ເຂື່ອນນໍ້າຄານລໍາບາກ ຊາວບ້ານ
2017.07.17
ປະຊາຊົນຫລາຍຄອບຄົວ ທີ່ຖືກໃຫ້ໂຍກຍ້າຍ ມາຢູ່ບ້ານຈັດສັນ ບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫລວງພຣະບາງ ຍ້ອນຜົລກະທົບ ຈາກ ເຂື່ອນນໍ້າຄານ 3 ຕ້ອງໄດ້ກັບໄປ ເຮັດໄຮ່ເຮັດນາ ໃນເຂດບ້ານເກົ່າ ເນື່ອງຈາກ ທາງການຈັດສັນ ໃຫ້ແຕ່ເຮືອນຢູ່ ແຕ່ບໍ່ໄດ້ຈັດສັນ ທີ່ດິນປູກຝັງໃຫ້. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ແຂວງຫລວງພຣະບາງ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ໃນວັນທີ 14 ກໍຣະກະດາ ນີ້:
"ສ່ວນຫລາຍຫັ້ນ ຫົວໜ້າຄອບຄົວ ຂະເຈົ້າຈະກັບໄປ ເຮັດໄຮ່ເຮັດນາ ຢູ່ບ່ອນບ້ານເກົ່າ ທີ່ວ່າຂະເຈົ້າ ຍ້າຍລົງມາ ຫັ້ນນະ ເພາະວ່າລົງມາ ພີ້ແລ້ວມັນບໍ່ມີເດ໊ ເພິ່ນບໍ່ໄດ້ຈັດສັນດິນ ເຮັດໄຮ່ເຮັດນາ ໃຫ້ເດ໊ມີແຕ່ດິນເຮືອນ ໄປເຮັດຢູ່ ບ່ອນເກົ່າ ໄປລ້ຽງສັດ ຢູ່ບ່ອນເກົ່າພຸ້ນ ຄັນບໍ່ກັບ ໄປເຮັດ ກໍພັດວ່າ ບໍ່ມີອັນສິກິນ ເພາະວ່າ ສ່ວນຫລາຍ ອາຊີບກໍ ປະຊາຊົນ ກໍຄືຮູ້ຫັ້ນແຫລະເນາະ ກະສິກັມ ກໍເຮັດໄຮ່ ເຮັດສວນຊີ້ນະ".
ປະຊາຊົນເຂດບ້ານຈັດສັນສ່ວນໃຫຍ່ ຈໍາເປັນຕ້ອງໄດ້ກັບ ໄປເຮັດໄຮ່ເຮັດນາ ຢູ່ເຂດບ້ານເກົ່າ ແລະຕ້ອງຂີ່ຣົດເກືອບ 2 ຊົ່ວໂມງ ຈຶ່ງຮອດ. ທ່ານກ່າວຕໍ່ໄປວ່າ ທຸກມື້ນີ້ ຢູ່ເຂດບ້ານຈັດສັນ ສາມັກຄີໄຊ ສ່ວນໃຫຍ່ ເຫລືອແຕ່ ຄົນເຖົ້າຄົນແກ່ ແລະເດັກນ້ອຍ ຍ້ອນວ່າ ພໍ່ແມ່ ພາກັນ ໄປນອນຢູ່ໄຮ່ຢູ່ນາ ທີ່ບ້ານເກົ່າໝົດ ເຮັດໃຫ້ ເຈົ້າໜ້າທີ່ ແລະ ຜູ້ເປັນພໍ່ແມ່ ມີຄວາມກັງວົນ ນໍາເຣື່ອງ ຊີວິດການເປັນຢູ່ ຂອງພວກເຂົາ".
"ບາງເຮືອນກໍມີລູກມີຫລານ ບາງເຮືອນ ກໍມີພໍ່ເຖົ້າ ກໍຢູ່ໄປນັ້ນນະ ເລາະກິນໄປ ຕາມມີຕາມເກີດ ບາງເທື່ອ ກໍອັນບ້ານທີ່ວ່າ ຢູ່ລຽບແຄມນໍ້າ ຂະເຈົ້າມັກ ເຮັດສວນເຮັດຫຍັງ ຢູ່ຕາມແຄມນໍ້າ ຫັ້ນນະເນາະ ຂະເຈົ້າ ກໍຈົ່ມກັນວ່າ ໂອ໊ເດັກນ້ອຍມັກມາ ລັກອັນນັ້ນ ລັກອັນນີ້ ຊີ້ນະ, ແຕ່ ກໍໜ້າເຫັນໃຈໃດ໊ ຄັນບໍ່ໃຫ້ໄປລັກ ຈະໃຫ້ຂະເຈົ້າ ເຮັດຈັ່ງໃດນະ ຂະເຈົ້າ ບໍ່ມີເດ໊ ທາງຂັ້ນເທິງ ເພິ່ນບໍ່ໄດ້ຈັດສັນ ບ່ອນທໍາມາ ຫາກິນໃຫ້ເດ໊".
ທ່ານກ່າວຕື່ມວ່າ ປັດຈຸບັນ ບັນຫາທີ່ເຈົ້າໜ້າທີ່ກັງວົນ ຫລາຍທີ່ສຸດ ຄືຢ້ານເດັກ ນ້ອຍຈະຕົກເປັນເຫຍື່ອ ຂອງພັຍສັງຄົມ ເຣື່ອງຊູ້ສາວ ແລະ ຢາເສບຕິດ ຂີ້ລັກຂີ້ຂະໂມຍ ຍ້ອນພໍ່ແມ່ ບໍ່ໄດ້ຢູ່ນໍາ.