ເຂື່ອນເຊລະນອງ 1 ກຽມຍ້າຍ ປະຊາຊົນ

ຣະບົບໄຟຟ້າ ເຂົ້າບ້ານ ຈັດສັນໃໝ່ ໃຫ້ປະຊາຊົນ 2 ບ້ານ ຢູ່ເມືອງນອງ ແຂວງສະຫວັນນະເຂດ.
ຣະບົບໄຟຟ້າ ເຂົ້າບ້ານ ຈັດສັນໃໝ່ ໃຫ້ປະຊາຊົນ 2 ບ້ານ ຢູ່ເມືອງນອງ ແຂວງສະຫວັນນະເຂດ. (ຮູບພາບຈາກ : ນັກຂ່າວພົລເມືອງ)

0:00 / 0:00

ທາງການແຂວງສວັນນະເຂດ ກຽມໂຍກຍ້າຍ ປະຊາຊົນ 2 ບ້ານ ຢູ່ເມືອງນອງ ແຂວງສວັນນະເຂດ ໄປຢູ່ບ້ານຈັດສັນໃໝ່ ໃນເດືອນ ພຶສພານີ້ ຄື ບ້ານລະເບົານໍ້າ 56 ຄອບຄົວ ແລະ ບ້ານລ່ອຍນໍ້າ 32 ຄອບຄົວ ຮວມທັງໝົດ 88 ຄອບຄົວ, 487 ຄົນ, ທີ່ຖືກຜົລກະທົບ ຈາກ ໂຄງການເຂື່ອນເຊລະນອງ 1 ຂອງ ບໍຣິສັດ ຈີນ, ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 22 ກຸມພາ ນີ້ວ່າ:

“ເຈົ້າຍັງບໍ່ທັນຍ້າຍເທື່ອ ເພາະວ່າ ດຽວນີ້ ຂະເຈົ້າ ຍັງກໍ່ສ້າງເຮືອນ ບ່ອນສະຖານທີ່ ຍ້າຍໄປບໍ່ທັນແລ້ວ ເພີ່ນວ່າ ໃຫ້ທັນກ່ອນ ເດືອນ 5 ສິຮອດນີ້ ມັນເປັນ 2 ຄຸ້ມເນາະ ມັນບໍ່ຮອດ 100 ຊໍ້າ ພື້ນຖານໂຄງຮ່າງກໍ່ສ້າງຢູ່.”

ທ່ານເວົ້າຕື່ມວ່າ ເຈົ້າຂອງ ໂຄງການ ເຂື່ອນເຊລະນອງ 1 ເຣີ່ມສ້າງບ້ານຈັດສັນ 88 ຫຼັງ, ໂຮງຮຽນ 1 ຫຼັງ, ສຸຂສາລາ 1 ຫຼັງ, ພ້ອມໂຄງຮ່າງພື້ນຖານ ເປັນຕົ້ນ ຖນົນຫົນທາງ, ໄຟຟ້າ, ນໍ້າປະປາ ມາແຕ່ຕົ້ນປີນີ້ ຄາດວ່າ ຈະກໍ່ສ້າງແລ້ວ ພາຍໃນເດືອນພຶສພານີ້ ເພື່ອໃຫ້ທັນ ແຜນການໂຍກຍ້າຍ ປະຊາຊົນ ທັງສ່ວນການຈັດສັນ ເນື້ອທີ່ດິນ ໃຫ້ປະຊາຊົນ ທາງການ ກຳນົດ ໃຫ້ 3 ເຮັກຕາ​ຣ໌ ຕໍ່ ຄອບຄົວ.

ປັດຈຸບັນ ໂຄງການເຂື່ອນເຊລະນອງ 1 ກໍ່ສ້າງໄປແລ້ວ 80% ແລະ ຈະເຣີ້ມທົດລອງຕັນນໍ້າ ໃນທ້າຍເດືອນ ພຶສພານີ້ ເພື່ອປະເມີນ ຣະດັບ ນໍ້າເຊລະນອງ ເໜືອເຂື່ອນ ແລະ ທ້າຍເຂື່ອນ ຈະເພີ່ມຂຶ້ນ ຫຼື ຈະຫຼດລົງ ຫຼາຍປານໃດ.

“ຍັງໆ ບໍ່ແລ້ວເພິ່ນໃຫ້ທັນທົດນໍ້າ ຕອນເດືອນ 5 ນີ້ແຫຼະ ຕາມແຜນການ ແຕ່ວິສິຊ້າໄວ ກໍ່ເບິ່ງຕາມໂຕຈີງ ອີກໂຕນີ້ ເຈົ້າມັນຍົກຣະດັບເດ້ ແຕ່ກ່ອນ ມັນມີ ເຊລະນອງ 2 ແລ້ວບາດນີ້ ມັນຍົກຣະດັບຂຶ້ນ ເຊລະນອງ 2 ເປັນໂມຄະ ເປັນເຊລະນອງ 1 ຂຶ້ນ ຊື່ບໍຣິສັດ ກໍ່ສ້າງເຊລະນອງ 1 ເລີຍກໍ່ໄດ້.”

ໂຄງການເຂື່ອນໄຟຟ້າ ເຊລະນອງ 1, ຂນາດ 70 ເມກາວັດ, ມີມູນຄ່າການກໍ່ສ້າງ 150 ລ້ານໂດລາສະຫະຣັຖ ພາຍໃຕ້ ຊື່ບໍຣິສັດ ເຂື່ອນໄຟຟ້າ ເຊລະນອງ 1 ເຣີ້ມສ້າງ ມາແຕ່ປີ 2017 ຄາດວ່າ ຈະໃຫ້ສຳເຣັດໃນປີ 2022.