ຂ.ສວັນນະເຂດ ຈະພາດເປົ້າ ລາຍຮັບ
2017.07.28
ເຈົ້າຫນ້າທີ່ຜແນກການເງິນ ແຂວງສວັນນະເຂດ ເວົ້າວ່າທາງແຂວງ ຈະບໍ່ສາມາດ ເກັບລາຍຮັບ ໄດ້ຕາມເປົ້າຫມາຍ ທີ່ຣັຖບານ ຕັ້ງໄວ້ ປະມານ 600 ຕື້ກີບ ໃນສົກ ງົບປະມານ ປີນີ້, ຍ້ອນວ່າສະພາບ ເສຖກິດໃນແຂວງ ເປັນຕົ້ນ ການສົ່ງອອກສິນຄ້າ ການທ່ອງທ່ຽວ ແລະ ການລົງທຶນ ຈາກຕ່າງປະເທດ ບໍ່ຄືບຫນ້າ ຈຶ່ງຄາດວ່າຈະ ເກັບລາຍຮັບ ຂອງປີນີ້ ໄດ້ພຽງ 542 ຕື້ກີບ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:
"ຈະປະຕິບັດໄດ້ຊ່ຳນີ້ ພັດປີຫນ້າມາເພິ່ນຂຶ້ນ ຄືກະໂດດຂຶ້ນ ຄືຜ່ານມາພວກເຮົາ ກໍປະຕິບັດໄດ້ຄື 400 ກວ່າເນາະ ມາຮອດປີນີ້ ມາຮອດ 600 ພຸ້ນນະ ເພີ້ມຂຶ້ນ 100 ກວ່າຕື້ ມັນກໍເກີນ ຄວາມສາມາດ ກະບໍ່ຕິດອກ ແຕ່ວ່າ ເຮົາເວົ້າໃຫ້ເຫັນ ສະພາບການ ວ່າເຮົາປະຕິບັດ ບໍ່ໄດ້ແຜນ".
ທ່ານກ່າວຕື່ມວ່າ ຖ້າຢາກໃຫ້ແຂວງສາມາດ ເກັບໄດ້ຕາມເປົ້າຫມາຍ ຂອງຣັຖບານ ແຂວງກໍຕ້ອງ ໄດ້ເປີດປະມູນໄມ້ ທີ່ຍຶດໄດ້ ໃນມູນຄ່າ ຢ່າງນ້ອຍ 70 ຕື້ກີບ ຊື່ງເປັນໄປໄດ້ ຍາກ ເພາະໄມ້ ສ່ວນຫລາຍ ເປັນໄມ້ເກົ່າ, ບໍຣີສັດປຸງແຕ່ງໄມ້ ອາດຈະບໍ່ມາປະມູນ ນອກຈາກນັ້ນ ບໍຣິສັດ ປຸງແຕ່ງໄມ້ ສ່ວນໃຫຍ່ ໄດ້ປິດກິຈການ ໄປແລ້ວ.
ໃນແຂວງອື່ນໆເປັນຕົ້ນ ແຂວງໄຊຍະບູຣີ ເຈົ້າຫນ້າທີ່ ຈາກແຂວງດັ່ງກ່າວ ເວົ້າວ່າ ແຂວງໄຊຍະບູຣີ ສາມາດເກັບລາຍຮັບ ໄດ້ຕາມເປົ້າ ຫມາຍຂອງຣັຖບານ ທີ່ຕັ້ງໄວ້ປະມານ 205 ຕື້ກີບ ຖ້າຫາກຣັຖບານ ອະນຸຍາດ ໃຫ້ແຂວງ ເກັບພາສີອາກອນ ທັງຫມົດ ຈາກ ບໍຣິສັດ ຫົງສາລິກໄນ ທີ່ເປີດໂຮງງານ ຢູ່ໃນແຂວງ, ຊຶ່ງ ປັດຈຸບັນ ຣັຖບານ ເປັນຜູ້ເກັບ ພາສີອາກອນ ຈາກບໍຣິສັດ ດັ່ງກ່າວ. ດັ່ງເຈົ້າຫນ້າທີ່ ການເງີນ ແຂວງໄຊຍະບູຣີ ທ່ານນຶ່ງເວົ້າວ່າ:
"ຕົວເລກຂອງແຂວງ ເພິ່ນມອບໃຫ້ປີນີ້ ຕາມແຜນ 205 ຕື້ ສະເພາະລາຍຮັບ ສ່ວນອາກອນ ບໍ່ຮວມລາຍຮັບ ພາກສ່ວນອື່ນ ຂໍ້ມູນທີ່ ພວກເຮົາສຳຣວດ ຕາມສຖິຕິ ປະມານ 186 ຕື້ ຕາມການສຳຣວດ ລາຍຮັບດັ່ງກ່າວນັ້ນ ຄັນຖ້າເພິ່ນ ມອບໃຫ້ຫມົດ ສ່ວນທີ່ມັນເກີດຂື້ນ ກັບທ້ອງຖິ່ນ ສະເພາະ ແຂວງພວກເຮົາ ກໍອາດສິເຮັດໄດ້ ຕາມແຜນ".
ເຖິງຢ່າງໃດກໍຕາມ ທາງການລາວ ໄດ້ຕັ້ງເປົ້າຫມາຍໄວ້ວ່າ ໃຫ້ທຸກແຂວງທົ່ວປະເທດ ໂດຍຮວມ ເກັບພາສີອາກອນ ໃຫ້ໄດ້ 23 ພັນຕື້ກີບ ໃນທ້າຍສົກ ງົບປະມານ ປີນີ້ ວັນທີ 30 ເດືອນກັນຍາ.