ພະນັກງານ ມ.ອຸທຸມພອນ ຂໍເງິນຄືນ
2018.12.13
ພະນັກງານຣັຖກອນຂແນງການຕ່າງໆ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ຮຽກຮ້ອງຂໍເງິນ ທີ່ທາງການເກັບຈາກ ພະນັກງານຣັຖ ທຸກຄົນ ຄົນລະ 1 ແສນກີບ ເພື່ອໄປສລອງວັນສ້າງຕັ້ງ ກອງທັບ ນັ້ນຄືນຫຼັງຈາກທາງເມືອງ ໄດ້ອອກແຈ້ງການສະບັບໃໝ່ ໃຫ້ຍົກເລີກ ການເກັບເງິນ ສຳລັບວັນດັ່ງກ່າວນັ້ນແລ້ວ, ດັ່ງຄຳເວົ້າຂອງເຈົ້າໜ້າທີ່ ເມືອງອຸທຸມພອນ ຜູ້ບໍ່ປະສົງອອກຊື່ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ທັນວາ ນີ້ວ່າ:
“ເກັບແລ້ວ ເກັບໄປແລ້ວ ແລ້ວກໍເງິນຫັ້ນ ກໍຖອກໄປແລ້ວເນາະ ແຕ່ວ່າໄດ້ເຫັນຢູ່ວ່າແຈ້ງການ ໃຫ້ຍົກເລີກການເກັບເນາະ ແຕ່ວ່າຈຳນວນ ເງິນ ທີ່ຈ່າຍໄປແລ້ວຫັ້ນຍັງບໍ່ໄດ້ຄືນ ຕອນທຳອິດກໍໍຮູ້ສຶກດີຢູ່ວ່າໂອ່ສິໄດ້ເງິນຄືນ ແຕ່ກໍ່ຍັງບໍ່ຮູ້ວ່າ ຣາຍລະອຽດສິສລຸບ ອອກມາແນວໃດ ຍັງບໍ່ໄດ້ໃຫ້ຄືນເງິນເລີຍໄດ໋.”
ທ່ານກ່າວວ່າ ເມື່ອທ້າຍເດືອນພຶສຈິກາ ທີ່ຜ່ານມາ ອຳນາດການປົກຄອງເມືອງ ໄດ້ອອກໜັງສືແຈ້ງການ ໃຫ້ເກັບເງິນພະນັກງານຣັຖ ທຸກຂແນງການຄົນລະ 1 ແສນກີບ ເພື່ອໄປສລອງວັນຊາດ ແລະວັນສ້າງຕັ້ງກອງທັບ, ແຕ່ຫຼັງຈາກມີຫາງສຽງຈາກ ພະນັກງານຣັຖ ສ່ວນຫຼາຍບໍ່ພໍໃຈ ທີ່ຖືກເກັບເງິນ ຍ້ອນຂະເຈົ້າ ເງິນເດືອນໜ້ອຍຢູ່ແລ້ວ ແລະການສລອງວັນດັ່ງກ່າວ ກໍບໍ່ໄດ້ຍິ່ງໃຫຍ່ ຄືກັບຈຳນວນເງິນ ທີ່ເກັບຈາກພະນັກງານທຸກຄົນໄປ.
