ຂ.ສາຣະວັນ 2 ເມືອງ ຍັງທຸກຍາກ

ອຸ່ນແກ້ວ ສຸກສະຫວັນ ປະຈຸບັນ ເປັນນັກຂ່າວ ວິທຍຸເອເຊັຽເສຣີ(ກາງ) ຖ່າຍຮູປຮ່ວມກັບ ເດັກນ້ອຍຢູ່ເຂດ ບ້ານປະຈຸດອນ ເມືອງຕະໂອ້ຍ ແຂວງສາຣະວັນ (ຮູປຖ່າຍ ປີ 2009)
ອຸ່ນແກ້ວ ສຸກສະຫວັນ ປະຈຸບັນ ເປັນນັກຂ່າວ ວິທຍຸເອເຊັຽເສຣີ(ກາງ) ຖ່າຍຮູປຮ່ວມກັບ ເດັກນ້ອຍຢູ່ເຂດ ບ້ານປະຈຸດອນ ເມືອງຕະໂອ້ຍ ແຂວງສາຣະວັນ (ຮູປຖ່າຍ ປີ 2009) (RFA)

0:00 / 0:00

ປະຊາຊົນສ່ວນຫລາຍກວ່າ 70 ສ່ວນຮ້ອຍ ໃນເມືອງຕະໂອ້ຍ ແລະ ເມືອງສະມ້ວຍ ແຂວງສາຣະວັນ ຍັງທຸກຍາກຂາດເຂີນ ເພາະວ່າຍັງ ຂາດ ໂຄງຮ່າງພື້ນຖານທຸກຢ່າງ ເປັນຕົ້ົ້ົ້ນຍັງບໍ່ມີຖນົນຫົນທາງ ໂຮງຮຽນ ໂຮງໝໍຢ່າງທົ່່ວເຖິງ; ດັ່ງເຈົ້າໜ້າທີ່ ໂຄງການ ຫລຸດຜ່ອນ ຄວາມທຸກຍາກ ແຂວງສາຣະວັນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:

“ຖືວ່າກໍນອນຢູ່ໃນເມືອງທຸກຍາກ ຂອງທົ່ວປະເທດນັ້ນແຫລະ ປະຊາຊົນນີ້ ກວມເອົາອັດຕຣາສ່ວນ ຄວາມທຸກຍາກ ກາຍເຄິ່ງນຶ່ງເນາະ ປະມານ 70% ພຸ້ນແຫລະ ເພາະວ່າ ບ້ານທຸກຍາກນີ້ ຍັງກວມເອົາ 30 ບ້ານພົ້ນທຸກ ມີແຕ່ 26 ບ້ານ ຈາກ 56 ໝູ່ບ້ານ.”

ຣັຖບານລາວເປິດໃຫ້ ປະຊາຊົນທົ່ວປະເທດ ອອກຄໍາຄິດຄໍາເຫັນ ຜ່ານເຟສບຸກ ຂອງຣັຖບານ ເມື່ອວັນທີ 5 ພຶສຈິການີ້ ຕໍ່ຄໍາຖາມທີ່ວ່າ “ທ່ານເຊື່ອໝັ້ນບໍ່ວ່າ ປະເທດລາວຈະຫຼຸດພົ້ນ ຈາກສະພາບປະເທດດ້ອຍພັທນາ ພາຍໃນປີ 2024.” ປະກົດວ່າມີປະຊາຊົນກວ່າ 700 ຄົນ ໄດ້ສແດງຄໍາຄິດເຫັນ ຕອບຄໍາຖາມດັ່ງກ່າວ, ໃນນັ້ນມີ ປະຊາຊົນ 75% ບໍ່ເຊື່ອໝັ້ນວ່າ ລາວຈະສາມາດຫລຸດພົ້ນ ຈາກປະເທດດ້ອຍ ພັທນາ ໄດ້ ທັນເວລາກໍານົດ ແຕ່ມີປະຊາຊົນ ພຽງ 25% ເຊື່ອໝັ້ນວ່າ ລາວຈະຫລຸດພົ້ນຈາກ ປະເທດດ້ອຍ ພັທນາ ພາຍໃນປີ 2024. ດັ່ງປະຊາຊົນ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 6 ພຶສຈິກາ ນີ້ວ່າ:

“ຖານະທີ່ເຮົາເປັນປະຊາຊົນນີ້ເນາະ ເຮົາເຫັນວ່າມັນບໍ່ທັນເຖິງຂນາດນັ້ນດອກ ເພາະວ່າປາຖນາ ທາງດ້ານໂຄງຮ່າງຖນົນຫົນທາງ ມັນກໍຍັງ ບໍ່ດີພໍ ທີ່ຈະວ່າຫຼຸດຄວາມທຸກຍາກ ທີ່ຈະມາເຖີງນີ້ນະ ມັນຍັງໄກ ເປັນຕົ້ນການສຶກສາ ຫຼືວ່າສຸຂອະນາມັຍ ຄົນລາວນີ້ແຮ່ງຍາກ ແຮ່ງຈົນ ບາດສຸຂອະນາມັຍ ຜູ້ທີ່ເປັນປະຊາຊົນຕາດໍາໆ ນີ້ ແຮ່່ງໄດ້ໃຊ້ຈ່າຍ ຮ້ອຍສ່ວນຮ້ອຍ.”

ປະຊາຊົນທີ່ ຍັງບໍ່ເຊື່ອໝັ້ນວ່າ ລາວຈະຫລຸດພົ້ນ ຈາກປະເທດ ດ້ອຍພັທນາ ພາຍໃນປີ 2024 ສ່ວນຫຼາຍເວົ້າວ່າ ປະເທດລາວ ຍັງຂາດ ໂຄງຮ່າງ ພື້ນຖານ ເປັນຕົ້ນ ຂາດຖນົນຫົນທາງ, ໄຟຟ້າ, ນໍ້າປະປາ, ການສຶກສາ ແລະສຸຂອະນາມັຍ, ນອກຈາກນັ້ນ ຊາວລາວສ່ວນຫຼາຍ ຍັງມີຄວາມເຫັນວ່າ ຣັຖບານລາວ ຄວນຫລຸດຜ່ອນ ການສໍ້ຣາດບັງຫລວງ ແລະ ໜີ້ສິນສາທາຣະນະ ໃຫ້ຫລຸດໜ້ອຍ ລົງນໍາ.