ຕລາດຫຸ້ນລາວ ວາງແຜນຂຍາຍໂຕ


2013.06.24
f-lao-exchange ຕລາດຫລັກຊັພລາວ ທີ່ ນະຄອນຫລວງວຽງຈັນ
RFA

 

ຕລາດ ຫຸ້ນລາວ ມີເປົ້າຫມາຍ ຈະຍົກ ຣະດັບ ຂຍາຍ ການແລກປ່ຽນ ດ້ວຍ ການ ດຶງດູດ ໃຫ້ ຫລາຍ ບໍຣິສັດ ເຂົ້າມາ ຂາຍຫຸ້ນ.

ຕລາດ ຫຸ້ນ ລາວ ກຳລັງ ສົ່ງເສີມ ການຊື້ຫຸ້ນ ແກ່ ນັກລົງທຶນ ທ້ອງຖິ່ນ ໃນລາວ ແລະ ບໍຣິສັດ ທີ່ ມີທ່າອ່ຽງສູງ ໃນການເຂົ້າມາ  ຂາຍຫຸ້ນ ເພຶ່ອ ຈຸດປະສົງ ຍົກຣະດັບ ການຊື້ ຂາຍຫຸ້ນ ໂດຍສະເຣັ່ຽ ໃນແຕ່ລະມື້ ໃຫ້ໄດ້ ນຶ່ງລ້ານຫຸ້ນ ຈາກ 80 ພັນ ຫຸ້ນ ໃນ ປັດຈຸບັນ.

ທ່ານ ຟັກ Hojeong ຮອງ ປະທານ ແລະ ຫົວຫນ້າ ບໍຣິຫານ ຕລາດຫຸ້ນ ລາວ ເວົ້າ ວ່າງຫລັງໆ ມານີ້ວ່າ ພາຍໃນປີ 2016 ບໍຣິສັດ ທີ່ ຈະເຂົ້າມາ ລົງທະບຽນ ຂາຍຫຸ້ນ ໃນຕລາດ ຫຸ້ນລາວ ຈະມີເຖິງ 10 ບໍຣິສັດ ຈາກ 2 ບໍຣິສັດໃນ ປັດຈຸບັນ.

ທ່ານວ່າ ຕລາດ ຫຸ້ນລາວ ໃນ ປັດຈຸບັນ ໄດ້ເຮັດວຽກ ຮ່ວມກັບ ພາກສ່ວນ ອຶ່ນໆ ໃນການ ໃຫ້ຄວາມຮູ້ ແກ່ຊຸມຊົນ ກ່ຽວກັບ ຕລາດຫຸ້ນ ໂດຍຜ່ານ ກິຈກັມ ຕ່າງໆ ໃນນັ້ນ ຮ່ວມດ້ວຍ ການ ສັມມະນາ ແມ້ແຕ່ເຂດ ຊົນນະບົດ ກໍໄດ້ ສິດສອນ. ທ່ານເບີ່ງເຫັນ 50 ບໍຣິສັດ ແລະ ຣັຖວິສາຫະກິດ ໃນລາວ ທີ່ ມີທ່າອ່ຽງສູງ ໃນການ ເຂົ້າມາ ຂາຍຫຸ້ນ. ທ່ານວ່າ ອຸປສັກ ນຶ່ງ ໃນການ ຊື້ຫຸ້ນ ແລະ ຂາຍຫຸ້ນ ໃນຕລາດ ຫລັກຊັບ ລາວ ແມ່ນ ການຂາດ ຄວາມເຂົ້າໃຈ ຣະຫວ່າງ ນັກລົງທຶນ ພາຍໃນ ແລະ ປະຊາຊົນ ຈຶ່ງເປັນ ການຍາກ ທີ່ ຈະຊັກຊວນ ໃຫ້ຫລາຍ ບໍຣິສັດ ແລະ ຣັຖວິສາຫະກິດ ມາ ລົງທະບຽນ ຂາຍຫຸ້ນ ໃນຕລາດ ຫລັກຊັບ.

ຕລາດຫລັກຊັບ ລາວ ແມ່ນການ ຮ່ວມຫຸ້ນ ຣະຫວ່າງ ເກົາຫລີໃຕ້ ກັບ ຣັຖບານ ລາວ ໄດ້ເປີດ ກິຈການ ໃນວັນທີ 1 ເດືອນຕຸລາ ປີ 2010 ແລະ ໄດ້ເລີ້ມ ຂາຍຫຸ້ນ ໃນເດືອນ ມົກຣາ ປີ 2011 ເທົ່າເຖິງ ປັດຈຸບັນ ມີແຕ່ສອງ ບໍຣິສັດ ລົງທະບຽນ ຂາຍຫຸ້ນ ດັ່ງ ທະນາຄານ ການຄ້າ ຂາເຂົ້າ ຂາອອກ ແລະ ຣັຖວິສາຫະກິດ ໄຟຟ້າ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.