ຊາວບ້ານຢຶບເສັຽຊີວິດ ໃນຄຸກ ຍ້ອນບັນຫາ ທີ່ດິນ

ມະນີຈັນ
2018.02.27
F-Justice ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ຊາວບ້ານຍຶບຜູ້ທຸກຍາກ ຢູ່ເມືອງທ່າແຕງ ແຂວງເຊກອງ 14 ຄົນ ທີ່ຖືກທາງການລາວ ຈັບຂັງເມື່ອປີ 2017 ຍ້ອນຮຽກຮ້ອງຂໍຄວາມເປັນທັມ ໃນເຣຶ່ອງທີ່ດິນ ຊຶ່ງຖືກບໍຣິສັດຢາງພາຣາວຽດນາມ ຍຶດເອົາເມື່ອປີ 2006 ນັ້ນມີຜູ້ນຶ່ງຊື່ ທ້າວ ສົມສະຫວັນ ເສັຽຊີວິດຄາຄຸກ ຢູ່ເມືອງລະມາມ ໃນມື້ວັນທີ 29 ມົກຣາ ຜ່ານມາ ໂດຍທີ່ທາງການລາວ ມີແຕ່ບອກວ່າ ຜູ້ກ່ຽວຂ້າໂຕຕາຍຢູ່ໃນຄຸກ ແລະບໍ່ໄດ້ຊີ້ແຈງເຖິງ ສາເຫດຂອງການ ເສັຽຊີວິດນັ້ນ ຈຶ່ງເຮັດໃຫ້ທາງຄອບຄົວ ແລະຍາດພີ່ນ້ອງສົງໃສວ່າ ເສັຍຊີວິດຍ້ອນ ຖືກທໍຣະມານໜັກໜ່ວງ ຢູ່ໃນຄຸກຄຸມຂັງ.

ຍາດພີ່ນ້ອງຂອງທ້າວ ສົມສະຫວັນ ຜູ້ເສັຍຊີວິດຄົນນຶ່ງເວົ້າຕໍ່ RFA ໃນມື້ວັນທີ 9 ກຸມພາ 2018 ນີ້ວ່າ ເຈົ້າໜ້າທີ່ຕໍາຣວດ ແຂວງເຊກອງ ບອກວ່າ ທ້າວ ສົມສະຫວັນ ຂ້າໂຕຕາຍ ແລະທັງວ່າຕາມຕົນໂຕ ຮວມທັງຢູ່ໜ້າເອິກຂອງຜູ້ກ່ຽວ ບໍ່ມີຮອຍຊໍ້າໃດໆເລີຍ ແຕ່ບໍ່ໄດ້ສົ່ງສົບ ຫລືບອກໃຫ້ທາງຄອບຄົວ ມາຮັບເອົາສົບ ໄປທຳພິທີຊາປະນະກິດສົບ ຕາມຮີດຄອງປະເພນີ ແຕ່ຢ່າງໃດ, ມີແຕ່ພວກທາງການ ຈັດການ ກັນເອງແບບງຽບໆ ໂດຍບໍ່ບອກໃຫ້ທາງຄອບຄົວຮູ້ ເຖິງມື້ປົງສົບນັ້ນເລີຍ, ມີແຕ່ບອກວ່າ ທາງການແຂວງເຊກອງ ໄດ້ໃຫ້ເງິນຊ່ວຍເຫຼືອ ຄອບຄົວ ທ້າວ ສົມສະຫວັນ ຜູ້ເສັຍຊີວິດຈໍານວນ 13 ລ້ານກີບ ໂດຍມອບໃຫ້ຜູ້ເປັນເມັຽ ຂອງຜູ້ກ່ຽວໂດຍກົງ.

ມາເຖິງປັດຈຸບັນ ເປັນອັນວ່າຊາວບ້ານຢຶບ ທີ່ຖືກທາງການ ສປປລາວ ຈັບເຂົ້າຄຸກນັ້ນ ຍັງເຫລືອຢູ່ 13 ຄົນ ຮວມທັງເດັກນ້ອຍນັກຮຽນ 2 ຄົນ ຖືກທໍຣະມານ ໃນຄຸກຄຸມຂັງຢູ່ຕໍ່ໄປ.

