ຂ.ເຊກອງ ຂຶ້ນທະບຽນຄົນງານ ຕ່າງດ້າວ
2017.11.05

ຜແນກແຮງງານ ແລະ ສະຫວັດດິການສັງຄົມ ແຂວງເຊກອງ ເລັ່ງເຜີຍແພ່ ເອກກະສານ ປະກາດຂຶ້ນທະບຽນ ຄົນງານຕ່າງປະເທສ ຄັ້ງທີ 2 ແລະອອກບັດເຮັດວຽກ ຊົ່ວຄາວ ໄປຕາມບ້ານ ຕາມເມືອງຕ່າງໆ ໃຫ້ແລ້ວກ່ອນຈະໝົດກຳນົດ ໃນວັນທີ 30 ພຶສຈິກາ 2017 ຕາມຄຳສັ່ງ ຂອງ ຣັຖບາລ ສປປລາວ. ຄົນງານຕ່າງປະເທສ ທີ່ເຂົ້າມາເຮັດວຽກ ຢູ່ຕາມເມືອງຕ່າງໆ ຂອງແຂວງເຊກອງ ນີ້ມີປະມານ 2,000 ຄົນຕາມ ຈໍານວນ ທີ່ມາຂຶ້ນທະບຽນໄວ້ ໃນປີ 2016. ດັ່ງເຈົ້າໜ້າທີ່ແຂວງເຊກອງ ເວົ້າໃນມື້ວັນທີ 3 ພຶສຈິກາ ນີ້ວ່າ:
"ດຽວນີ້ໄທເຮົາກໍຍັງມີແຕ່ແຈ້ງໃຫ້ແຕ່ລະບ້ານ ແຕ່ລະເມືອງຫັ້ນເນາະ ໃຫ້ຂະເຈົ້າມາຂຶ້ນບັນຊີ ອອກບັດ ອະນຸຍາດ ມັນມີຄົນວຽດນາມແນ່ ຄົນຈີນແນ່ ເພາະວ່າຊ່ວງນີ້ ແມ່ນແຈ້ງຕໍ່ແຕ່ລະບ້ານ ລົງໄປເອົາຂໍ້ມູນລະອຽດ ເພາະວ່າຣັຖບາລ ມອບໃຫ້ວ່າຮອດວັນທີ 30 ເດືອນ 11 ໃຫ້ຂຶ້ນໃຫ້ສຳເຣັດ ດ້ວຍຕົວເອງ ຜູ້ບໍ່ມາ ປັບກໍແມ່ນຂແນງກ່ຽວຂ້ອງ ຫາກວ່າມີອີ່ຫຍັງພົບເຫັນ ຄືເພີ່ນວ່າຫັ້ນແຫລະ ຣະບຽບການ".
ທ່ານກ່າວຕື່ມວ່າ ການຂຶ້ນທະບຽນຄົນງານຕ່າງປະເທສ ແລະອອກບັດເຮັດວຽກຊົ່ວຄາວ ໃຫ້ຄັ້ງທີ 2 ຢູ່ແຂວງເຊກອງນີ້ ໄດ້ເປີດໃຫ້ຂຶ້ນ ມາ ຕັ້ງແຕ່ ມື້ວັນທີ 29 ສິງຫາ ແລະ ຈະສິ້ນສຸດລົງ ໃນມື້ວັນທີ 30 ພຶສຈິກາ ນີ້. ມີຄົນງານຕ່າງປະເທສ ມາຂຶ້ນທະບຽນ ແລ້ວ 70% ຂອງ ຈຳນວນທັງໝົດ ແລະຄາດວ່າພວກເຂົາ ທັງໝົດ ຈະມາຂຶ້ນທະບຽນ ໄດ້ຕາມກຳນົດເວລາ ທີ່ໄດ້ວາງໃຫ້. ທ່ານເວົ້າວ່າ ຖ້າກາຍກຳນົດໄປ ແລ້ວ ຫາກກວດພົບຜູ້ໃດ ບໍ່ມີໃບອະນຸຍາດ ເຮັດວຽກຊົ່ວຄາວ ຜູ້ນັ້ນຈະຖືກປັບໃໝ ຕາມຣະບຽບການ ໂດຍບໍ່ມີການຍົກເວັ້ນ.
ໃນປີ 2016 ແຂວງເຊກອງ ຂຶ້ນທະບຽນຄົນງານຕ່າງປະເທສ ໄດ້ເກືອບເຖິງ 2,000 ຄົນ. ໃນນັ້ນຊາຍ 1,500 ປາຍຄົນ ແລະຍິງ 400 ປາຍຄົນ. ໃນຈຳນວນທີ່ວ່ານັ້ນ ມີຄົນວຽດນາມ 1,800 ປາຍຄົນ, ຄົນຈີນ 100 ປາຍຄົນ ແລະຄົນໄທ 40 ປາຍຄົນ. ຄົນງານ ສ່ວນໃຫຍ່ ເຮັດວຽກ ຢູ່ສວນຢາງພາຣາ ແລະໂຮງງານ ຄັດແຍກສາລີ.