ມ.ສນາມໄຊຍ້າຍອົພຍົບ ເຂົ້າເຮືອນ ຊົ່ວຄາວ

ໄຊຍາ
2018.11.07
F-bounhom ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສນາມໄຊ ແຂວງອັດຕະປື
RFA/PN

ທ່ານ ບູນໂຮມ ພົມມະສານ ເຈົ້າເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ສື່ມວລຊົນກະແສຫຼັກ ໃນອາທິດຜ່ານມາ ວ່າການຍົກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກເຂືື່ອນແຕກ ທີ່ອາສັຍຢູ່ຕາມເຕັ້ນພັກຊົ່ວຄາວ ໃນເທສບານເມືອງສນາມໄຊ ແລະຕາມຈຸດຕ່າງໆນັ້ນ ຈະໃຫ້ສຳເຣັດພາຍໃນເດືອນນີ້. ດັ່ງທ່ານໄດ້ກ່າວວ່າ:

"ຖືວ່າມີຄວາມລຳບາກ ພໍສົມຄວນສຳລັບຈຸດດົງບາກ ແມ່ນສຳເຣັດ 100% ແລ້ວ ສຳລັບການຈັດພິທີທາງສາສນາ ຂຶ້ນຢູ່ບ້ານພັກຊົ່ວຄາວ ດົງບາກ ສໍາເຣັດແລ້ວ ຍ້າຍປະຊາຊົນ ໂດຍສະເພາະສອງບ້ານ ບ້ານທ່າຫີນ ແລະບ້ານໃໝ່ ມາຢູ່ສູນດັ່ງກ່າວ ສຳລັບ ບ້ານທ່າຫີນ ຖືວ່າ ສຳເຣັດ 100% ຢູ່ໃນຈຳນວນ 200 ປາຍຄອບຄົວ ຈຳນວນ 953 ຄົນ."

ທ່ານອະທິບາຍຕື່ມວ່າ ສ່ວນບ້ານໃໝ່ ທີ່ຍັງເຫລືອຈາກ ສູນຫາດຍາວ ຈຳນວນ 630 ຄອບຄົວນັ້ນແມ່ນຍ້າຍເຂົ້າມາແລ້ວ 38 ຄອບຄົວ ເຫລືອນັ້ນ ແມ່ນຍັງສືບຕໍ່ເອົາເຂົ້າມາຕື່ມ.

ສ່ວນບ້ານທ່າຫີນ ຍ້າຍໄດ້ສຳເຣັດທັງໝົດ ພາຍຫລັງທີ່ໄດ້ຍ້າຍປະຊາຊົນ ຈຳນວນ 250 ປາຍຄອບຄົວ ເຂົ້າຢູ່ຈຸດດົງບາກ ຮຽບຮ້ອຍແລ້ວ ເຊິ່ງມີເຮືອນພັກຊົ່ວຄາວ 45 ຫລັງ ຮວມ 360 ຫ້ອງ ແລະ ບ້ານໃໝ່ຍັງຈຳນວນນ້ອຍນຶ່ງ. ນອກຈາກນັ້ນຍັງມີກຸ່ມ ໂຄກກອງ ທີ່ເຮືອນຖືກ ເພພັງໄຫລນໍ້າ ຈຳນວນນຶ່ງ ສິຍ້າຍເຂົ້າໄປຢູ່ຫັ້ນຕື່ມ.

ປັດຈຸບັນ ເຮືອນພັກຊົ່ວຄາວ ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ປະກອບມີ 5 ຈຸດຄື ໂຮງຮຽນປະຖົມບ້ານຫາດຍາວ, ຈຸດດົງບາກເຊີ່ງຈຸດນີ້ ໄດ້ຈັດສັນເຂົ້າຢູ່ຮຽບຮ້ອຍແລ້ວ ສ່ວນອີກ 3 ຈຸດຄື ບ້ານຕຳມໍຢອດ ບ້ານດອນບົກ ແລະ ບ້ານປີ່ນດົງ ຈະສືບຕໍ່ຍົກຍ້າຍໃຫ້ສຳເຣັດ ພາຍໃນ ເດືອນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.