ບາງຄົນບໍ່ຈ່າຍເງິນ ຜູ້້ເກັບປີ້ ກໍບໍ່ຍອມປ່ອຍ ເຂົາເຈົ້າຜ່ານໄປ ຄັນວ່າ ເສັ້ນທາງດີໆ ກະຍັງບໍ່ມີໃຜວ່າ ຂັ້ນຖ້າເປັນທຶນ ຂອງ ເອກກະຊົນ ມາສ້າງ ຢາກໃຫ້ ເຮັດຄື ຂົວທ່າງ່ອນ ໝົດກໍານົດ ແລ້ວ ກໍສັ່ງໂຈະ".
ເສັ້ນທາງນີ້ ມີຄວາມຍາວ ປະມານ 22 ກິໂລແມັດ ຕັດຜ່ານ 10 ບ້ານ ເປັນເສັ້ນທາງ ເຊື່ອມຕໍ່ ຈາກເທສບານ ເມືອງສິງ ໄປຫາ ບ້ານ ມອມເຊິ່ງ ເປັນດ່ານ ເຂົ້າອອກ ລາວ-ຈີນ. ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ ທາງເມືອງ ບໍ່ມີງົບປະມານ ໃນການ ສ້ອມແປງ, ແຕ່ໃນທ້າຍປີ 2016 ເຈົ້າເມືອງ ເມືອງສິງ ຈຶ່ງເຫັນດີ ໃຫ້ເອກຊົນ ຊື່ວ່າ ທ່ານ ໜານ ກອງຈັນ ຮ່ວມກັບ ຄົນຈີນ ເປັນຜູ້ອອກເງິນ ສ້ອມແປງກ່ອນ ດ້ວຍການ ໃຊ້ເງິນ ທັງໝົດ 1.5 ຕື້ກີບ ໃນອາຍຸການ ສຳປະທານ 5 ປີ.
ທ່ານວ່າ ໃນປັດຈຸບັນ ທາງສາຍນີ້ ເປ່ເພ ຫຼາຍ ຍ້ອນຣົດບັນທຸກ ສິນຄ້າໜັກ ທີ່ຂົນສົ່ງສິນຄ້າ ຈາກລາວ ເຂົ້າຈີນ ແລະສິນຄ້າ ຈາກ ປະເທດໄທ ໄປຈີນ ເຮັດໃຫ້ການ ສັນຈອນ ມີຄວາມ ຫຍຸ້ງຍາກ ເປັນຕົ້ນແມ່ນ ຣະດູຝົນ ປະຊາຊົນ ຫຼາຍກ່ວາ 10 ບ້ານ ຕ້ອງຫຍຸ້ງຍາກ ໃນການເດີນທາງ.
ການເກັບຄ່າ ຜ່ານທາງນັ້ນ ຣົດບັນທຸກໜັກ 6 ລໍ້ ຄັນລະ 30,000 ກີບ, ຣົດບັນທຸກ 12 ລໍ້ ທາງໄປຄັນລະ 100,000 ກີບ ແລະກັບ 100,000 ກີບ, ຮ່ວມທັງ ຣົດສ່ວນຕົວ ຂອງປະຊາຊົນ ເຮັດໃຫ້ ປະຊາຊົນ ບໍ່ພໍໃຈ ຍ້ອນເສັ້ນທາງ ບໍ່ໄດ້ມາຕຖານ ແລະ ຍັງ ເປ່ເພ ຄືເກົ່າ.
ທ່ານ ສິທະລາ ຫົວໜ້າຫ້ອງການ ໂຍທາທິການ ແລະຂົນສົ່ງ ເມືອງສິງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ, ເສັ້ນທາງເປ່ເພ ຖືກຕັດຂາດ ຈໍາເປັນ ຕ້ອງມີການ ສ້ອມແປງ ເພື່ອໃຫ້ຣົດ ສາມາດ ແລ່ນໄປໄດ້ ແລະ ທີ່ຜ່ານມາ ກໍເກັບສະເພາະ ຣົດຂົນສົ່ງສິນຄ້າ ເທົ່ານັ້ນ ສ່ວນວ່າ ຣົດຂອງ ປະຊາຊົນ ທໍາມະດາ ແມ່ນ ບໍ່ໃຫ້ເກັບ.