ເພື່ອຄວາມກະຈ່າງແຈ້ງ ໃນການເສັຽຊີວິດຂອງ ທ້າວ ສົມສະຫວັນ ຂນະທີ່ຖືກຄຸມຂັງ ຢູ່ໃນຄຸກນັ້ນ ທາງ RFA ກໍໄດ້ພຍາຍາມໂທຣະສັບ ຫາພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຂອງທາງການລາວ ຮວມທັງກອງບັນຊາການ ປກສ ແຂວງເຊກອງ, ແຕ່ເຈົ້າໜ້າທີ່ ຜູ້ທີ່ຮັບໂທຣະສັບ ປະຕິເສດ ທີ່ຈະໃຫ້ຄໍາເຫັນໃນເລື່ອງນີ້.

ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງທ່ານ ສໍລະເສີມສັກ ຜ່ອງສານຸວົງ ຮອງຫົວໜ້າຫ້ອງການອັຍການແຂວງ ແລະທ່ານ ສົມນິດ ສິລິບຸນເລື້ອງ ຫົວໜ້າຫ້ອງການອັຍການແຂວງເຊກອງ ເມື່ອວັນທີ 13 ກຸມພາ ເພື່ອຂໍຮູ້ກ່ຽວກັບເຣຶ່ອງດັ່ງກ່າວ, ແຕ່ທັງສອງທ່ານ ບໍ່ຮັບໂທຣະສັບ ຊຶ່ງ ກ່ອນໜ້ານັ້ນ ຕາມຄໍາເວົ້າຂອງທ່ານ ຄໍາບາງ ພະສະແຫວງ ຫົວໜ້າຜແນກຍຸຕິທັມ ແຂວງເຊກອງ ບອກໃຫ້ຮູ້ເມື່ອວັນທີ 9 ກຸມພາ ວ່າຍັງບໍ່ຮູ້ເຣຶ່ອງນີ້:

"ໂອ໊ ອັນນີ້ບໍ່ຮູ້ນໍາເດີ ເພາະວ່າວຽກງານຂະບວນການຍຸຕິທັມ ຍັງບໍ່ທັນຮອດຫັ້ນ ຖາມເບິ່ງເຈົ້າໜ້າທີ່ເດ໊."

ເປັນອັນວ່າມາຮອດມື້ນີ້ ນອກຈາກຍາດພີ່ນ້ອງ ໝູ່ຄູ່ເພື່ອນຟູງ ແລະປະຊາຊົນ ທີ່ຮັກຫອມຄວາມເປັນທັມ ທັງຢູ່ພາຍໃນລາວ ແລະຕ່າງ ປະເທດແລ້ວ ກໍມີອົງການສິດທິມະນຸດ ຕ່າງປະເທດ ທີ່ບໍ່ເຊື່ອວ່າ ການເສັຍຊີວິດຂອງທ້າວ ສົມສະຫວັນ ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ຢູ່ໃນຄຸກເມື່ອວັນທີ 29 ມົກຣາ ຜ່ານມານັ້ນ ເປັນການຂ້າຕົວຕາຍ ຕາມຄໍາກ່າວອ້າງຂອງທາງການລາວ ດັ່ງ ທ່ານ Phil Robertson ຮອງຜູ້ອໍານວຍການອົງການ ສິດທິມະນຸດ Human Rights Watch ປະຈໍາເຂດເອເຊັຽ ກ່າວຕໍ່ RFA ຕອນນຶ່ງວ່າ:

"ຂ້າພະເຈົ້າຄິດວ່າ ນັ້ນບໍ່ເປັນຄວາມຈິງ ຂ້າພະເຈົ້າຄິດວ່າ ນັ້ນອາດເປັນຂໍ້ອ້າງ ທີ່ພວກເຮົາເຫັນຢູ່ວຽດນາມ ທີ່ບໍ່ຖືກຕ້ອງແທ້ໆ, ຄຸກເປັນ ບ່ອນທີ່ຄົນຖືກຕໍາຣວດ ກັກຂັງ ຖືກປະຕິບັດຕໍ່ ແບບບໍ່ດີ, ຖືກຕົບຕີ ຄັນວ່າຕາຍຄາຄຸກ ພວກເຂົາກໍບອກ ວ່າເປັນການຂ້າໂຕຕາຍ ຫຼືວ່າ ເປັນຫົວໃຈວາຍແລະອື່ນໆ ຊຶ່ງຖືວ່າບໍ່ຖືກຕ້ອງ."