ຕໍ່ມາບໍ່ດົນ ອຳນາດການປົກຄອງເມືອງ ຈຶ່ງອອກແຈ້ງການສະບັບໃຫມ່ ໃນວັນທີ 10 ທັນວາ ນີ້ວ່າໃຫ້ຍົກເລີກການເກັບເງິນຈາກພະນັກງານ ແລະປະຊາຊົນ ເພື່ອໃຊ້ສລອງວັນ 2 ມື້ດັ່ງກ່າວ, ແຕ່ເຖິງແມ່ນວ່າ ແຈ້ງການດັ່ງກ່າວ ຈະອອກມາໄດ້ 3 ມື້ແລ້ວ ມາຮອດປັດຈຸບັນ ກໍຍັງ ບໍ່ມີພາກສ່ວນໃດຊີ້ແຈງ ເຣື່ອງການສົ່ງເງິນນັ້ນຄືນເລີຍ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຂແນງການເງິນ ຢູ່ເມືອງອຸທຸມພອນ ທ່ານນຶ່ງ ໃຫ້ເຫດຜົນວ່າ ເຣື່ອງການສົ່ງເງິນຄືນນັ້ນ ຈະຄືນໃຫ້ ແຕ່ວ່າ ຕ້ອງໄດ້ລໍໍຖ້າໄປກ່ອນ ສ່ວນວ່າເປັນຫຍັງ ຕ້ອງເກັບເງິນຫຼາຍນັ້ນ ທ່ານວ່າ ເປັນເງິນຄ່າງານພິເສດຕ່າງໆ ບໍ່ແມ່ນສະເພາະ ເງິນສລອງມື້ ສຳຄັນຊື່ໆ ດັ່ງທ່ານກ່າວວ່າ:
“ປີນີ້ມັນມີຫຼາຍວຽກງານຫັ້ນນາ ກໍ່ເລີຍວ່າ ບໍ່ຢາກເກັບຫຼາຍເທື່ອ ແລ້ວກໍ່ເລີຍວ່າລະດົມ ໃຫ້ເກັບເທື່ອດຽວ ຈຳນວນແສນນຶ່ງເພາະວ່າມັນມີ ຫຼາຍວຽກງານເນາະ ບໍ່ວ່າຈະເປັນກອງປະຊຸມໃຫຍ່ຂອງເມືອງ ແລ້ວກໍບຸນວັນຊາດທີ່ 2 ທັນວາ ແລ້ວກໍ່ບຸນ ວັນທີ 20 ມັງກອນ ບວກກັບ ປີທ່ອງທ່ຽວ ທີ່ແຂວງສວັນນະເຂດ ເຮົາເປັນເຈົ້າພາບນຳເດ້.”
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ຂະເຈົ້າກໍເຂົ້າໃຈ ພະນັກງານຂແນງການອື່ນໆບໍ່ພໍໃຈ ທີ່ຖືກເກັບເງິນ ແຕ່ເຈົ້າເມືອງ, ຮອງເຈົ້າເມືອງ ແລະ ພວກຂະເຈົ້າ ທີ່ແມ່ນຂແນງການກ່ຽວຂ້ອງ ການເກັບເງິນໂຕນີ້ ກໍຖືກເກັບຄືກັນ ກໍຢາກໃຫ້ພະນັກງານຂແນງອື່ນ ລໍຖ້າໄປກ່ອນ ຫຼັງຈາກ ພາກສ່ວນກ່ຽວຂ້ອງ ປະຊຸມກັນແລ້ວໃນມື້ວັນຈັນ ຈຶ່ງຈະສລຸບວ່າຈະສົ່ງເງິນຄືນໃຫ້ມື້ໃດ ແລະຄືນເທົ່າໃດ.
ເພື່ອຂໍຄວາມກະຈ່າງແຈ້ງກ່ຽວກັບເຣື້ອງນີ້, ໃນມື້ວັນທີ 13 ທັນວານີ້ ວິທຍຸເອເຊັຍເສຣີໄດ້ ໂທຣະສັບຂໍສໍາພາດ ທ່ານ ຈະເລີນ ເຢຍເປົາເຮີ ຣັຖມົນຕຼີປະຈຳຫ້ອງການ ສຳນັກງານນາຍົກຣັຖມົນຕຼີ ແລະ ທັງເປັນໂຄສົກຣັຖບານ, ແຕ່ທ່ານຕອບວ່າ ມັນບໍ່ແມ່ນ ດອກ ແລະເມື່ອນັກຂ່າວ ຖາມຢໍ້າຄຳຖາມເກົ່າອີກຄັ້ງ ທ່ານ ກໍຕອບວ່າ ຄາປະຊຸມ.