ຜູ້ປະສົບພັຍເຂື່ອນແຕກ ຢູ່ຢ່າງ ລໍາບາກ

ສຸພັດຕາ
2018.11.30
ປັດຈຸບັນ ຜູ້ປະສົບພັຍ ເຂື່ອນ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ເມືອງສນາມໄຊ ມີຊີວິດການເປັນຢູ່ ຫຍຸ້ງຍາກ ລຳບາກຫຼາຍ ຍ້ອນບໍ່ມີບ່ອນ ທຳມາຫາກິນ
RFA/ເສີມສະຫວັນ

ປັດຈຸບັນ ຜູ້ປະສົບພັຍເຂື່ອນ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ເມືອງສນາມໄຊ ມີຊີວິດການເປັນຢູ່ຫຍຸ້ງຍາກ ລຳບາກຫຼາຍ ຍ້ອນບໍ່ມີບ່ອນ ທຳມາຫາກິນ, ບໍ່ມີອາຊີບ ຕ້ອງລໍຖ້າແຕ່ ພັກ-ຣັຖ ຢາຍໃຫ້ຈຶ່ງໄດ້ກິນ. ດັ່ງປະຊາຊົນ ເມືອງສນາມໄຊ ນາງນຶ່ງທີ່ບໍ່ປະສົງ ອອກຊື່ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 29 ພຶສຈິກາ ນີ້ວ່າ:

“ຖ້າຄອບຄົວນ້ອຍ ກະຢູ່ສອງຄອບຄົວ ຄອບຄົວໃຫຍ່ກະຢູ່ຄອບນຶ່ງ ຢູ່ນຳກັນ 6 ຄົນ ຊີວິດກະມີຄວາມຫຍຸ້ງຍາກລຳບາກ ເພາະວ່າພໍ່ແມ່ ກະບໍ່ມີ ວຽກເຮັດງານທຳ ອິຫຍັງ ມີແຕ່ຖ້າກິນນຳພັກນຳລັດ ຖ້າພັກລັດເພິ່ນບໍ່ຢາຍໃຫ້ ກະບໍ່ໄດ້ກິນ ຊອກວຽກເຮັດ ກະບໍ່ໄດ້ ຢູ່ບ້ານກະ ເຮັດນາບໍ່ໄດ້ ໄຮ່ນາກະຖືກນໍ້າຖ້ວມເໝິດ ກະບໍ່ຮູ້ຊິເຮັດອິຫຍັງ ຢູ່ຖ້າແຕ່ພັກລັດ ເພີ່ນຊ່ວຍບໍ່ຮູ້ທາງຊິໄປ.”

ນາງກ່າວຕື່ມວ່າ ນອກຈາກຄວາມຫຍຸ້ງຍາກ ເຣື່ອງບ່ອນອາສັຍ ທີ່ຄັບແຄບແລ້ວ ບ່ອນແຕ່ງຢູ່ຄົວກິນ ແລະບ່ອນທຳມາຫາກິນກໍບໍ່ມີ, ພໍ່ແມ່ ຂອງນາງຕ້ອງໂຮມເງິນທີ່ພາກສ່ວນອື່ນບໍຣິຈາກໃຫ້ນັ້ນ ເພື່ອສົ່ງໃຫ້ນາງມາຮຽນຕໍ່ຢູ່ວຽງຈັນ ດັ່ງນາງກ່າວຕື່ມວ່າ:

“ນ້ອງຂຶ້ນມາຮຽນ ກະບໍ່ວ່າຈະຈົບຫຼືບໍ່ ເພາະວ່າພໍ່ແມ່ ກະໂຮມເງິນທີ່ເພີ່ນຊ່ວຍບໍລິຈາກ ໃຫ້ຂຶ້ນມາ ແຕ່ນ້ອງກະຊອກວຽກຢູ່ບໍ່ຮູ້ວ່າຊິໄດ້ບໍ່.”

ນອກຈາກຄອບຄົວຂອງນາງ ຈະປະສົບກັບຫຼາຍບັນຫານີ້ແລ້ວ ຫຼາຍຄອບຄົວທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ເມືອງສນາມໄຊ ກໍພົບຄວາມ ຫຍຸ້ງຍາກ ເຊັ່ນດຽວກັນ ອະນາຄົດທີ່ບໍ່ມີບ່ອນໄປ ບ້ານເຮືອນ, ຊັພສິນ, ໄຮ່ນາ, ຮົ້ວສວນ, ສັດລ້ຽງທຸກຢ່າງທີ່ເຄີຍມີ ແຕ່ດຽວນີ້ບໍ່ມີແລ້ວ ຍ້ອນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກເຮັດໃຫ້ນໍ້າຖ້ວມເສັຽຫາຍໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.