ຕາມຂ່າວວັນທີ 9 ກຸມພາ, ໃນຈຳນວນຊາວບ້ານຢຶບ 13 ຄົນ ທີ່ເຫລືອນັ້ນ 5 ຄົນຄື ທ້າວ ວິຄໍາ, ທ້າວ ບຸນແລງ, ທ້າວ ບຸນປົກ, ທ້າວ ນາກ, ທ້າວ ບຸນເຕີ້ຍ ຖືກຂັງ ຢູ່ຄຸກ ເຊກອງ. ສ່ວນອີກ 8 ຄົນ ຄືທ້າວ ສຸວັນ, ທ້າວ ບຸນແທ່ນ, ທ້າວ ໂປະ, ທ້າວ ໄນ, ທ້າວ ວິຫານ, ທ້າວ ສົນ, ທ້າວ ບຸນສົດ ແລະນາງ ນີ  ຖືກຂັງຄຸກ ເມືອງລະມາມ ບ່ອນທີ່ທ້າວ ສົມສະຫວັນ ເສັຍຊີວິດນັ້ນ.

ເວົ້າເຖິງເຣຶ່ອງຊາວບ້ານຢຶບ ທີ່ຫລາຍຄົນເວົ້າວ່າບໍ່ມີຄວາມຜິດຫຍັງ ຖືກທາງການ ສປປລາວ ຈັບເຂົ້າຄຸກແບບຕາມໃຈນັ້ນ ທ່ານ Phil Robertson ກ່າວວ່າ ຄວນຖືກປ່ອຍຕົວ ຫລືບໍ່ ກໍແກ້ໄຂຂໍ້ກ່າວຫາ ຕາມຂະບວນການຍຸຕິທັມ:

"They should all been released and if there is a criminal charge against them, they … ພວກເຂົາທັງໝົດ ຄວນຖືກ ປ່ອຍຕົວ ແລະຖ້າຫາກຕັ້ງຂໍ້ຫາ ຕໍ່ພວກເຂົານັ້ນ ກໍຕ້ອງມີຂະບວນການສານ ແບບເປີດເຜີຍ. ພວກເຂົາຕ້ອງມີ ທະນາຍຄວາມ ແລະຕ້ອງມີ ການໄຕ່ສ່ວນ ຢ່າງທ່ຽງທັມ. ການກັກຂັງຜູ້ຄົນ ຍ້ອນຂໍ້ກ່າວຫາ ອາຊຍາກັມນັ້ນ ເປັນອີກຕົວຢ່າງນຶ່ງ ທີ່ບົ່ງບອກເຖິງ ການເອົາໃຈໃສ່ ພົລເມືອງຂອງຕົນໜ້ອຍ."

ເວົ້າເຖິງການເສັຍຊີວິດຢູ່ໃນຄຸກ ຂອງທ້າວ ສົມສະຫວັນ, ທ່ານ ເພັດສະໝອນ ເຈົ້າໜ້າທີ່ຂັ້ນສູງ ຈາກອົງການອັຍການ ປະຊາຊົນສູງສຸດ ໄດ້ກ່າວຕໍ່ RFA ໃນມື້ວັນທີ 13 ກຸມພານີ້ວ່າ ຫາກທາງຄອບຄົວຂອງຜູ້ກ່ຽວບໍ່ພໍໃຈ ກໍສາມາດຂຽນໃບສເນີຂຶ້ນມາ ເພື່ອໃຫ້ມີການແກ້ໄຂ ຕາມໂຕຈິງ, ຖ້າວ່າມັນເກີດມີບັນຫາ ຄືແນວນັ້ນແທ້. ແຕ່ທ່ານບໍ່ສາມາດໃຫ້ຄໍາເຫັນໄດ້ຫລາຍກວ່ານີ້ ເພາະວ່າທ່ານ ຍັງບໍ່ຮູ້ລາຍລະອຽດ ກ່ຽວກັບເຣຶ່ອງນີ້.

ໃນມື້ດຽວກັນນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ໂທຣະສັບ ໄປຍັງກອງບັນຊາການ ປກສ ແຂວງເຊກອງ ເພື່ອຂໍຮູ້ເຣຶ່ອງນີ້ຕື່ມ, ແຕ່ເຈົ້າໜ້າທີ່ ຜູ້ທີ່ຮັບໂທຣະສັບ ປະຕິເສດ ທີ່ຈະໃຫ້ຄໍາເຫັນ.

