ຣາຄາຢາງຢູ່ລາວຕົກຕໍ່າ

ສິດນີ
2017.06.22
F-Rubber ສວນປູກຢາງພາລາ ຢູ່ທາງພາກເໜືອ ຂອງລາວ
RFA/PN

ຣາຄາຢາງພາລາຕົກຕ່ຳຫລາຍ ໃນລາວ ໃນທຸກມື້ນີ້ ປະຊາຊົນ ຜູ້ປູກຢາງພາລາ ທີ່ແຂວງຫລວງນ້ຳທາ ຮຽກຮ້ອງ ໃຫ້ຣັຖບານ ເຂົ້າມາຊ່ອຍ ເຈຣະຈາ ກັບຈີນ ເພື່ອປັບຣາຄາ ໃຫ້ສູງຂຶ້ນ ຍ້ອນວ່າ ໃນປັດຈຸບັນ ພໍ່ຄ້າຄົນຈີນ ກົດຣາຄາຢາງພາລາ ໃຫ້ຕ່ຳທີ່ສຸດ ຈົນບໍ່ສາມາດປູກ ແລະ ກີດຢາງໄດ້. ດັ່ງຊາວສວນ ຢາງພາລາ ທີ່ແຂວງຫລວງນ້ຳທາ ທ່ານນຶ່ງເວົ້າວ່າ:

“ບາດນີ້ເຂົາມາຂຶ້ນຖ້ວຍຢາງ ຫັ້ນເນາະ ດຽວນີ້ຖ້ວຍນຶ່ງ ສີ່ພັນສຸດທ້າຍ ມານໍ້າຢາງ ມີແຕ່ 6 ພັນ ເຂົາມາໂຄສະນາວ່າ 12 ພັນ ນໍ້າຢາງນະ ດຽວນີ້ ປາດແທ້ໆມີແຕ່ 6 ພັນປາຍ ແຕ່ວ່າຖ້ວຍນໍ້າຢາງ ເຂົາຂຶ້ນລາຄາ ຊຸດນຶ່ງ 4 ພັນ ປີກາຍແມ່ນ 2 ພັນ ໂທຍດຸສຸດນຶ່ງ ຖືກຫຼາຍໂອ ທຳອິດເຂົາວ່າ 12 ພັນແມ່ນນະ ບາດນີ້ເຂົາຈຶ່ງຂຶ້ນ ເພາະວ່າລາຄານໍ້າຢາງ ມີລາຄາແລ້ວ ບາດນີ້ເຂົາຂຶ້ນຖ້ວຍໂຕນັ້ນ ບໍ່ມີການ ມາກວດກາ ບໍ່ມີອັນນັ້ນ ລາຄາແມ່ນບໍ່ໄດ້ ເອກກະພາບ ຄົນລາວ ເຮົານະ”.

ທ່ານກ່າວຕື່ມວ່າ ຣາຄາຢາງພາລາປີນີ້ ຖ້າທຽບໃສ່ ປີກ່ອນໆ ແມ່ນຫລຸດລົງຫລາຍ ວ່າງປີກ່ອນ ຣາຄາປະມານ 12 ພັນກີບ ຕໍ່ນຶ່ງກິໂລ ແຕ່ ໃນປີນີ້ ປະມານ 6 ພັນກີບ ຕໍ່ນຶ່ງກິໂລ ພ້ອມກັນນັ້ນ ອຸປກອນ ແລະຣາຄາຝຸ່ນປຸ໊ຍ ແລະ ຢາຂ້າຫຍ້າ ກໍແພງຂຶ້ນ ສອງເທົ່າ.

ກ່ຽວກັບບັນຫາດັ່ງກ່າວ ເຈົ້າຫນ້າທີ່ອຸດສາຫະກັມ ແລະການການຄ້າ ທີ່ເມືອງສີງ ກໍໄດ້ລາຍງານ ໄປຫາຂັ້ນແຂວງ ຫຼາຍເທື່ອໃຫ້ລົງມາຊ່ອຍ ແກ້ໄຂ ເທົ່າເຖິງປັດຈຸບັນ ຍັງບໍ່ມີ ພາກສ່ວນໃດ ລົງມາຊ່ອຍ ແກ້ໄຂເທື່ອ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ຣາຄານີ້ມັນແມ່ນຄາດບໍ່ໄດ້ ຂຶ້ນກໍຂຶ້ນບາດດຽວ ເຮົາກໍຄາດບໍ່ໄດ້ ລົງກໍລົງ ເອົາຕາມຣາຄາ ຂອງຈີນ ຈີນກໍລາຍງານວ່າ ອ້າງໃສ່ຕລາດໂລກ ອັນນີ້ກໍ ທາງເບື້ອງເມືອງ ພວກເຮົາ ກໍສເນີຫາແຂວງ ຫລາຍເທື່ອແລ້ວ ສເນີເຣື້ອງ ຣາຄານີ້ ໃຫ້ມີວິທີການ ເພື່ອໃຫ້ ປະຊາຊົນ ມີລາຍໄດ້ ເພື່ອແກ້ໄຂ ທາງອອກ".

ແຂວງຫລວງນ້ຳທາ ເປັນແຂວງປຸກຢາງພາລາ ອັນດັບນຶ່ງ ໃນລາວ ສ່ວນໃຫຍ່ແມ່ນ ການລົງທຶນ ຂອງ ບໍຣິສັດຈີນ ແຕ່ຍັງມີ ປະຊາຊົນ ລາວ ປູກເອງໃນຫລາຍພື້ນທີ່ ແລະສົ່ງຂາຍໃຫ້ພໍ່ຄ້າຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.