ຣັຖບານລາວຂາຍຮຸ້ນ ໃຊ້ໜີ້ ສາທາຣະນະ
2021.03.24

ສິບກວ່າປີຜ່ານມາ ລາວ ມີອັດຕຣາການເຕີບໂຕ ຂອງ GDP ເຖິງ 7% ການເຕີບໂຕ ດັ່ງກ່າວຕິດຕາມມາດ້ວຍພາລະ ໜີ້ສິນຂອງ ພາກຣັຖທີ່ເພີ່ມສູງຂຶ້ນ ໂດຍໄດ້ກູ້ເງິນມາໃຊ້ ໃນໂຄງການ. ປັຈຈຸບັນລາວມີໜີ້ສາທາຣະນະ 12 ຕື້ໂດລາ ສະຫະຣັຖ ຄິດເປັນສັດສ່ວນ 65% ຂອງ GDP.
ເພື່ອນຳເງິນມາຊໍາຮະໜີ້ ໃຫ້ຄົບຕາມກຳນົດ ເມື່ອບໍ່ດົນມານີ້ຣັຖບານ ໄດ້ປະກາດ ຂາຍຮຸ້ນບໍຣິສັດ ແລະ ວິສາຫະກິຈ ທີ່ຣັຖລົງທຶນ ເພື່ອມາຊໍາຮະໜີ້. ດັ່ງ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຼີ ຂອງຄະນະຣັຖບານລາວ ຊຸດທີ 9 ໄດ້ກ່າວໃນກອງປະຊຸມ ສະພາ ແຫ່ງຊາດ ຄັ້ງປະຖົມມະຣຶກ ເມື່ອວັນທີ 23 ມິນາ ບາງຕອນວ່າ:
"ໃຜຊິຢາກໄປຂາຍຮຸ້ນ ຂອງບໍຣິສັດນັ້ນບໍຣິສັດນີ້ ຖ້າຂາຍກະຕ້ອງໃຫ້ມັນໄດ້ເງິນຫຼາຍ ດີແທ້ກະບໍ່ຂາຍຫັ້ນແລ້ວ. ແຕ່ມັນຈຳເປັນ ເດ້, ກະຄືຄອບຄົວຫັ້ນແລ້ວ ຄັນຕິດໜີ້ຕິດສິນມັນຫຼາຍ ຊິຂາຍອັນໃດ ແກ້ໜີ້ແກ້ສີນ ສາກ່ອນ ແລ້ວຈັ່ງມາຕັ້ງຕົວໃໝ່ ກາຊິເປັນແນວນັ້ນ ແລ້ວຄັນວ່າຕາມຄວາມຈິງ."
ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຼີກະຊວງການເງິນ ໄດ້ກ່າວໃນກອງປະຊຸມ ສະພາແຫ່ງຊາດຊຸດທີ 9 ວ່າ ໜີ້ສີນສາທາຣະນະ ໃນປັຈຈຸບັນເພີ່ມຂຶ້ນ ທັງເງິນຕົ້ນແລະດອກເບັ້ຽ ສູງເຖີງ 4000-5000 ຕື້ ກີບຕໍ່ປີ.
"ດອກເບັ້ຽຊໍາຮະຕົ້ນທຶນ ເງິນກູ້ກັບພາຍໃນ ແລະ ຕ່າງປະເທດເຊິ່ງມັນ ເພີ່ມຂຶ້ນໄວຫຼາຍ ໃນໄລຍະ 5 ປີ ຕໍ່ໄປເກືອບຕົກຢູ່ປະມານ 4000-5000 ຕື້ຕໍ່ປີ. ສະເພາະການຊໍາຮະ ດອກເບັ້ຽ. ສະນັ້ນມັນຈື່ງຕ້ອງເຮັດໃຫ້ຣາຍຈ່າຍ ປົກກະຕິດຊອງພວກເຮົາໃນພູດ ຣາຍຈ່າຍເປັນເງິນມັນເພີ່ມຂຶ້ນ ຈາກ 93 ພັນຕື້ ມາເປັນ 130 ພັນຕື້."
