ຊາວບ້ານຢືບ 14 ຄົນ ທີ່ຖືກຂັງ 1 ຄົນ ເສັຽຊີວິດ
2018.02.09

ຊາວບ້ານຢືບ ເມືອງທ່າແຕງ ແຂວງເຊກອງ ຈຳນວນ 14 ຄົນ ທີ່ຖືກຈັບຂັງ ຍ້ອນຂໍ້ຂັດແຍ້ງ ທີ່ດິນເມື່ອປີກາຍ ຍັງຖືກກັກຂັງຢູ່ ແລະມີ 1 ຄົນ ໃນນັ້ນຄື; ທ້າວສົມສະຫວັນ ໄດ້ເສັຍຊີວິດ ຢູ່ໃນຄຸກ ເມື່ອວັນທີ່ 29 ເດືອນມົກກະຣາ ທີ່ຜ່ານມາ.
ເຈົ້າໜ້າທີ່ຕຳຣວດແຂວງເຊກອງ ບອກຍາດພີ່ນ້ອງຂອງຊາວບ້ານຜູ້ເສັຽຊີວິດ ນັ້ນວ່າ ທ້າວສົມສະຫວັນ ຂ້າໂຕຕາຍ ເພາະຜູ້ກ່ຽວມີຮອຍຊໍ້າ ຢູ່ເທິງໜ້າເອິກ. ເຈົ້າໜ້າທີ່ໄດ້ເຮັດພິທີຊາປະນະກິດ ຜູ້ກ່ຽວແລ້ວ ບໍ່ໄດ້ສົ່ງສົບໃຫ້ຄອບຄົວ ແລະບໍ່ໄດ້ແຈ້ງໃຫ້ ຮູ້ຊໍ້າວ່າ ໄດ້ຈັດພິທີສົບມື້ໃດ.
ທ່ານເວົ້າວ່າຫຼັງຈາກພິທີຊາປະນະກິດສົບ ທາງແຂວງເຊກອງໄດ້ໃຫ້ເງິນຊ່ວຍເຫຼືອແກ່ຄອບຄົວ ຂອງທ້າວສົມສະຫວັນ ຈຳນວນ 13 ລ້ານກີບ ໂດຍໄດ້ມອບໃຫ້ແກ່ເມັຽ ຂອງຜູ້ກ່ຽວໂດຍກົງ, ປັຈຸບັນຊາວບ້ານ ອີີກ 13 ຄົນ ຊຶ່ງມີນັກຮຽນ ຮວມຢູ່ນໍາ 2 ຄົນ ຍັງຖືກຂັງຄຸກຕາມປົກກະຕິ ພ້ອມກັບອະນຸຍາດ ໃຫ້ຍາດພີ່ນ້ອງ ສາມາດເຂົ້າໄປຢ້ຽມຢາມໄດ້ ຄືນັກໂທດທົ່ວໄປ.
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ໂທຣະສັບສອບຖາມ ທ່ານ ຄຳບາງ ພະສະແຫວງ ຫົວໜ້າຜແນກຍຸຕິທັມແຂວງເຊກອງ ເພື່ອຂໍຂໍ້ມູນ ເພີ້ມຕື່ມ ກ່ຽວກັບເຣື້ອງດັ່ງກ່າວ ແຕ່ທ່ານກ່າວວ່າ ທາງພາກສ່ວນກ່ຽວຂ້ອງ ບໍ່ໄດ້ຣາຍງານມາຮອດຜແນກ ຍຸຕິທັມ ເທື່ອ, ດັ່ງທ່ານກ່າວ ໃນວັນທີ່ 9 ກຸມພາ ນີ້ວ່າ:
“ໂອ້ ອັນນີ້ ບໍ່ຮູ້ນຳເດີ້ ເພາະວ່າວຽກງານ ຂະບວນການຍຸຕິທັມ ຍັງບໍ່ມາຮອດຫັ້ນ ຖາມເບິ່ງເຈົ້າໜ້າທີ່ເດີ້.”
ຊາວບ້ານຢືບ 14 ຄົນດັ່ງກ່າວ ຖືກເຈົ້າໜ້າທີ່ ທາງການແຂວງເຊກອງ ຈັບເມື່ອວັນ 25 ເດືອນ ກໍຣະກະດາ ປີ 2017 ຍ້ອນມີຂໍ້ຂັດແຍ້ງ ທີ່ດິນ ກັບບໍຣິສັດຢາງພາຣາ ວຽດນາມ.