ເມື່ອຢ້ອນເຫດການກັບໄປປີ 1990 ທີ່ຣັຖບານລາວ ມີນະໂຍບາຍສົ່ງເສີມ ໃຫ້ຊາວບ້ານ ປູກຢາງພາລາ ເພື່ອປັບປຸງຊີວິດການເປັນຢູ່ ຂອງພວກຕົນດີຂຶ້ນນັ້ນ ຊາວບ້ານຢຶບ 55 ຄອບຄົວ ໄດ້ພາກັນປູກຕົ້ນຢາງພາລາ ໃນເນື້ອທີ່ 121 ເຮັກຕາ. ຕໍ່ມາໃນປີ 2006 ເຈົ້າແຂວງ ແຂວງເຊກອງ ໄດ້ອະນຸມັດໃຫ້ບໍຣິສັດຢາງພາລາ ວຽດນາມ ສັມປະທານທີ່ດິນ ໃນເນື້ອທີ່ 42 ເຮັກຕາ. ແຕ່ໃນພາກປະຕິບັດຕົວຈິງ ບໍຣິສັດດັ່ງກ່າວ ໄດ້ຂຍາຍເນື້ອທີ່ ປູກຢາງພາຣາ ໄປກວມເອົາດິນ ທີ່ຊາວບ້ານ ປູກຢາງພາຣາ.

ດັ່ງນັ້ນຈຶ່ງເຮັດໃນ້ຊາວບ້ານບໍ່ພໍໃຈ, ພາກັນຮ້ອງຮຽນໄປຍັງອຳນາດການປົກຄອງເມືອງ, ໄປຍັງທາງການແຂວງ, ສະພາແຫ່ງຊາດ ແລະຫ້ອງວ່າການ ນາຍົກຣັຖມົນຕຣີຫລາຍຄັ້ງ. ພ້ອມດຽວກັນນັ້ນ ກໍຕັ້ງປ້າຍໃສ່ດິນຂອງພວກຕົນ ທີ່ຂຽນວ່າ “ຈົ່ງຢ່າລ່ວງລໍ້າ ເຂົ້າມາ; ດິນຕອນນີ້ເປັນດິນຂອງທ້າວ ວັນໄຊ ຄໍາມະສິດ.” ຊາວບ້ານບາງຄົນ ກໍພາກັນຕັດຕົ້ນຢາງພາລາຖິ້ມ ແລະສະກັດກັ້ນບໍ່ໃຫ້ ຄົນງານວຽດນາມເຂົ້າມາໃນດິນ ຂອງພວກຕົນ. ບາງຄັ້ງ ຊາວບ້ານກໍເຕົ້າໂຮມກັນ ຢູ່ເຂດບ້ານຂອງພວກ ເຂົາເຈົ້າ ແລະ ຈົ່ມວ່າ ເຣື່ອງວຽດນາມ ຍຶດທີ່ດິນນັ້ນ.

ມາຮອດປີ 2012 ຊາວບ້ານຢຶບ 2 ຄົນຖືກຈັບ ແລະກັກຕົວໄວ້ດົນເຖິງ 2 ອາທິດ ຍ້ອນອັນທີ່ທາງການ ສປປລາວ ເອີ້ນວ່າ ການກະທໍາທີ່ບໍ່ດີເຫລົ່ານັ້ນ. ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ແລະ ສະພາແຫ່ງຊາດ ໄດ້ສັ່ງໃຫ້ທາງການທ້ອງຖິ່ນ ແກ້ໄຂບັນຫາຂັດແຍ່ງດັ່ງກ່າວ. ແຕ່ບໍ່ມີຄວາມຄືບໜ້າຫຍັງເລີຍ ເຮັດໃຫ້ຊາວບ້ານສືບຕໍ່ ທວງໃຫ້ແກ້ໄຂ, ໃຫ້ຄ່າຊົດເຊີຍຄວາມເສັຍຫາຍ ໂດຍໃຫ້ ດິນຕອນໃໝ່ ແຕ່ກໍບໍ່ໄດ້. ແລະໃນທີ່ສຸດ ຊາວບ້ານຢຶບ 14 ຄົນ ຊຶ່ງມີທັງ 2 ຄົນ ທີ່ເຄີຍຖືກກັກຕົວ ກ່ອນນັ້ນ ແລະເດັກນ້ອຍ ອາຍຸບໍ່ບັນລຸນິຕິພາວະ 2 ຄົນ ກໍຖືກທງການ ສປປລາວ ຈັບຂັງຄຸກຢູ່ສູນກັກຂັງ ທີ່ແຂວງເຊກອງ ໃນມື້ວັນທີ 25 ກໍຣະກະດາ 2017 ແລະໄດ້ເສັຍຊີວິດ ຢ່າງທໍຣະມານໄປແລ້ວຄົນນຶ່ງ.