ຣັຖມົນຕຼີກະຊວງການເງິນ ໄດ້ກ່າວເຖິງການຂາຍຮຸ້ນວ່າ ການເປີດຂາຍຮຸ້ນ ບໍຣິສັດ ຣັຖວິສາຫະກິຈ ທຸກ ບໍຣິສັດຕ້ອງເປີດກວ້າງ ໂປ່ງໃສທີ່ສຸດ. ປັດຈັຍທີ່ສຳຄັນ ທີ່ເຮັດໃຫ້ຣັຖບານ ລາວ ປະກາດຂາຍຮຸ້ນ ສ່ວນນຶ່ງກໍມາຈາກການຈັດເກັບ ຣາຍຮັບປະຈຳປີບໍ່ໄດ້ ຕາມແຜນການ ເຊິ່ງເກີດການຂາດດຸນງົບປະມານ 2-3%.
ນອກຈາກນີ້ ການເກັບຣາຍຮັບຍັງຮົ່ວໄຫຼ ແລະຣາຍຈ່າຍພາຍໃນກໍສູງເກີນໄປ. ຣັຖບານລາວຕ້ອງແກ້ໄຂ ຖານຣາຍຮັບຂອງປະເທດ ໃຫ້ເພີ່ມຂຶ້ນ. ໂດຍການນໍາໃຊ້ ນະໂຍບາຍ ພາສີ ອາກອນໃນຫຼາຍດ້ານ. ເມື່ອຖານຣາຍຮັບເພີ່ມຂຶ້ນ ກໍເຮັດໃຫ້ໃຫ້ຣາຍຮັບເພີ່ມ ພາຍໃນຂຶ້ນຕາມຣຳດັບ. ສະນັ້ນ ນະໂຍບາຍດັ່ງກ່າວ ຈະເປັນແຫຼ່ງລາຍຮັບສຳຄັນ ຈະເຮັດໃຫ້ປະເທດ ສາມາດນຳເງິນມາຊໍາຮະ ໜີ້ສິນໄດ້.
ນອກຈາກນີ້ຍັງຕ້ອງມີມາຕການ ຮັດສາຍແອວ ຫຼຸດຣາຍຈ່າຍ ບໍ່ຈຳເປັນລົງເຊັ່ນ ໃຫ້ຫຼຸດຣາຍຈ່າຍບໍຣິຫານ ລົງຈາກ 14% ໃຫ້ເຫຼືອ 11%, ຄຸ້ມຄອງຣາຍຮັບ-ຣາຍຈ່າຍ ງົບປະມານ ດ້ວຍການໃຊ້ມາຕການ ເຂັ້ມງວດໃນກວດກາ. ຣັຖມົນຕຼີການເງິນກ່າວຕອນທ້າຍ.
ຊາວນະຄອນຫຼວງວຽງຈັນ ສະແດງຄວາມເຫັນວ່າຕໍ່ບັນຫາໜີ້ສິນ ທີ່ສູງປະຊາຊົນກໍເປັນກັງວົນວ່າ ຣັຖບານຈະຫາເງິນມາໃຊ້ໜີ້ ຕ່າງປະເທດໄດ້ແນວໃດ.
"ໝົດກຳລັງໃຈເຮັດວຽກບາດນີ້ ມາຊ່ວງໂຄວິດສະພາບເສຖກິຈລາວ ທຸກມື້ນີ້ມັນຢູ່ໃນຊ່ວງພາວະສຸກເສີນແລ້ວ ເວົ້າງ່າຍໆມັນກະເລີຍ ຫຍຸ້ງຍາກຊັບສົນ ທຸກມື້ນີ້ໃຊ້ແຕ່ໜີ້ແຫຼະ ບັນຫາມັນກາເກີດຈາກ ຄົນພາຍໃນເຮົາເອງ."
ຊາວນະຄອນຫຼວງວຽງຈັນ ອີກຄົນນຶ່ງ ໄດ້ສະແດງຄວາມເຫັນວ່າ ຕໍ່ບັນຫາໜີ້ສິນ ກະແລ້ວແຕ່ທາງການເພິ່ນ ຈະມີວິທີຈັດການ ແນວໃດ. ປະຊາຊົນຮູ້ດີຕໍ່ເຣື່ອງນີ້ ແຕ່ກໍບໍ່ມີໃຜຢາກ ເວົ້າເຖິງ.
"ໄດ້ຍິນແຕ່ວ່າຣາຍຮັບ ແຕ່ລະເດືອນຫັ້ນບໍ່ເຂົ້າທະນາຄານ, ບາດນີ້ມາ ເບິ່ງແລ້ວເຫັນເຕັມຫູ່ເຕັມຕາ ເຂົາແລ້ວເຂົາກະບໍ່ຢາກເວົ້າ. ບໍ່ຢາກສົນແດ່ ບັນຫາໂຕນີ້ບັນຫາ ໂຕນີ້ແລ້ວ ເພິ່ນຊິເຮັດແນວໃດ ກະແລ້ວແຕ່ເພິ່ນ."
