ຣາຄາຢາງພາລາ ລາວ ຕົກຕໍ່າ
ໄຊຍາ
2018.11.09
2018.11.09
ປັດຈຸບັນຜູ້ປະກອບການ ແລະຊາວສວນຢາງພາລາໃນລາວ ກຳລັງປະເຊີນກັບ ຣາຄາຢາງພາລາຕົກຕໍ່າຢ່າງຕໍ່ເນື່ອງ, ກີດຢາງແລ້ວຂາຍ ບໍ່ອອກ, ຕລາດບໍ່ແນ່ນອນ, ບໍ່ມີການປະກັນຣາຄາ ລົງທຶນໄປແລ້ວບໍ່ມີກຳໄລ ທຶນກໍຫາຍ.
ມາເຖິງປັດຈຸບັນ ຣາຄາຊື້ຂາຍຢາງພາລາກໍ່ຍັງຜັນປ່ວນໄປຕາມສະພາບການ ຂອງແຕ່ລະວັນ ບໍ່ສາມາດກຳນົດຣາຄາໄດ້ຄົງທີ່ ປະກົດການ ເລົ່ານີ້ ມັນເຮັດໃຫ້ທັງຜູ້ຮັບຊື້ ຢາງພາລາໄປຂາຍຕໍ່ ຮວມທັງຊາວສວນຢາງ ໄດ້ຮັບຜົລກະທົບ ຢ່າງໜັກຕ້ອງແບກຮັບ ພາລະການຂາດທຶນ. ຕໍ່ສະພາບການຊື້ຂາຍ ທີ່ມີຣາຄາບໍ່ແນ່ນອນ ແມ່ນໄດ້ຮັບການຢັ້ງຢືນ ຈາກພໍ່ຄ້າຄົນກາງຊາວລາວ ທີ່ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽ ເສຣີ ວ່າ. ເຊີນທ່ານຟັງການສັມພາດໄດ້ເລີຍ...