ນັບແຕ່ນັ້ນມາຈົນຮອດມື້ນີ້ ທາງການລາວ ກໍຍັງບໍ່ທັນຕັ້ງຂໍ້ຫາ ກະທໍາຄວາມຜິດ ໃດໆຢ່າງເປັນທາງການເທື່ອ. ມີແຕ່ເຈົ້າໜ້າທີ່ ຕໍາຣວດ ເຊກອງ ທ່ານນຶ່ງຢືນຢັນຕໍ່ RFA ໃນມື້ວັນທີ 1 ສິງຫາ 2017 ວ່າ ຊາວບ້ານເຫລົ່ານັ້ນ ຖືກຈັບຍ້ອນວ່າ ພວກເຂົາໄດ້ ຕັດ ຕົ້ນຢາງພາລາ ໃນສວນຢາງຂອງວຽດນາມ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ທະນາຍຄວາມທ້ອງຖິ່ນ ທ່ານນຶ່ງກ່າວຕໍ່ RFA ວ່າ ຫາກພວກເຂົາຖືກຈັບ ຍ້ອນຕັດຕົ້ນຢາງພາລານັ້ນ ກໍເປັນການຈັບ ທີ່ບໍ່ສົມເຫດສົມຜົລ. ມາໃນເດືອນກັນຍາປີກາຍ ພີ່ນ້ອງຂອງຊາວບ້ານ ທີ່ຖືກັກຂັງ ຄົນນຶ່ງກໍເວົ້າຕໍ່ RFA ວ່າ ພວກທີ່ຖືກຂັງນັ້ນ ຖືກທໍຣະມານຢູ່ໃນຄຸກ. ໃນນັ້ນມີຜູ້ນຶ່ງ ຖືກຕີດ້ວຍປືນ rifle ຢ່າງໜັກ ຈົນເລືອດໄຫລອາບໜ້າ. ແລະທັງຖືກເອົາໄຟຟ້າຊັອດ ນໍາອີກ. ແລະຜູ້ເປັນຍາດພີ່ນ້ອງອີກຜູ້ນຶ່ງ ກໍເປີດເຜີຍຕໍ່ RFA ວ່າ ຊາວບ້ານທີ່ຖືກກັກຂັງ ລົ້ມປ່ວຍໜັກ, ຕົນໂຕຂອງພວກເຂົາ ໄຂ່-ບວມ ແລະຖືກຂັງແຍກກັນ.

ສິ່ງດັ່ງກ່າວ ຫລາຍຄົນເວົ້າວ່າ ເກີດມີຂຶ້ນຢູ່ຫລາຍໆໃນລາວ ຍ້ອນນະໂຍບາຍ ຂອງທາງການລາວ ກ່ຽວກັບການຫັນທີ່ດິນເປັນທຶນ ແມ່ນແຕ່ ນາຍົກຣັຖມົນຕຣີ ລາວເອງ ກໍກ່າວຍອມຮັບຢູ່ໃນກອງປະຊຸມສະພາແຫ່ງຊາດ ເມື່ອເດືອນຕິລາ ປີກາຍວ່າ ຣັຖບານ ຈໍາເປັນຕ້ອງປ່ຽນແປງ ນະໂຍບາຍທີ່ດິນ ແລະພາກປະຕິບັດ ຕົວຈິງ ຍ້ອນວ່ານະໂຍບາຍ ແລະພາກປະຕິບັດນັ້ນ ອຳນວຍຜົລປະໂຫຍດໃຫ້ ແກ່ຜູ້ລົງທຶນ ຫາກບໍ່ແມ່ນໃຫ້ແກ່ປະຊາຊົນ ຜູ້ທຸກຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.