ປີ 2018 ຜ່ານມາ ຣັຖບານໄດ້ເສນີຂາຍຮຸ້ນ ຣັຖວິສາຫະກິຈ ການບິນລາວໃຫ້ກັບບໍຣິສັດ ຕ່າງປະເທດ ແຕ່ການປະກາດຂາຍເທື່ອນັ້ນ ບໍ່ປະສົບຜົລສຳເຣັດ. ນອກຈາກນີ້ ເມື່ອວັນທີ 01 ຕຸລາ 2020 ຜ່ານມາ ບໍຣິສັດຜລິດໄຟຟ້າລາວ ມະຫາຊົນ ເຊິ່ງເປັນບໍຣິສັດລູກ ຂອງ ຣັຖວິສາຫະກິຈໄຟຟ້າ ໄດ້ຂາຍຮຸ້ນຈຳນວນ 24% ຂອງມູນຄ່າທັງໝົດ ໃຫ້ກຸ່ມບໍຣິສັດ ພົງຊັບທະວີ ຈຳກັດ. ວັນທີ 11 ທັນວາ 2020 ຣັຖບານລາວ ໄດ້ປະກາດຂາຍຮຸ້ນ ທະນາຄານພັທນາລາວ ແລະ ທະນາຄານສົ່ງເສີມກະສິກັມ ໃຫ້ແກ່ບໍຣິສັດຈະເລີນເຊກອງ ພະລັງງານຈຳກັດ ແລະ ບໍຣິສັດພົງຊັບທະວີ ກໍ່ສ້າງ ຂົວທາງ ຈຳກັດ ຂອງ ກຸ່ມບໍຣິສັດພົງຊັບທະວີ ຈຳກັດ ປັຈຈຸບັນ ຢູ່ຣະຫວ່າງ ການຕັ້ງຄະນະກັມມະການ ຮັບຜິດຊອບດຳເນີນການ ຊື້-ຂາຍຮຸ້ນ.
ແລະ ຫຼ້າສຸດຣັຖບານ ລາວຕົກລົງເຊັນສັນຍາ ສັມປະທານກັບບໍຣິສັດສາຍສົ່ງໄຟຟ້າ ແຫ່ງຊາດ ລາວ ຫຼື EDL-T ທີ່ ບໍຣິສັດຈີນ ເປັນເຈົ້າຂອງ ເພື່ອກໍ່ສ້າງ, ຄວບຄຸມ ແລະ ບໍຣິຫານ ຣະບົບ ສາຍສົ່ງໄຟຟ້າ ໃນປະເທດລາວ ໃຫ້ມີຄວາມປອດພັຍ ແລະ ຍືນຍົງ ເພື່ອຮອງຮັບການພັທນາ ອຸດສາຫະກັມ ແລະ ການສົ່ງອອກໄຟຟ້າ ໃຫ້ປະເທດອ້ອມຂ້າງ ແລະ ພາກພື້ນ.
ທ່ານ ສົມດີ ດວງດີ ອາດີດ ຣັຖມົນຕຼີ ກະຊວງການເງິນ ໄດ້ຣາຍງານໃນກອງປະຊຸມສະພາແຫ່ງຊາດ ຊຸດທີ 8 ເມື່ອທ້າຍປີ 2020 ຜ່ານມາວ່າ ປະເທດລາວ ຕ້ອງການເງິນ ຈຳນວນ 10 ພັນປາຍຕື້ກີບ ເພື່ອນໍາໄປຊໍາຮະ ການກູ້ຢືມທັງພາຍໃນ ແລະຕ່າງປະເທດ.
ສຳນັກຂ່າວ Nikkei ຂອງຢີ່ປຸ່ນ ໄດ້ຣາຍງານໃນປີ 2020 ວ່າລາວຕິດໜີ້ຕ່າງປະເທດ 12.6 ຕື້ໂດລາສະຫະຣັຖ. ໃນນັ້ນເປັນໜີ້ຈີນ 5,9 ຕື້ໂດລາ ສະຫະຣັຖ. ໃນຂນະທີ່ IMF ຣາຍງານເມື່ອເດືອນຕຸລາ ປີ 2020 ວ່າ ລາວມີໜີ້ສີນສາທາຣະນະ ຄິດເປັນ 70,7% ຂອງ GDP.