ເດັກນ້ອຍລາວໄປເຮັດວຽກ ຢູ່ໄທ
2016.10.09
ປັດຈຸບັນ ເດັກນ້ອຍ ແມ່ຍິງ ແຂວງ ສາຣະວັນ ອາຍຸ ຫລຸດ 18 ປີ ຍັງພາກັນ ໄປເຮັດວຽກ ຢູ່ ປະເທດໄທ ເຖິງຈະມີ ຄວາມສ່ຽງ ຕໍ່ການ ຕົກເປັນ ຜູ້ເຄາະຮ້າຍ ຂອງການ ຄ້າມະນຸດ ກໍຕາມ ຍ້ອນວ່າ ຄອບຄົວ ທຸກຍາກ ລໍາບາກ.
ພວກເຂົາເຈົ້າ ລັກລອບ ໄປເຮັດວຽກ ຢູ່ໄທ ໃນຂນະທີ່ ອາຍຸ ບໍ່ເຖິງ 18 ປີ ຕາມກໍານົດ ກົດໝາຍ ແຮງງານ, ພວກເຂົາເຈົ້າ ຖືກບັງຄັບ ໃຊ້ແຮງງານ ແລະ ຖືກເອົາລັດ ເອົາປຽບ ຈາກ ນາຍຈ້າງ ຕ່າງໆນາໆ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງ ສາລະວັນ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ເມື່ອວັນທີ 7 ຕຸລາ ນີ້:
"15, 16, 17 ໄປແລ້ວລະ ບາງຄົນຮຽນ ບໍ່ທັນຈົບ ພໍ່ແມ່ນີ້ ກໍຢາກໃຫ້ໄປ ຫາເງິນນີ້ ກໍໄປແລ້ວ ໄປເຮັດນໍາ ຮ້ານອາຫານ ໄປເຮັດ ພວກກັມມະກອນ ແນວນີ້ນະ ຕ້ອງໄປ ດ້ວຍຄວາມ ສມັກໃຈ ແລະ ສ່ວນຫຼາຍ ເຂົາຈະໄປເອງ ໄປຊອກຫາເງິນ ຊ່ວຍຄອບຄົວ ຈັ່ງຊີ້ນະ ທີ່ຖືກຕົວະ ກໍມີ ທີ່ກັບມາ ແຕ່ຕົວເປົ່າ ກໍມີ".
ທ່ານ ກ່າວຕື່ມວ່າ ການລັກລອບໄປ ເຮັດວຽກຢູ່ໄທ ຂອງເດັກນ້ອຍ ແມ່ຍິງ ອາຍຸ ບໍ່ຮອດ 18 ປີ ມີມາ ແຕ່ດົນແລ້ວ ຢູ່ທຸກເມືອງ ໃນແຂວງ ສາລະວັນ; ແຕ່ລະປີ ມີຈໍານວນ ເພີ່ມຂຶ້ນ ນໍາເລື້ອຍໆ ເນື່ອງຈາກວ່າ ຫາວຽກເຮັດ ຢູ່ລາວ ຍາກຫຼາຍ, ຄ່າແຮງງານ ທີ່ໄດ້ ກໍບໍ່ພໍ ລ້ຽງ ຄອບຄົວ ແລະ ຄ່າຮຽນ ຂອງຕົນ, ເຮັດໃຫ້ ພວກເຂົາເຈົ້າ ສ່ວນຫຼາຍ ຈຶ່ງຍອມສ່ຽງ ເຮັດ ທຸກວິທີ ເພື່ອໃຫ້ໄດ້ ອອກຈາກ ແດນລາວ ໄປເຖິງໄທ ເພື່ອຊອກຫາ ວຽກເຮັດ ໃນຂນະທີ່ ບາງຄົນ ກໍຮູ້ວ່າ ຕົວເອງ ຖືກຕົວະຕົ້ມ ແຕ່ ກໍຍອມໄປ ກັບນາຍໜ້າ ຄົນລາວ ທີ່ເປັນຜູ້ ຊອກຫາ ວຽກງານໃຫ້.
ທ່ານວ່າ ທີ່ຜ່ານມາ ທາງການລາວ ກໍພຍາຍາມ ແກ້ໄຂບັນຫາ ດັ່ງກ່າວ ໂດຍ ໃຫ້ຄວາມຮູ້ ແລະ ຕັກເຕືອນ ຕາມຊຸມຊົນ ວ່າຄົນອາຍຸ ບໍ່ຮອດ 18 ປີ ຈະເຮັດໃບ ອະນຸຍາດ ເຮັດວຽກ ຢູ່ ຕ່າງປະເທດ ບໍ່ໄດ້. ພ້ອມກັນນັ້ນ ກໍໄດ້ກວດກາ ຕາມດ່ານ ຊາຍແດນ ຢ່າງເຂັ້ມງວດ ແຕ່ກໍບໍ່ ປະສົບ ຜົລສໍາເຣັດ:
"ຝັ່ງໄທນີ້ ກໍບໍ່ໄດ້ ຄ່ອຍດີປານໃດ ບາງຄົນ ກໍວ່າໄດ້ ຮ້ອຍກວ່າໆ ຕໍ່ວັນນີ້ນະ 110 120 ບາດນີ້ແຫຼະ ເພິ່ນວ່າ ຍັງມີໄປເສັຽ ຄ່າຫ້ອງ ຄ່າເຊົ່າ ອີກເຂົາກໍວ່າ ເຈົ້າຂອງ ຈ້າງງານ ກໍກົດ ອີກນໍ໊ ເຂົາກໍວ່າ ບໍ່ໄດ້ ວ່າຈະໄປ ເຮັດວຽກ ເຮັດງານ ເຂົາກໍວ່າ ສິໄປ ຫາພີ່ ຫານ້ອງ ໄປຢາມພີ່ ຢາມນ້ອງ ຈັ່ງຊີ້ນະ ໄປຫລີ້ນ ໄປທ່ຽວ ຈັ່ງຊີ້ ແຕ່ທີຈິງ ເຂົາກໍໄປ ເຮັດວຽກ ມັນກໍເຮົາ ກໍຫ້າມ ເຂົາບໍ່ໄດ້ ເນາະ".
ເພື່ອແກ້ໄຂບັນຫາ ດັ່ງກ່າວ ເຈົ້າໜ້າທີ່ ແຮງງານລາວ ບອກວ່າ ຈະມີ ເຈົ້າໜ້າທີ່ ໄປອົບຮົມ ພວກເຂົາເຈົ້າ ໃຫ້ຮູ້ເຖິງ ເຣື່ອງການ ຄ້າມະນຸດ, ການ ໄປເຮັດວຽກ ປອດພັຍ, ຖືກຕ້ອງ ຕາມຣະບຽບ ກົດໝາຍ.