ຜູ້ເຄາະຮ້າຍເຂື່ອນແຕກ ຢູ່ຢ່າງ ລໍາບາກ

ສຸພັດຕາ
2019.01.08
ນຶ່ງໃນຄອບຄົວ ຜູ້ເຄາະຮ້າຍ ທີ່ອາສັຍຢູ່ ເຮືອນພັກຊົ່ວຄາວ ທີ່ທາງການຈັດໃຫ້
RFA/SS

ປັດຈຸບັນ ຜູ້ປະສົບພັຍ ເຂື່ອນແຕກ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ເມືອງສະໜາມໄຊ ມີຊີວິດການເປັນຢູ່ ຫຍຸ້ງຍາກຫຼາຍ ຍ້ອນບໍ່ມີບ່ອນ ທຳມາຫາກິນ, ບໍ່ມີອາຊີບ ລໍຖ້າແຕ່ທາງການແຈກຢາຍໃຫ້ ຈຶ່ງໄດ້ກິນ ແລະເງິນທີ່ໄດ້ນັ້ນ ກໍບໍ່ກຸ້ມກິນ. ດັ່ງປະຊາຊົນ ເມືອງສະໜາມໄຊ ຜູ້ນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ ວັນທີ 8 ມົກກະຣາ ນີ້ວ່າ:

“ໂອ່..ເຮືອນພັກຊົ່ວຄາວນີ້ ມັນກະລຳບາກຢູ່ ກະລໍາຄານຢູ່ຫັ້ນແຫຼ້ວ ໂຕລໍາຄານລະແມ່ນ ຄວາມກິນຄວາມຢາກຫັ້ນແຫຼ້ວບໍ່ພຽງບໍ່ພໍ ເພາະວ່າ ແນວບໍ່ໄດ້ເຮັດອິຫຍັງ ວຽກທຸກຢ່າງບໍ່ມີ ພັດເງິນບາດຈ່າຍຂຸມື້ ບາດເງິນເພິ່ນໃຫ້ກະວັນນຶ່ງກະ 5 ພັນກີບຕໍ່ວັນ ເປັນເດືອນຈຶ່ງຈ່າຍລາງເທື່ອ ກະດາຍ ບາດນີ້ ລູກກະໄປໂຮງຮຽນອີກ ແຕ່ລະວັນ ນໍ້າມັນລົດແນ່ບໍ່ ກຸ້ມກິນນະ ຄັນວ່າກະດາຍ.”

ປະຊາຊົນຜູ້ນີ້ ກ່າວຕື່ມວ່າ ນອກຈາກເງິນອັດຕຣາກິນ 5 ພັນກີບຕໍ່ວັນ ບໍ່ພໍກິນແລ້ວ ນໍ້າກິນ ກໍຍັງຕ້ອງໄດ້ຊື້ກິນນໍາອີກ ແລະໃນຂນະດຽວກັນ ປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ອີກຜູ້ນຶ່ງ ເວົ້າວ່າ ຢູ່ເຮືອນພັກຊົ່ວຄາວ ນີ້ຄັບແຄບ ແລະຮ້ອນຫຼາຍ ດັ່ງທີ່ນາງ ກ່າວວ່າ:

“ພັດລົມກະໜ່ວຍດຽວນີ້ແຫຼ້ວ ພັດແຕ່ຢູ່ບ່ອນຫ້ອງນອນ ບາດອອກມານັ່່ງຢູ່ນອກ ກະບໍ່ມີແຫຼ້ວລູກເອີ່ຍ ພັດລົມເພີ່ນຕິດໄວ້ໃຫ້ໃນຫ້ອງຫັ້ນ ຫ້ອງລະໜ່ວຍ ບໍ່ເຢັນແຫຼ້ວ ແອ້ມສັງກະສີລູກເອີ້ຍ ແອ້້ມສັງກະສີ ລະກະມຸງສັງກະສີອິຫຍັງ ກະເຫຼັກເບິດ ບໍ່່ມີແຫຼ້ວ ອັນທີ່ວ່າເຢັນຫັ່ນນະ ບໍ່ມີ ຮ້ອນເຮື່ອໄຫຼໄຄຍ້ອຍ ນີ້່້ແຫຼ້ວລູກເອີ່ຍ ເຮັດແນວໃດມັນຫາກຈຳເປັນ ເອົາມາໄວ້ແດດແດ້ມແດ້ ບໍ່ຮົ່ມໄມ້ຮົ່ມຕອກ.”

ນອກຈາກຄວາມຫຍຸ້ງຍາກ ເຣື່ອງບ່ອນອາສັຍທີ່ຄັບແຄບ ແລະບ່ອນທຳມາຫາກິນກໍບໍ່ມີແລ້ວນັ້ນ ນາງ ຍັງຕ້ອງໄດ້ໂຮມເງິນ ທີ່ທາງການ ເບີກໃຫ້ໃນແຕ່ລະເດືອນ ເພື່ອສົ່ງລູກຊາຍໄປຮຽນຕໍ່ນໍາອີກ ແລະປັດຈຸບັນ ການບໍຣິຈາກນັ້ນ ກໍງຽບເຫງົາຫຼາຍ ບໍ່ມີຄົນມາຊ່ອຍເຫຼືອ ບໍຣິຈາກແລ້ວ.

ນາງກ່າວຕື່ມວ່າ ທີ່ຜ່ານມາທາງການ ໄດ້ລົງມາປະເມີນຄວາມເສັຍຫາຍຢູ່ ແຕ່ກໍຍັງບໍ່ຮູ້ວ່າ ຈະໄດ້ຮັບຄ່າຊົດເຊີຍນັ້ນເມື່ອໃດ ເຣື່ອງບ່ອນຢູ່ ອາສັຍຖາວອນ ແລະບ່ອນທຳການຜລິດນັ້ນ ປັດຈຸບັນນີ້ ກໍຍັງບໍ່ມີຂ່າວເທື່ອ ວ່າທາງການ ຈະສ້າງໃຫ້ເມື່ອໃດແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.