ດິນຊາວບ້ານປູກຝັງ ຣັຖບານ ໃຫ້ຈີນ ປູກຢາງ
2017.08.29
ປະຊາຊົນບ້ານລາດ ແລະບ້ານສະເວດປະມານ 200 ຄອບຄົວ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ຂາດຣາຍໄດ້ຍ້ອນ ຣັຖບາລລາວ ເອົາດິນທີ່ເຄີຍປູກຝັງ ໃຫ້ນັກລົງທຶນຈີນສໍາປະທານ ປູກຢາງພາຣາ ເມື່ອປີກາຍ ເຮັດໃຫ້ຊາວບ້ານ ເດືອດຮ້ອນ ບໍ່ມີຣາຍໄດ້ ລ້ຽງຄອບຄົວ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ເວົ້າໃນມື້ວັນທີ 28 ສິງຫານີ້ວ່າ:
"ທາງຣັຖບາລ ສໍາປະທານດິນ ໃຫ້ຈີນ ສໍາປະທານນໍ ຈາກນັ້ນປະຊາຊົນ ກໍບໍ່ມີທີ່ດິນ ເຮັດໄຮ່ເຮັດນາ ບ້ານສະເວດ ບ້ານລາດ ເປັນພູເຂົາ ຂອງໝູ່ບ້ານ ປີກ່ອນ ປະຊາຊົນ ຂະເຈົ້າເຮັດໄຮ່ນະ ແຕ່ຈີນຈະໄປດຸດ ຈະໃຊ້ຣົດ ຣົດໄມໂຄອີ່ຫຍັງນະ ຈະເຮັດທີດິນພູ ນະເປັນຮາບ ເປັນ ຮາບກ້ຽງເລີຍ ເປັນບ່ອນປູກຢາງພາຣາ ໝົດເລີຍດຽວນີ້".
ທ່ານກ່າວວ່າປະຊາຊົນ ທີ່ໄດ້ຮັບຜົລກະທົບ ຍ້ອນຣັຖບາລລາວໃຫ້ຈີນ ສໍາປະທານ ດິນທີ່ພວກເຂົາເຈົ້າ ເຄີຍປູກເຂົ້າປູກສາລີ ແລະພືດພັນ ຊນິດອື່ນໆ ມາໄດ້ຫຼາຍສິບປີ ເພື່ອບໍຣິໂພກ ໃນຄອບຄົວ ແລະຂາຍເປັນບາງສ່ວນ ຕາມແຄມທາງໃຫ້ພໍ່ຄ້າ ວຽດນາມຣາຍຍ່ອຍ ແລະວ່າ ກ່ຽວກັບເຣຶ່ອງທີ່ວ່ານັ້ນ ທາງການທ້ອງຖິ່ນ ກໍໄດ້ທັກທ້ວງ ໄປຍັງທາງການເມືອງ ແຕ່ກໍບໍ່ສາມາດ ເຮັດຫຍັງໄດ້ ປະຊາຊົນ ບໍ່ມີໃບຕາດິນ ຍ້ອນທາງການ ບໍ່ອອກໃຫ້ ແລະທາງ ຫ້ອງການເມືອງ ກໍປະຕິບັດ ຕໍ່ ແບບຜະເດັດການ ເລີຍ. ດັ່ງທີ່ທ່ານກ່າວວ່າ:
"ທາງເມືອງຂະເຈົ້າຈະໃຊ້ປະເດັດການເລີຍ ສ່ວນຫຼາຍຖ້າບໍ່ຕ້ອງການ ກໍບໍ່ມີສິດຫຍັງ ເພາະວ່າດິນທຸກຕອນ ໃນໝູ່ບ້ານນໍ ຊາວບ້ານມີສິດ ນໍາໃຊ້ທີ່ດິນ ແຕ່ສໍາປະທານແລ້ວ ປະຊາຊົນ ກໍບໍ່ມີສິດນໍາໃຊ້ທີ່ດິນນັ້ນອີກ ເພາະວ່າທີ່ດິນແລ້ວ ໂດຍການປູກ ຢາງພາຣາ ເພາະວ່າມີສິດ ທີ່ຈະສໍາປະທານ ຈະໄດ້ເງິນກ້ອນໃຫຍ່ ຈະແມ່ນທາງຝ່າຍຣັຖ".
ທ່່ານກ່າວຕື່ມອີກວ່າປັດຈຸບັນ ຊາວບ້ານສອງບ້ານດັ່ງກ່າວ ຕ້ອງໄດ້ຢູ່ໄປແບບ ຕາມມີຕາມເກີດ ບາງຄອບຄົວຕ້ອງໄດ້ໃຫ້ລູກຫຼານໄປຊອກ ຫາເຮັດວຽກ ຢູ່ຕ່າງເມືອງ ຕ່າງແຂວງ ເພື່ອຊ່ວຍບັນເທົາທຸກ ຄອບຄົວ ບໍ່ດັ່ງນັ້ນ ກໍຈະບໍ່ມີອັນກິນ ຂນະທີ່ ບາງຄອບຄົວ ກໍຕ້ອງໄດ້ເຂົ້າ ໄປຊອກຫາ ເຄື່ອງປ່າຂອງດົງ ມາລ້ຽງຊີບ.